ສັງເກດການຂອງວາລະສານຈຳປາ丨“ເພື່ອນມິດຖານສ່ຽວຮັກສ່ຽວແພງ” ຮ່ວມທຸກກັບປະເທດຈີນ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ

2020-03-24 18:28:43 |ມາຈາກ: ວາລະສານຈຳປາ

ໂດຍປະເຊີນໜ້າກັບເຊື້ອໄວຣັສໂຄວິດ 19 ອັກເສບປອດສາຍພັນໃໝ່ທີ່ເກີດຂຶ້ນໂດຍບັງເອີນ, ເຊິ່ງປະເທດໃດກໍບໍ່ມີມາດຕະການຮັບມືກັບມັນທີ່ມີມາກ່ອນ. ໂຊກດີທີ່ວ່າລັດຖະບານ ແລະ ນັກວິທະຍາສາດຈີນພວມສຸມທຸກກໍາລັງແຮງເພື່ອສຶກສາຄົ້ນຄວ້າຢາປິ່ນປົວ, ລັດຖະບານ ແລະ ປະຊາຊົນຈີນ ສາມັກຄີກັນຕໍ່ຕ້ານການລະບາດຂອງເຊື້ອໄວຣັສຄັ້ງໃຫຍ່ນີ້ ພາຍໃຕ້ການສະໜັບສະໜູນຂອງຫຼາຍໆປະເທດໃນທົ່ວໂລກ. ໂດຍສະເພາະແມ່ນ 5 ປະເທດຢູ່ເຂດລຸ່ມແມ່ນໍ້າຂອງ, ໃນໄລຍະປະເທດຈີນປະສົບໄພພິບັດນີ້, ເຊິ່ງໄດ້ໃຫ້ການສະໜັບສະໜູນແກ່ປະຊາຊົນຈີນຢ່າງເຕັມສ່ວນ, ຮ່ວມກັບຈີນຜ່ານຜ່າຄວາມຫຍຸ້ງຍາກໃນສະເພາະໜ້ານີ້, ເຊິ່ງສະແດງໃຫ້ເຫັນເຖິງຄວາມຮັກແພງແບບຄອບຄົວດຽວກັນທີ່ເລິກເຊິ່ງໜັກແໜ້ນຕາມລຳແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ.

ວັນທີ 5 ກຸມພາ 2020, ທ່ານ ຮຸນເຊນ ນາຍົກລັດຖະມົນຕີລາຊະອານາຈັກກໍາປູເຈຍ ຢ້ຽມຢາມ ສປ ຈີນ, ເຊິ່ງເປັນຜູ້ນໍາລະດັບປະເທດຜູ້ທໍາອິດທີ່ຢ້ຽມຢາມຈີນໃນໄລຍະພິເສດນີ້. ການຢ້ຽມຢາມຈີນຂອງ ທ່ານ ນາຍົກລັດຖະມົນຕີ ຮຸນເຊນ ຄັ້ງນີ້, ແມ່ນ “ການມອບສົ່ງຖ່ານໃນຍາມຫິມະຕົກ” ຢ່າງແທ້ຈິງ. ທ່ານ ຮຸນເຊນ ກ່າວວ່າ, ເວລາປະເທດຈີນພົບກັບຄວາມຫຍຸ້ງຍາກ, ປະຊາຊົນກໍາປູເຈຍ ແລະ ປະຊາຊົນຈີນ ແມ່ນຢູ່ຮ່ວມກັນຢ່າງເດັດດ່ຽວ, ຮ່ວມທຸກນໍາກັນ, ພ້ອມກັນຮັບມືກັບຄວາມຍຸ້ງຍາກໃນສະເພາະໜ້ານີ້, ແມ່ນ “ເພື່ອນມິດຖານສ່ຽວຮັກສ່ຽວແພງ” ຢ່າງແທ້ຈິງ. ຫວ່າງມໍ່ໆນີ້, ວົງການຕ່າງໆຂອງກໍາປູເຈຍໄດ້ສະແດງການສະໜັບສະໜູນປະເທດຈີນຕໍ່ຕ້ານໂລກລະບາດຢ່າງເດັດດ່ຽວໂດຍຜ່ານວິທີຕ່າງໆ. ພະບາດສົມເດັດພຣະບໍລົມມະນາດນະໂຣດົມ ສີຫະມຸນີ ແລະ ພະລາຊີນີໂມນີກ ໄດ້ກ່າວສະແດງຄວາມເສຍໃຈ ແລະ ການສະໜັບສະໜູນຕໍ່ປະເທດຈີນສະເພາະ, ປະເທດກໍາປູເຈຍຍັງໄດ້ບໍລິຈາກຜ້າອັດປາກການແພດ 1 ແສນອັນໃຫ້ແກ່ປະເທດຈີນອີກດ້ວຍ. ເຊິ່ງສະແດງໃຫ້ເຫັນເຖິງມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງຈີນ-ກໍາປູເຈຍ ທີ່ໝັ້ນຄົງຈົນບໍ່ສາມາດແຍກອອກຈາກກັນໄດ້, ເປັນການຢືນຢັນເຖິງຄວາມໝາຍແກນກາງຂອງຄູ່ຮ່ວມຊາຕາກໍາຈີນ-ກໍາປູເຈຍ ຄືຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ.

ທ່ານ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທໄດ້ສົ່ງສານສະແດງຄວາມເສຍໃຈກ່ຽວກັບສະພາບການເຊື້ອໄວຣັສໂຄວິດ 19 ອັກເສບປອດສາຍພັນໃໝ່ ມາຍັງ ທ່ານ ຫຼີເຄີ້ສຽງ ນາຍົກລັດຖະມົນຕີແຫ່ງປະເທດຈີນ. ຄະນະລັດຖະບານ, ການນໍາຂັ້ນສູງ ແລະ ສະມາຊິກສະພາຂອງປະເທດໄທຕ່າງໄດ້ສະໜັບສະໜູນປະຊາຊົນຈີນຍາດເອົາໄຊຊະນະໃນບັ້ນຮົບຕ້ານພະຍາດລະບາດຄັ້ງນີ້ ໂດຍຜ່ານວິທີຕ່າງໆເຊັ່ນໂທລະສັບ, ວິດີໂອສັ້ນ ເປັນຕົ້ນ. ເຈົ້າຊີວິດວາຊີລາລົງກອນພ້ອມກັບພະລາຊີນີ, ລັດຖະບານໄທ, ແລະ ປະຊາຊົນທຸກຂະແໜງການ ໄດ້ບໍລິຈາກວັດຖຸອຸປະກອນການແພດໃຫ້ແກ່ຝ່າຍຈີນ. ພຽງແຕ່ວັນທີ 1 ກຸມພາ ມື້ດຽວ, ປະເທດໄທກໍໄດ້ບໍລິຈາກວັດຖຸເຄື່ອງຂອງງວດໃຫຍ່ໃຫ້ແກ່ປະເທດຈີນຄື ຜັ້າອັດປາກ 1.21 ແສນອັນ, ຜ້າອັດປາກ N95 650 ຊຸດ, ເສື້ອປ້ອງກັນ 2000 ຊຸດ, ແວ່ນຕາປ້ອງກັນ 600 ອັນ, ຖົງມືອະນາໄມ 1.11 ແສນ ອັນ; ວັດຖຸເຄື່ອງຂອງທີ່ຂົນສົ່ງໄປປະເທດຈີນ ເຊິ່ງລວມມີ ຜ້າອັດປາກ, ເສື້ອປ້ອງກັນ ເປັນຕົ້ນ ທັງໝົດ 121 ແກັດ.

ທ່ານ ອູ ວິນໝິນ ປະທານາທິບໍດີມຽນມາກ່າວວ່າ, ເຄົາລົບ ແລະ ຍອມຮັບມາດຕະການປ້ອງກັນ ແລະ ຄວບຄຸມສະພາບການພະຍາດລະບາດຂອງຝ່າຍຈີນ, ສັນລະເສີນຄວາມສະດຸ້ງໄວໃນການຮັບມືກັບສະພາບການລະບາດພະຍາດຂອງຈີນ. ການຈັດຕັ້ງ, ສະມາຄົມ ແລະ ບຸກຄົນຂອງມຽນມາໄດ້ບໍລິຈາກເຄື່ອງໃຊ້ດ້ານການແພດຫຼາຍຢ່າງໃຫ້ປະເທດຈີນ ໂດຍຜ່ານດ່ານມູເຊະຕາມຊາຍແດນມຽນມາ-ຈີນ, ເພື່ອຊ່ວຍເຫຼືອປະເທດຈີນຕໍ່ຕ້ານພະຍາດລະບາດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍ້ອງຍໍຊົມເຊີຍລັດຖະບານຈີນທີ່ນໍາໃຊ້ມາດຕະການທີ່ “ທັນການ ແລະ ມີປະສິດທິຜົນ ”ເພື່ອຄວບຄຸມການລະບາດຂອງເຊື້ອໄວຣັສ, ທັງຕີລາຄາວ່າ ການຮ່ວມມື ແລະ ການຊົມໃຊ້ຂໍ້ມູນນໍາກັນທີ່ຂະຫຍາຍກວ້າງອອກ ກັບປະເທດຈີນນັ້ນ, ເຮັດໃຫ້ປະເທດລາວ ແລະ ປະເທດອື່ນໆໃນທົ່ວໂລກ ສາມາດປະຕິບັດມາດຕະການປ້ອງກັນເພື່ອສະກັດກັ້ນເຊື້ອໄວຣັສໄດ້ຢ່າງທັນການ. ສະພາການຄ້າຊາວຈີນຕ່າງດ້າວປະຈໍາ ສປປ ລາວ, ສະພາການຄ້າຈີນປະຈໍາ ສປປ ລາວ, ວິສາຫະກິດຈີນທີ່ລົງທຶນຢູ່ລາວ, ຊາວຈີນຕ່າງດ້າວຢູ່ລາວ, ແລະ ຄົນຈີນທີ່ໃຊ້ຊີວິດຢູ່ລາວ ພ້ອມກັນຕັ້ງໜ້າກະກຽມວັດຖຸເຄື່ອງຂອງ,ເຊິ່ງໄດ້ບໍລິຈາກວັດຖຸປ້ອງກັນພະຍາດລະບາດທີ່ມີມູນຄ່າຈໍານວນ 2 ລ້ານກວ່າຢວນຈີນ ໃຫ້ແກ່ຂົງເຂດທີ່ໄດ້ຮັບຜົນສະທ້ອນຈາກໂລກລະບາດຂອງປະເທດຈີນແລ້ວ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ກ່າວວ່າ, ເຊື່ອວ່າການນໍາຈີນຈະນໍາພາປະຊາຊົນຈີນຜ່ານຜ່າຄວາມຫຍຸ້ງຍາກ, ແລະ ຍາດເອົາໄຊຊະນະຈາກບັ້ນຮົບຕໍ່ຕ້ານພະຍາດລະບາດຄັ້ງນີ້ໄດ້. ຈົນຮອດວັນທີ 6 ກຸມພາ, ຫວຽດນາມໄດ້ບໍລິຈາກຜ້າອັດປາກໃຫ້ແກ່ປະເທດຈີນ ຫຼາຍກວ່າ 55000 ອັນແລ້ວ, ເພື່ອຕອບສະໜອງຄວາມຕ້ອງການໃນຕໍ່ໄປພາຍໜ້າ, ກະຊວງສາທາລະນະສຸກແຫ່ງປະເທດຫວຽດນາມຍັງເລັ່ງທວງໃຫ້ວິສາຫະກິດຂອງຂະແໜງການທີ່ກ່ຽວຂ້ອງເພີ່ມຄວາມໄວໃນການຜະລິດຜ້າອັດປາກ.

“ໄລຍະທາງພິສູດກໍາລັງແຮງຂອງມ້າ, ໄລຍະເວລາພິສູດຈິດໃຈຂອງຄົນ.” ສະພາບການພະຍາດລະບາດທີ່ປະເທດຈີນກໍາລັງປະສົບຢູ່ນີ້ເໝືອນດັ່ງແວ່ນແຍງໃບໜຶ່ງ, ເຮັດໃຫ້ພວກເຮົາແຮ່ງຈໍາແນກໄດ້ດີກວ່າວ່າ ໃຜແມ່ນເພື່ອນມິດທີ່ພວກເຮົາສາມາດໄວ້ໃຈໄດ້ ແລະ ຮ່ວມທຸກໄດ້. ພາຍໃຕ້ການໃຫ້ກໍາລັງໃຈ ແລະ ການຊ່ວຍເຫຼືອຂອງເພື່ອນມິດບັນດາປະເທດໃນໂລກທີ່ລວມທັງ 5 ປະເທດລ້ອງແມ່ນໍ້າຂອງ, ປະຊາຊົນຈີນຈະສາມາດເອົາຊະນະບັ້ນຮົບຕ້ານພະຍາດລະບາດນີ້ໃຫ້ໄດ້ໄວເທົ່າທີ່ຄວນຢ່າງແນ່ນອນ.

 

ໂດຍ ນ.ຈ້າວຊູ່ຫຼານ ນັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າອາຊີອາຄະເນສະຖາບັນວິທະຍາສາດສັງຄົມແຂວງຢຸນນານ