ນັກສຶກສາລາວທີ່ຮຽນຢູ່ແຂວງຢຸນນານມອບເງິນຊ່ວຍເຫລືອສະໜັບສະໜູນການປ້ອງກັນການລະບາດພະ​ຍາດ​ອັກ​ເສບ​ປອດ covid-19 ຂອງແຂວງຢຸນນານ

2020-03-24 18:11:19 |ມາຈາກ: Yunnan Gateway

ໃນວັນທີ 19 ມີນາ 2020, ຫ້ອງການຕ່າງປະເທດຂອງອຳນາດການປົກຄອງແຂວງຢຸນນານ, ສະພາກາແດງແຂວງຢຸນນານ ແລະ ສະຖານກົງສຸນລາວປະຈຳຄຸນໝິງໄດ້ຮ່ວມກັນຈັດພິທີມອບເງິນບໍລິຈາກຂອງນັກສຶກສາລາວທີ່ຮຽນຢູ່ແຂວງຢຸນນານເພື່ອຕ້ານການລະບາດຂອງພະຍາດ​ອັກ​ເສບ​ປອດ covid-19ໃນແຂວງຢຸນນານ.

ໃນມື້ມໍ່ໆມານີ້,ເພື່ອສະໜັບສະໜູນແຂວງຢຸນນານຕ້ານການລະບາດຂອງພະ​ຍາດ​ອັກ​ເສບ​ປອດ covid-19,ໜ່ວຍຊາວໜຸ່ມປະຊາຊົນປະຕິວັດລາວຂອງສະຖານກົງສຸນລາວປະຈຳຄຸນໝິງໄດ້ຕາງໜ້າໃຫ້ຜູ້ບໍລິຈາກເກືອບ 500 ກວ່າທ່ານມອບເງີນຊ່ວຍເຫລືອຈຳນວນ 28.000 ຢວນ (ປະມານ 36.400.000 ກີບ) ໃຫ້ປະຊາຊົນແຂວງຢູນນານ. ພາຍໃຕ້ການປະສານສົມທົບຂອງຫ້ອງການຕ່າງປະເທດແຂວງຢຸນນານ, ເງິນບໍລິຈາກດັ່ງກ່າວໄດ້ຖືກໂອນເຂົ້າບັນຊີສະພາກາແດງແຂວງຢຸນນານໃນວັນທີ 16 ມີນານີ້.