ທ່ານ​ສີ​ຈິ້ນ​ຜີງ​ໂອ້​ລົ​ມ​ກັນ​ທາງ​ໂທ​ລະ​ສັບ​ກັບ​ຜູ້​ນຳ​ຫຼາຍ​ປະ​ເທດ

2020-03-24 18:29:37 |ມາຈາກ: CRI

ຕາມ​ຂ່າວCRI:ຕອນ​ແລງ​ວັ​ນ​ທີ 23 ມີ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ໂບ​ຣິ​ສ ຈອນ​ຊັນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ທ່ານ​ເອ​ມາ​ນູ​ເອນ ມາ​ໂຄຼນ, ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງແລະ​ທ່ານ​ອັບ​ເດນ ຟາ​ດາ ອາ ສິ​ສ, ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ.

ໃນ​ເວ​ລ​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ໂບ​ຣິ​ສ ຈອນ​ຊົນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ, ທ່ານ​ສີ​ຈິ້ນ​ຜີງ​ໄດ້​​ຕອບ​ຄຳ​ຖາມ​ຂອງ​ຝ່າຍ​ອັງ​ກິດ​ໂດຍແນະ​ນຳ​ກ່ຽວ​ກັບ​ມາດ​ຕະ​ການ​ຂອງ​ຈີນ​ທີ່​ໃຊ້ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ໂຄວິດ-19, ແລະ​ກ່າວ​ວ່າ​ຈີນ​ຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​​ອັງ​ກິດ, ​ຫວັງ​ວ່າ​ອັງ​ກິດຈະປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ພາບ​ແລະ​ສິດ​ຜົນ​ປະ​ໂຫຍດຢ່າງ​ຊ​ອບດ້ວຍ​ກົດ​ໝາຍ​ຂອງ​ພົນ​ລະ​ເມືອງ​ຈີນ​ທີ່​ຢູ່​ອັງ​ກິດ​ໂດຍ​ສະ​ເພາະ​ແມ່ນ​ນັກ​ສຶກ​ສາ​ຈີນ​ທີ່​ຮຽນ​ຢູ່​ອັງ​ກິດ​ຢ່າງ​ແທ້​ຈິງ.

ທ່ານ​ໂບ​ຣິ​ສ ຈອນ​ຊັນ​ກ່າວ​ວ່າ, ​ລັດ​ຖະ​ບານ​ຈີນ​ແລະ​ປະ​ຊາ​ຊົນ​ຈີນໄດ້​ທູ່ມ​ເທ​ຄວາມ​ພະ​ຍາ​ຍາມ​ຢ່າງລຳ​ບາກ​ແລະມີ​ການ​ເສຍ​ສະ​ຫຼະຢ່າງ​ມະ​ຫາ​ສານ, ​ຈິ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຍິ່ງ​ໃຫຍ່ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໃນ​ຄັ້ງ​ນີ້. ອັງ​ກິດ​ຂອບ​ໃຈ​ຈີນ​ທີ່​ໄດ້​ໃຫ້ການ​ສະ​ໜັບ​ສະ​ໜູນ​ແລະ​​ຊ່ວຍ​ເຫຼືອ​ຢ່າງ​ມີ​ຄ່າ​ຕໍ່​ອັງ​ກິດ, ອັງ​ກິດຈະ​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ແລະ​ຄວາມ​ປອດ​ໄພ​ຂອງພົ​ນ​ລະ​ເມືອງ​ຈີນ​ຢູ່​ອັງ​ກິດກໍ່​ຄື​ນັກ​ສຶກ​ສາ​ຈີນ​ທີ່​ຮຽນ​ຢູ່​ອັງ​ກິດ.

ໃນ​ເວ​ລາ​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ເອ​ມາ​ນູ​ເອນ ມາ​ໂຄຼນ, ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ, ທ່​ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ຈີນ​ຍິນ​ດີ​ສືບ​ຕໍ່​​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​​ຝ​ຣັ່ງ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ. ທ່ານ​ເອມາ​ນູ​ເອນ ມາ​ໂຄຼນ​ໄດ້​ແນະ​ນຳ​ສະ​ພາບ​ພະ​ຍາດ​ພາຍ​ໃນ​ຝ​ຣັ່ງ​ແລະ​ມາດ​ຕະ​ການ​ທີ່​ກ່ຽວ​ຂ້ອງ​ທີ່ຝ​ຣັ່ງ​ໄດ້​​ປະ​ຕິ​ບັດ. ເຊິ່ງປະ​ມຸກ​ລັດ​ສອງ​ປະ​ເທດ​ຕົກ​ລົງ​ຮັກ​ສາ​ການ​ແລ​ກ​ປ່ຽນ​ຢ່າງ​ແໜ້ນ​ແຟ້ນ, ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ໃນ​ແຕ່​ລະ​ຂົງ​ເຂດ​ລະ​ຫວ່າງ​ສອງ​ຝ່າຍ, ຮັບ​ປະ​ກັນ​ໃຫ້​ການ​ພົວ​ພັນ​ລະ​ຫ່​ວາງ​ຈີນ-ຝ​ຣັ່ງ​ໄດ້​ຮັບ​ການ​ພັດ​ທະ​ນາ​ໄປ​ໜ້າ​ໃນ​ລະ​ດັບ​ສູງ​ຢ່າງ​ຕໍ່​ເນື່ອງ.

ໃນ​ເວ​ລາ​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​ກັບ​ທ່ານອັບ​ເດນ ຟາ​ດາ ອາ ສິ​ສ, ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ, ທ່ານ​ສີ​ຈິ້ນ​ຜີງ​​ຊີ້​ອອກວ່າ, ພາຍ​ຫຼັງ​ສະ​ພາບ​ພະ​ຍາດ​ໄດ້​ເກີດ​ຂຶ້ນ, ເອ​ຢິບ​ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ການ​ຕໍ່​ຕ້ານ​ພະ​ຍາດ​ຂອງ​ຈີນ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ຢ່າງ​ເລິກ​ເຊິ່ງ​ທີ່ທົນ​ຕໍ່​ຟ້າ​ຝົນ​ລົມ​ແດງ​ຮ່ວມ​ກັນ​ແລະການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ເອ​ຢິບ​ທີ່​ມີ​ລະ​ດັບ​ສູງ. ເອ​ຢິບ​ກໍ​ໄດ້​ພະ​ເຊີນ​ໜ້າ​ກັບ​ໜ້າ​ທີ່​ຮີບ​ດ່ວນ​ໃນ​ການ​ຕໍ່​ຕ້ານ​ພະ​ຍາດ​ໃນ​ປັດ​ຈຸ​ບັນ​ນີ້, ຈີນ​ຍິນ​ດີ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານກ່ຽວ​ກັບ​ພະ​ຍາດ, ບົດ​ຮຽນ​ຂອງ​ການ​ປ້ອງ​ກັນ​ຄວບ​ຄຸມ​ແລະ​ການ​ປິ່ນ​ປົວ​ພະ​ຍາດ, ຜົນ​ງານ​ການ​ຄົ້ນ​ຄວ້າ​ທາງ​ແພດ​ສາດ, ສະ​ໜອງວັດ​ຖຸ​ອຸ​ປະ​ກອນ​ດ້ານ​ການ​ແພດ, ເພື່ອສະ​ໜັບ​ສະ​ໜູນ​ຕໍ່​ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​​ພະ​ຍາດ​ຂອງ​ເອ​ຢິບ, ຮ່ວມ​ກັນ​ຕໍ່​ຕ້ານ​ກັບພະ​ຍາດ.

ທ່ານ ອັບ​ເດນ ຟາ​ດາ ອາ ສິ​ສກ່າວ​ວ່າ, ການ​ຕໍ່​ຕ້ານ​ພະ​ຍາດ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ, ເຊິ່ງໄດ້​ຢືນ​ຢັນ​ອີກ​ເທື່ອ​ໃໝ່​ວ່າ​ການ​ນຳ​ພາ​ຢ່າງສະ​ຫຼາດ​ສ່ອງ​ໃສຂອງທ່ານ​ປະ​ທານ​ແມ່​ມີຄວາມ​ເຂັ້ມ​ແຂງທີ່​ສຸດ, ປະ​ຊາ​ຊົ​ນ​ຈີນ​ມີ​ຄວາມ​ສາ​ມັກ​ຄີ​ກັນ​ແລະມີ​ຄວາມ​ຍິ່ງ​ໃຫຍ່. ເອ​ຢິບ​ກັບ​ຈີນ​ແມ່ນ​ຄູ່​ຮ່ວມ​​ຢ່າງ​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບເປັນ​ພິ​ເສດ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ເອ​ຢິບ-ຈີນ, ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ຊຸກ​ຍູ້​ການ​ຮ່ວມ​ມືແທ້​ຈິງ​ທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ກັນ​​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ, ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ແລະ​ການ​ປະ​ສານ​ງານ​ກັນ​ໃນ​ວຽກ​ງານ​ສາ​ກົນ.