ລາວກວດພົບ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ສອງ​ຄົນ​ເປັນ​ຄັ້ງ​ທຳ​ອິດ

2020-03-24 18:19:30 |ມາຈາກ: CRI

ຕາມ​ຂ່າວ CRI: ວັນ​ທີ 24 ມີ​ນານີ້ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຂອງ​ ສ​ປ​ປ ​ລາວປະ​ກາດ​ວ່າ, ສ​ປ​ປ ລາວກວດ​ພົບຜູ້​ຕິດ​ເຊື້ອ​ພະ​ຍາດ​ອັກ​ເສບ​ປອດ​ໂຄວິດ-19 ຈຳ​ນວນ 2 ຄົນ​ເປັນ​ຄັ້ງ​ທຳ​ອິດ. ເຊິ່ງ​ສອງ​ຄົນ​ດັ່ງ​ກ່າວ​ລ້ວນ​ແຕ່​ແມ່ນພົນ​ລະ​ເມືອງ ສ​ປ​ປ ລາວ​ທີ່​ອາ​ໃສ​ຢູ່​ວຽງ​ຈັນ. ນັບ​ມາ​ຮອດ​ປັດ​ຈຸ​ບັນປະ​ເທດ​ຕ່າງໆ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ໄດ້ປະ​ກາດ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດນີ້​ໄປ​ໝົດ​ແລ້ວ.