ເຕົ້າໂຮມກຳລັງສາກົນເພື່ອຕໍ່ຕ້ານກັບ "ພະຍາດໂຄວິດ-19"

2020-03-25 10:01:05 |ມາຈາກ: ໜັ້ງສືພິມການຄຸ້ມຄອງຄົນເຂົ້າອອກເມືອງຈີນ

ເຫັນຄວາມຈິງໃຈໃນເວລາພົບກັນກັບຄວາມຫຍຸ້ງຍາກ, ການຕໍ່ຕ້ານກັບ ພະຍາດໂຄວິດ-19ບໍ່ຈຳແນກປະເທດຕ່າງໆ. ຕອນເຊົ້າວັນທີ 8 ມີນານີ້, ກອງບັນຊາການຄຸ້ມຄອງຊາຍແດນ ພູເອີ ໄດ້ຮັບໜ້າກາກທາງການແພດ 10.000 ອັນທີ່ບໍລິຈາກໂດຍກອງບັນຊາການປ້ອງກັນຊາຍແດນແຂວງດ້ຽນບຽນຝູຫວຽດນາມຢູ່ທີ່ຊາຍແດນຈີນ - ຫວຽດນາມ. ນີ້ພຽງແຕ່ແມ່ນສິ່ງທີ່ຈຸນລະພາກແຫ່ງການລົງເລິກການແລກປ່ຽນແລະການຮ່ວມມືກັບບັນດາປະເທດຂອງດ່ານໃຫຍ່ກວດກາຄົນເຂົ້າອອກເມືອງແຂວງຢຸນນານ ເພື່ອຊ່ວຍປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19ດັ່ງກ່າວ.

ນັບຕັ້ງແຕ່ການແຜ່ລະບາດຂອງພະຍາດໂຄວິດ-19, ດ່ານໃຫຍ່ດັ່ງກ່າວໄດ້ໃຫ້ຄວາມສາມາດຢ່າງເຕັມທີ່ຂອງຕົນ ຊຸກຍູ້ການແລກປ່ຽນແລະການຮ່ວມມືກັບບັນດາອົງການປະຕິບັດກົດໝາຍຄື ປະເທດຫວຽດນາມ, ລາວ, ມຽນມາແລະໄທ ເພື່ອເຕົ້າໂຮມກຳລັງສາກົນຕໍ່ຕ້ານກັບ“ພະຍາດໂຄວິດ-19”. ດ່ານໃຫຍ່ດັ່ງກ່າວທຸກຂັ້ນໄດ້ຕິດຕໍ່ກັບບັນດາອົງການປະຕິບັດກົດໝາຍຂອງຫວຽດນາມ ລາວ ມຽນມາ ໄທແລະປະເທດອື່ນໆໄດ້ 318 ຄັ້ງ,ບັນດາອົງການຂອງຕ່າງປະເທດ ໄດ້ສົ່ງສານຈົດຫມາຍ ເພື່ອສະແດງສະໜັບສະໜູນຕໍ່ການວຽກງານປ້ອງກັນແລະຄວບຄຸມພະຍາດໂຄວິດ-19ຂອງຈີນ. ມີດ່ານຊາຍແດນ 11 ແຫ່ງລະຫວ່າງຈີນ - ຫວຽດນາມ, ຈີນ - ລາວ,ຈີນ - ມຽນມາໄດ້ເລີ່ມຕົ້ນສັນຈອນຄືນເກົ່າ, ມີດ່ານຊາຍແດນ 16 ແຫ່ງ ແມ່ນອະນຸຍາດໃຫ້ຜ່ານຫຼັງຈາກປະຕິບັດມາດຕະການຕິດຕາມອຸນຫະພູມ ແລະ ມີດ່ານຊາຍແດນ 21 ແຫ່ງ ໄດ້ສະແດງຄວາມເຊື່ອໝັ້ນຢ່າງເຕັມທີ່ຕໍ່ຄວາມປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19ຂອງຈີນ ບໍ່ໄດ້ນໍາໄຊ້ວິທີມາດຕະການຢ່າງເຄັ່ງຄັດເພື່ອຄວບຄຸມຄົນເຂົ້າ-ອອກເມືອງ. ການເຂົ້າ-ອອກເມືອງ ແລະ ການຄ້າຂາຍຂາມຊາຍແດນ ຢູ່ບັນດາດ່ານແຂວງຢຸນນານໄດ້ຮັບການຟື້ນຟູເປັນເທື່ອລະກ້າວ, ຜົນກະທົບທາງດ້ານເສດຖະກິດສັງຄົມເຊິ່ງມາຈາກການແຜ່ລະບາດພະຍາດໂຄວິດ-19ມີການຫຼຸດຜ່ອນເປັນຢ່າງດີ.

ພາສາຈີນມີບົດກະວີເວົ້າວ່າ ເຖິງວ່າສອງສ່ຽວຢູ່ສະຖານທີ່ແຕກຕ່າງກັນ, ແຕ່ສອງສະຖານທີ່ກໍ່ມີເມກແລະຝົນຄ້າຍຄືກັນ ດວງຈັນກໍ່ບໍ່ແບ່ງແຍກ. ໃນໄລຍະການປ້ອງກັນແລະຄວບຄຸມການແຜ່ລະບາດພະຍາດໂຄວິດ-19, ດ່ານໃຫຍ່ດັ່ງກ່າວທຸກຂັນໄດ້ຕິດຕໍ່ພົວພັນຢູ່ສະເໝີ ກັບບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດໃກ້ຄຽງ, ແລກປ່ຽນຂໍ້ມູນຢ່າງທັນການ, ສະແດງຄວາມຕັດສິນໃຈຢ່າງເດັດຂາດຂອງຈີນໃນການຕໍ່ຕ້ານກັບພະຍາດ, ແລະມີທັດສະນະທີ່ມີຄວາມຮັບຜິດຊອບສູງໃນການຄວບຄຸມການແຜ່ລະບາດສູ່ໂລກ. ບັນດາອົງການປະຕິບັດກົດໝາຍຂອງຫວຽດນາມ ລາວ ມຽນມາ ໄທແລະປະເທດອື່ນໆໄດ້ໃຫ້ການສະໜັບສະໜູນເປັນຕົວຈິງຕໍ່ຝ່າຍຈີນ, ເຕົ້າໂຮມກຳລັງ ແລະ ຄວາມພະຍາຍາມເພື່ອຮ່ວມກັນຕໍ່ຕ້ານກັບ "ພະຍາດໂຄວິດ-19".

ວັນທີ 29 ມັງກອນ, ໜ້າກາກ 40.000 ອັນຈາກແຂວງລາວກາຍ ແລະ ແຂວງເຢນປາຍ ຂອງຫວຽດນາມໄດ້ເຂົ້າມາຈາກດ່ານເຂົ້າອອກເມືອງເຫີເຂົາ ແລ້ວສົ່ງໄປເມືອງອຸຫານ, ວັນທີ 25 ກຸມພາ, ວັດຖຸຕ້ານການພະຍາດທີ່ກອງປ້ອງກັນປະເທດມຽນມາຊ່ວຍເຫຼືອຈີນ ຈຳນວນ 270.000 ຊຸດໄດ້ສົ່ງໄປຮອດດ່ານເຂົ້າອອກເມືອງຄຸນໝິງ ແລ້ວສົ່ງໄປເມືອງອຸຫານ, ວັນທີ 5 ມີນາ, ເຂົ້າສານ 200 ໂຕນທີ່ລັດຖະບານປະເທດມຽນມາມອບໃຫ້ເມືອງອຸຫານ ໄດ້ເຂົ້າມາຈາກດ່ານເຂົ້າອອກເມືອງຢວາຍລີ ແລ້ວສົ່ງໄປເມືອງອຸຫານ ...ຈົນຮອດປັດຈຸບັນ ດ່ານໃຫຍ່ດັ່ງກ່າວໄດ້ເປີດ ເສັ້ນທາງສີຂຽວ 377 ຄັ້ງ, ຮັບປະກັນການນໍາເຂົ້າເມືອງວັດຖຸຕ້ານການພະຍາດ ທັງໝົດ 1,98 ລ້ານຊຸດ.

ວັດຖຸຕ້ານການພະຍາດຫຼາຍຊຸດໄດ້ຖືກສົ່ງໄປບ່ອນທີ່ມີຄວາມຕ້ອງການທີ່ສຸດໂຕຍຜ່ານດ່ານເຂົ້າອອກເມືອງທາງບົກແລະທາງອາກາດ.

ໃນດ້ານໜ້າວັດຖຸອຸປະກອນຊ່ວຍເຫຼືອ ມີຄໍາອວຍພອນຂຽນເປັນພາສາຈີນ ຫວຽດນາມ ລາວແລະມຽນມາ ຄື ບ້ອມດ່ານອ້າຍນ້ອງຮ່ວມກັນຕໍ່ຕ້ານກັບພະຍາດ ຈີນແລະມຽນມາຮ່ວມກັນຕໍ່ຕ້ານກັບກັບພະຍາດ. ໃນກຸ່ມWeChat ສາມປະເທດສິບຈຸດດ່ານເຊິ່ງມີເຈົ້າໜ້າທີ່ຂອງປະເທດຈີນ ລາວແລະໄທເປັນສະມາຊິກ ຈະໄດ້ເຫັນເພື່ອນຮ່ວມງານຝ່າຍຕ່າງປະເທດສົ່ງຄໍາອວຍພອນສູ່ຝ່າຍຈີນ, ຄໍາອວຍພອນດັ່ງກ່າວຂອງເພື່ອນເຮັດໃຫ້ພວກເຮົາຮູ້ສຶກວ່າມີກໍາລັງໃຈ.

ເພື່ອປະຕິບັດປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ຊາຍແດນ ແລະ ອໍານວຍຄວາມສະດວກໃຫ້ແກ່ການຟື້ນຟູການເຂົ້າການແລະການຜະລິດ. ດ່ານໃຫຍ່ດັ່ງກ່າວຮ່ວມມືກັບອົງການປະຕິບັດກົດໝາຍຕ່າງປະເທດດຳເນີນການປະຕິບັດກົດໝາຍເພື່ອເພີ່ມທະວີການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດ ແລະ ປິດທາງນ້ອຍຊາຍແດນ ປາບປາມການເຄື່ອນໄຫວຜິດກົດໝາຍ ຂ້າມຊາດຢ່າງຮຸນແຮງ. ພ້ອມດຽວກັນນັ້ນ, ອີງຕາມມາດຕະການທີ່ກ່ຽວຂ້ອງທີ່ເພື່ອຊ່ວຍເຫຼືອການປ້ອງກັນແລະຄວບຄຸມການແຜ່ລະບາດພະຍາດ ແລະ ເພື່ອຮັບໃຊ້ເສດຖະກິດແລະຊີວິດການເປັນຢູ່ຂອງປະຊາຊົນທີ່ອອກໃຫ້ໂດຍກອງຄຸ້ມຄອງຄົນເຂົ້າອອກເມືອງແຫ່ງລັດ, ດ່ານໃຫຍ່ດັ່ງກ່າວໄດ້ຈັດຕັ້ງໜ່ວຍງານສະເພາະເພື່ອອໍານວຍຄວາມສະດວກແກ່ການຟື້ນຟູການເຂົ້າການແລະການຜະລິດ ເພື່ອຊ່ວຍເຫຼືອໃຫ້ຝ່າຍມີຄວາມຕ້ອງການ.

ນັກຂ່າວ ເຊ້ລີຊີນ ຢາງຈາລີນ ຕາມຂ່າວຈາກໜັ້ງສືພິມການຄຸ້ມຄອງຄົນເຂົ້າອອກເມືອງຈີນ