ທ່ານ ສີຈິ້ນຜິງ ພົບປະກັບປະທານາທິບໍດີປາກິສະຖານ

2020-03-18 18:48:02 |ມາຈາກ: CRI

ວັນທີ 17 ມີນານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະ ກັບທ່ານ ອາຣິຟ ເອີ ຣີມານ ອານວີ ປະທານາທິບໍດີປາກິສະຖານ.

ທ່ານ ສີຈິ້ນຜິງ ກ່າວວ່າ: ໃນໄລຍະຕົ້ນຂອງການປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19, ລັດຖະບານແລະວົງການຕ່າງໆໃນສັງຄົມປາກິສະຖານໄດ້ສຸມທຸກກຳລັງຈົນສຸດຄວາມສາມາດຂອງຕົນໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ຈີນ,ຈີນສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ປາກິສະຖານ. ປັດຈຸບັນ,ລັດຖະບານແລະປະຊາຊົນຈີນພວມພະຍາຍາມສູ້ຊົນເພື່ອຍາດເອົາໄຊຊະນະຢ່າງຮອບດ້ານໃນທີ່ສຸດໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ຈີນຈະສືບຕໍ່ສະໜັບສະໜູນປາກິສະຖານໃນການປົກປັກຮັກສາເອກະລາດ,ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຕົນ,ສະໜັບສະໜູນປາກິສະຖານເດີນຕາມເສັ້ນທາງແຫ່ງການພັດທະນາທີ່ສອດຄ່ອງກັບສະພາບການພັດທະນາຂອງປະເທດຕົນ. ຈີນຍິນດີສືບຕໍ່ໃຫ້ການສະໜັບສະໜູນແກ່ປາກິສະຖານໃນການແກ້ໄຂບັນຫາໄພພິບັດຈາກຕັກແຕນ.

ທ່ານ ອາຣິຟ ເອີ ຣີມານ ອານວີ ກ່າວວ່າ: ໂດຍປະເຊີນໜ້າກັບໄພພິບັດ,ປະສົບການຂອງຈີນເປັນບົດຮຽນທີ່ເປັນປະໂຫຍດຕໍ່ປະເທດອື່ນ. ການກະທຳຂອງອິດທິກຳລັງໃດໃດທີ່ມີເຈດຕະນາຢາກສວຍໃຊ້ເຊື້ອພະຍາດສ້າງຄວາມເສື່ອມເສຍຊື່ສຽງໃຫ້ຈີນແລະຢາກໃຫ້ຈີນໂດດດ່ຽວນັ້ນຈະບໍ່ສາມາດເປັນທີ່ຍອມຮັບຈາກຊາວໂລກແລະຈະບໍ່ເປັນໄປດັ່ງຄວາມປາຖະໜາຂອງເຂົາ. ປາກິສະຖານຍຶດໝັ້ນຢູ່ຄຽງຂ້າງກັບຈີນ,ຍິນດີຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນກັບຈີນ,ລົງເລິກການຮ່ວມມື,ສ້າງແລວເສດຖະກິດປາກິສະຖານ-ຈີນໃຫ້ດີ.ປາກິສະຖານຈະສືບຕໍ່ຊຸກຍູ້ການຮ່ວມມືຕ້ານການກໍ່ການຮ້າຍກັບຝ່າຍຈີນ,ຮ່ວມກັນປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳຂອງສາກົນ.