ຈີນ​ຍິນ​ດີ​ຮ່ວມກັນ​ກັບ​ອີ​ຕາ​ລີ ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດໂຄວິດ-19

2020-03-17 17:31:00 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 16 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ຜ່ານ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ຈູ​ເຊບ​ເປ ກອນ​ເຕ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ​ຕາມ​ນັດໝາຍ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຂອງ​ອີ​ຕາ​ລີ ແລະ ມີ​ຄວາມ​ໝັ້ນ​ໃຈ​ອັນ​ເຕັມ​ປ່ຽມ​​ວ່າ ​ອີ​ຕາ​ລີ​ຈະ​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້​. ຈີນ​ຈະ​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ໄປ​ອີ​ຕາ​ລີ​ອີກ ແລະ ​ຈະໃຫ້​ການ​ຊ່ວຍ​ເຫຼືອ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ແກ່​ອີ​ລາ​ຕີ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ອີ​ຕາ​ລີ, ປະ​ກອບ​ສ່ວນ​​ເຂົ້າ​ໃນ​ການ​ຮ່ວມ​ມື​ສາ​ກົນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ແລະ ສ້າງ “ເສັ້​ນ​ທາງ​ສາຍ​ໄໝ​ສຸ​ຂະ​ພາບ”.

ທ່ານ​​ຈູ​ເຊບ​ເປ ກອນ​ເຕກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ໃຊ້​ມາດ​ຕະ​ການ​ທີ່​ເດັດ​​ຂາດ ແລະ ໄດ້​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ບັງ​ເກີດ​ຜົນ ເຊິ່ງ​ໄດ້​​ເປັນ​ກຳ​ລັງ​ໃຈ​​ໃຫ້ອີ​ຕາ​ລີ ແລະ ຫຼາຍ​ປະ​ເທດ​​ໄດ້ເປັນ​ຢ່າງ​ດີ ແລະ ເປັນ​ບົດ​ຮຽນ​ທີ່​ດີ​ສຳ​ລັບ​ອີ​ຕາ​ລີ. ອີ​ຕາ​ລີ​ຂໍ​ສະ​ແດງ​ຄວາມ​ຊົ​ມ​ເຊີຍ​ຕໍ່​ເລື່ອງ​ນີ້ ແລະ ຂອບ​ໃຈ​​ປະ​ເທດຈີນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫຼືອ​​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ອີ​ຕາ​ລີ ໃນ​ໄລ​ຍະ​ທີ່​ອີ​ຕາ​ລີ​ຕົກ​ຢູ່​ໃນ​​ສະ​ພາບ​ຫຍຸ້ງ​ຍາກ​ທີ່​ສຸດ ເຊິ່ງ​ໄດ້​ພິ​ສູດ​ໃຫ້​ເຫັນ​ເຖິງ​ມິ​ດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ສອງ​ປະ​ເທດ​ອີກ​ຄັ້ງ​ໜຶ່ງ. ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າໃຫ້​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ອີ​ຕາ​ລີ, ​ຂໍສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຈີນ ແລະ ເຊື່ອ​ໝັ້ນ​ວ່າ, ພາຍຫຼັງ​​ສາ​ມາດຜ່ານ​ຜ່າການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ຄັ້ງ​ນີ້​ແລ້ວ, ການ​ພົວ​ພັນລະ​ຫວ່າງ​ອີ​ຕາ​ລີ-ຈີນ​ຍ່ອມ​ຈະ​ໝັ້ນ​ຄົງ​ຄະ​ໜົງ​ແກ່ນກວ່າ​ເກົ່າ.