ຢາພື້ນເມືອງຈີນມີສ່ວນຮ່ວມຢ່າງເລິກເຊິ່ງໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19

2020-03-24 18:17:43 |ມາຈາກ: CRI

ກອງປະຊຸມຂ່າວຂອງຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນທີ່ຈັດຂຶ້ນໃນວັນທີ 23​ ມີນານີ້ເປີດເຜີຍໃຫ້ຮູ້ວ່າ, ຢາພື້ນເມືອງຈີນມີສ່ວນຮ່ວມຢ່າງຮອບດ້ານ ແລະເລິກເຊິ່ງໃນການປິ່ນປົວຜູ້ຕິດເຊື້ອໂຄວິດ-19 ເຊິ່ງອັດຕາປິ່ນປົວທີ່ບັງເກີດຜົນບັນລຸເຖິງ 90% ຂຶ້ນໄປ. ຈີນຍິນດີສະໜອງຢາພື້ນເມືອງຈີນທີ່ມີປະສິດທິຜົນໃຫ້ແກ່ປະເທດຫຼືເຂດແຄວ້ນທີ່ມີຄວາມຕ້ອງການ.

ຕາມຜູ້ຊ່ຽວຊານແນະນໍາໃຫ້ຮູ້ວ່າ, ໃນການປິ່ນປົວກໍລະນີຕິດເຊື້ອໂຄວິດ-19, ມີຫຼາຍກວ່າ 74 ພັນຄົນໄດ້ຮັບການປິ່ນປົວດ້ວຍຢາພື້ນເມືອງຈີນ ເຊິ່ງກວມເອົາ 91,5%. ຢາພື້ນເມືອງຈີນສາມາດຜ່ອນຄາຍອາການຕ່າງໆຢ່າງມີປະສິດທິຜົນ, ສາມາດສະກັດກັ້ນບໍ່ໃຫ້ກໍລະນີທີ່ຫັນຈາກອາການເບົາ ແລະອາການປານກາງ ເປັນອາການໜັກ, ສາມາດຍົກສູງອັດຕາປິ່ນປົວໃຫ້ດີ ແລະຫຼຸດຜ່ອນອັດຕາເສຍຊີວິດ,ຊຸກຍູ້ການຟື້ນຟູສຸຂະພາບ.

ປັດຈຸບັນ,​ ເຊື້ອໂຄວິດ-19 ກໍາລັງມີການແຜ່ລະບາດຢູ່ປະເທດຈໍານວນໜຶ່ງ, ວົງການຢາພື້ນເມືອງຈີນຍິນດີເພີ່ມການຮ່ວມມື ແລະການແລກປ່ຽນກັບປະຊາຄົມໂລກຕື່ມອີກ, ແບ່ງປັນບົດຮຽນໃນການປ້ອງກັນ ແລະປິ່ນປົວກັນແລະກັນ, ສະໜອງຢາພື້ນເມືອງຈີນທີ່ມີປະສິດທິຜົນ, ໃຫ້ຄໍາປຶກສາຂອງຜູ້ຊ່ຽວຊານ ແລະການຊ່ວຍເຫຼືອຕາມຄວາມສາມາດໃຫ້ແກ່ປະເທດຫຼືເຂດແຄວ້ນທີ່ມີຄວາມຕ້ອງການ.