ຊາວໜຸ່ມ 6 ປະເທດຮ່ວມກິດຈະກຳສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຮ່ວນກັນຜ່ານວິດີໂອ

2020-03-24 18:13:36 |ມາຈາກ: Yunnan Gateway

ວັນທີ 23 ມີນາ,ກິດຈະກຳສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງປະຈຳປີ2020ແລະວັນນານາຊາດຂອງມະຫາວິທະຍາໄລຊົນເຜົ່າຢຸນນານໄດ້ເລີ່ມຕົ້ນຂຶ້ນທີ່ມະຫາວິທະຍາໄລຊົນເຜົ່າຢຸນນານ.

ກິດຈະກຳຄັ້ງນີ້ມີຫົວຂໍ້ແມ່ນ"ຮ່ວມຈິດຮ່ວມໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຮັກສາບ້ານເຮືອນຮ່ວນກັນ".ກິດຈະກຳຄັ້ງນີ້ໃຊ້ວິດີໂອຫວນຄືນເຖິງ“ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ໃນປີ2019,ແລະຄວາມຄືບໜ້າໃໝ່ໃນການຮ່ວມມືດ້ານການສຶກສາລະຫວ່າງແຂວງຢຸນນານແລະບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ.ຊາວໜຸ່ມຈາກບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງເຊັ່ນ ປະເທດຈີນ, ລາວ, ຫວຽດນາມ, ໄທ, ມຽນມາ, ແລະກໍາປູເຈຍໄດ້ພົບກັນຜ່ານທາງວິດີໂອ,ກ່າວເລື່ອງມິດຕະພາບພ້ອນກັນ, ແລະ ມີຄວາມເຊື່ອໝັ້ນໃນການຕໍ່ຕ້ານການລະບາດ.

ໃນປີ 2016, ກອງປະຊຸມຜູ້ນຳຄັ້ງທຳອິດການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄດ້ຈັດຂຶ້ນຢູ່ແຂວງໄຫນານປະເທດຈີນ.ຫຼັງຈາກນັ້ນ,ປະເທດຈີນສະເໜີໃຫ້ວັນທີ 23-29 ມີນາ ຂອງທຸກປີເປັນ "ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ",ເພື່ອເພີ່ມທະວີຄວາມຮັບຮູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຂອງປະຊາຊົນ 6 ປະເທດ.