ຕອນທາງບໍ່ເຕັນ-ຢີຊີຂອງເສັ້ນທາງລົດໄຟລາວ-ຈີນຟື້ນ​ຟູ​ການກໍ່ສ້າງຄືນໃຫມ່ຢ່າງຮອບດ້ານ

2020-03-18 18:43:12 |ມາຈາກ: Yunnan Gateway

ວັນທີ 16 ມີນາ,ນັກຂ່າວໄດ້ຮູ້ຈາກ ກຸ່ມບໍລິສັດຄຸນໝິງຂອງເສັ້ນທາງລົດໄຟລາວ-ຈີນວ່າ,ໃນປັດຈຸບັນ, ຕອນທາງພາຍໃນຂອງເສັ້ນທາງລົດໄຟລາວ-ຈີນຟື້ນ​ຟູ​ການກໍ່ສ້າງຄືນໃຫມ່ຢ່າງຮອບດ້ານ.ມີກຳມະກອນ 22000 ກວ່າຄົນທີ່ກຳລັງເຮັດວຽກຢ່າງບຸກບືນ, ຫຼາຍໂຄງການສຳຄັນໄດ້ຮັບຄວາມຄືບໜ້າຢ່າງຫລວງຫລາຍ.

ວັນທີ 13 ມີນາ, ສຳເລັດການເຈາະອຸໂມງວັ້ນເຮີທີ່ມີຄວາມຍາວທັງໝົດ 17,44 ກິໂລແມັດ, ຄາດຄະເນວ່າຮອດເດືອນກໍລະກົດ,ຂົວໃຫຍ່ຢວນຈ່ຽງຂອງທາງລົດໄຟລາວ-ຈີນທີ່ມີຄວາມຍາວທັງໝົດ 832,2 ແມັດຈະສຳເລັດການກໍ່ສ້າງ.

ພ້ອມດຽວກັນນັ້ນ, ຍັງມີທີມງານບັນນາທິການແລະແປພາສາ 13 ຄົນ ກຳລັງຮຽບຮຽງ ແລະ ແປເນື້ອໃນກ່ຽວກັບຄວາມຮູ້ແລະລະບຽບທາງລົດໄຟໃນໂຄງການທາງລົດໄຟລາວ-ຈີນເປັນພາສາລາວ,ເນື້ອໃນການແປທີ່ກ່ຽວຂ້ອງເຫລົ່ານີ້ຈະມີຜົນປະໂຫຍດຕໍ່ວຽກງານກໍ່ສ້າງແລະບຳລຸງຮັກສາທາງລົດໄຟຂອງປະເທດລາວໃນອະນາຄົດ.

ອີງຕາມຂໍ້ມູນຂ່າວສານ,ຄວາມໄວທີ່ອອກແບບຂອງທາງລົດໄຟລາວ-ຈີນແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ, ແລະ ມີແຜນການຈະສຳເລັດໃນປີ 2021. ຫລັງຈາກເສັ້ນທາງລົດໄຟເປີດແລ້ວ,ຈະກາຍເປັນທາງຜ່ານລົດໄຟສາກົນຂາເຂົ້າຂາອອກອີກແຫ່ງໜຶ່ງໃນພາກຕາເວັນຕົກສ່ຽງໃຕ້ຂອງປະເທດຈີນ.