ຂ້ອຍຂາຍດອກໄມ້ສົດ ທີ່ປະເທດລາວ

2020-03-25 17:18:19 |ມາຈາກ: 澜湄趴

ການທ່ອງທ່ຽວຄັ້ງໜຶ່ງໃນ 10 ກວ່າປີກ່ອນນີ້ ໄດ້ປ່ຽນແປງວິຖີຊີວິດຂອງທ່ານ ເສີນຈື້ກົວ(Chen zhiguo).

ທ່ານ ເສີນຈື້ກົວ ເປັນຄົນນະຄອນເສິງຕູ່ແຂວງເຊສວນ, ໃນ 10 ກວ່າປີກ່ອນນີ້ ລາວໄດ້ມາທ່ຽວນະຄອນຄຸນໝິງ ແລະ ໄດ້ໄປຍ່າງເລາະຕະຫຼາດຂາຍດອກໄມ້ໂຕວນານ. "ເມື່ອໄປຍ່າງເລາະຕະຫຼາດໂຕວນານ ຮູ້ສຶກວ່າເປັນໜ້າປະທັບໃຈຫຼາຍ, ຂ້ອຍບໍ່ເຄີຍໄດ້ເຫັນຕະຫຼາດຂາຍດອກໄມ້ທີ່ມີຂະໜາດໃຫຍ່ປານນີ້ ຟົດຟື້ນປານນີ້ຈັກເທື່ອ. ນອກຈາກນີ້, ລາຄາດອກໄມ້ຖືກຈົນຂ້ອຍຕົກໃຈ ແລະ ບໍ່ກ້າເຊື່ອເລີຍ."

ຄວາມປະທັບໃຈອັນຍິ່ງໃຫຍ່ຂອງຕະຫຼາດຂາຍດອກໄມ້ໂຕວນານ ໄດ້ຝັງຢູ່ໃນໃຈຂອງ ທ່ານ ເສີນຈື້ກົວ ຢ່າງເລິ່ກເຊິ່ງຕະຫຼອດມາ, ຕໍ່ມາ, ຄົນທີ່ມັກທ່ຽວ ຄືລາວນີ້ ກໍໄດ້ມາເຖິງປະເທດລາວ, ຊີວິດການເປັນຢູ່ທີ່ງຽບສະຫງົບ ແລະເຕັມໄປດ້ວຍ "ຄວາມສຸກສັນຕິທາງພຸດທະສາສະໜາ"ຢູ່ທີ່ນີ້ ກໍໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ລາວຄືກັນ. "ໃນໄລຍະທີ່ທ່ຽວຢູ່ລາວ, ຂ້ອຍໄປທັດສະນະສຶກສາຕະຫຼາດດອກໄມ້ຂອງປະເທດລາວ ແລະ ສັງເກດເຫັນວ່າ ມັນຍັງມີບ່ອນຫວ່າງໃຫ້ພັດທະນາຫຼວງຫຼາຍຢູ່." ໃນປີ 2009, ທ່ານ ເສີນຈື້ກົວ ໄດ້ຕັດສິນໃຈຢ່າງກ້າຫານຄືລາອອກຈາກວຽກງານຂອງບໍລິສັດຂົນສົ່ງໄປສະນີປະເທດຈີນແລະ ຜັນຕົວເຂົ້າສູ່ຕະຫຼາດຂາຍດອກໄມ້. "ຂ້ອຍຢາກຊອກຫາຈຸດເຊື່ອມຕໍ່ຈຸດໜຶ່ງລະຫວ່າງຕະຫຼາດດອກໄມ້ຢຸນນານ ກັບ ຕະຫຼາດດອກໄມ້ລາວ, ເພາະສະນັ້ນ ຈິ່ງເກີດມີ ຮ້ານຂາຍດອກໄມ້ສົດຮັກແທ້ຈິງໃຈລາວ ນີ້ອອກມາ."

ໄລຍະເລີ່ມສ້າງທຸລະກິດໃໝ່, ທ່ານ ເສີນຈື້ກົວ ໄດ້ພົບພໍ້ຄວາມຫຍຸ້ງຍາກບໍ່ໜ້ອຍ. "ຂັ້ນຕອນຂາຍສົ່ງດອກໄມ້ສົດຈາກນະຄອນຄຸນໝິງປະເທດຈີນມາເຖິງປະເທດລາວເປັນຂັ້ນຕອນໜຶ່ງທີ່ສັບສົນ, ຖ້າເຮັດລຳພັງພຽງຄົນດຽວແມ່ນບໍ່ສາມາດສຳເລັດໄດ້." ໂດຍຜ່ານການງົມໆທາວໆ ລາວຈິ່ງລຶ້ງເຄີຍກັບທຸກຂັ້ນຕອນ ນັບແຕ່ການເລືອກຊື້ດອກໄມ້ຈົນເຖິງການຂົນສົ່ງ, ທັງອີງໃສ່ການເຮັດທຸລະກິດທີ່ຈິງໃຈສັດຊື່ ລາວກໍຊອກໄດ້ຄູ່ຮ່ວມມືທີ່ໄວ້ວ່າງໃຈ ແລະ ເໝາະສົມ.

ທ່ານ ເສີນຈື້ກົວ ມີ "ຄົນເລືອກຊື້ດອກໄມ້ສະເພາະ" ທີ່ຕະຫຼາດຂາຍດອກໄມ້ໂຕວນານນະຄອນຄຸນໝິງ, ຄົນນີ້ສາມາດສະໜອງການບໍລິການໃນການ ເລືອກດອກໄມ້ ປຽບທຽບລາຄາດອກໄມ້ ຊື້ດອກໄມ້ ຂົນສົ່ງດອກໄມ້ ໃຫ້ລາວ. "ເນື່ອງຈາກວ່າ 'ຄົນເລືອກຊື້ດອກໄມ້' ສາມາດຕິດຕໍ່ກັບຄົນປູກດອກໄມ້ໂດຍກົງ, ຊຶ່ງໄດ້ຫຼຸດຂັ້ນຕອນທີ່ຕ້ອງຊື້ດອກໄມ້ກັບພໍ່ຄ້າມືສອງ ເຮັດໃຫ້ລາຄາດອກໄມ້ທີ່ຮ້ານຂາຍດອກໄມ້ຂອງຂ້ອຍ ແມ່ນຖືກວ່າຮ້ານອື່ນ." ໂດຍການແນະນຳ ຂອງທ່ານ ເສີນຈື້ກົວ ວ່າ, ດອກໄມ້ຂອງຮ້ານລາວ ບໍ່ພຽງແຕ່ລາຄາຖືກເທົ່ານັ້ນ, ຍັງສາມາດຂົນສົ່ງໂດຍທາງບົກອີກດ້ວຍ, ໂດຍຜ່ານການຂົນສົ່ງດ້ວຍລະບົບຮັກສາຄວາມເຢັນ(ໂສ້ເຢັນ,Cold Chain), ດອກໄມ້ໄດ້ອອກເດີນທາງຈາກຄຸນໝິງແຕ່ຕອນເຊົ້າ, ຮອດນະຄອນຫຼວງວຽງຈັນໃນຕອນແລງ, ສະນັ້ນ ການຮັກສາຄວາມສົດຂອງດອກໄມ້ກໍຍັງໄດ້ດີ.

"ໃນປັດຈຸບັນ, ການຂົນສົ່ງແບບຮັກສາຄວາມເຢັນ ຍັງມີຂໍ້ຈຳກັດບາງຢ່າງຢູ່, ຕົວຢ່າງວ່າປະລິມານຂອງການຂົນສົ່ງບໍ່ຫຼາຍ, ຜົນກະທົບດ້ານເວລາ ແລະອຸນຫະພູມ ແລະອື່ນໆ, ຖ້າຫຼັງຈາກເສັ້ນທາງລົດໄຟລາວ-ຈີນເປີດນຳໃຊ້ແລ້ວ, ເຊື່ອວ່າບັນຫາເຫຼົ່ານີ້ຈະສາມາດແກ້ໄຂໄປໄດ້ໝົດ." ທ່ານ ເສີນຈື້ກົວ ເອົາໃຈໃສ່ຕໍ່ສະພາບການກໍ່ສ້າງເສັ້ນທາງລົດໄຟຈີນ-ລາວເປັນຢ່າງສູງ, ລາວເຫັນວ່າ ການເປີດນຳໃຊ້ຂອງເສັ້ນທາງລົດໄຟ ຈະກາຍເປັນ ໂອກາດໃນການຂະຫຍາຍທຸລະກິດ.

ການນຳເຂົ້າສິນຄ້າແຕ່ລະເທື່ອ, ທ່ານ ເສີນຈື້ກົວ ທັງເອົາໃຈໃສ່ຕິດຕໍ່ຂັ້ນຕອນແຕ່ລະຂັ້ນ ແລະ ຫຼັງຈາກສິນຄ້າດອກໄມ້ຂົນສົ່ງມາເຖິງຮ້ານແລ້ວຈິ່ງວ່າງໃຈໄດ້. "ເຖິງແມ່ນວ່າເມື່ອຍກໍຕາມ, ແຕ່ເມື່ອເບິ່ງເຫັນຄວາມຍິ້ມແຍ້ມຂອງລູກຄ້າເມື່ອເຂົາເຈົ້າເລືອກຊື້ດອກໄມ້, ກໍຮູ້ສຶກວ່າຄຸ້ມຄ່າແລ້ວ." ທ່ານ ເສີນຈື້ກົວ ກ່າວວ່າ. ນາງໂຈ່ວ ທີ່ເຮັດວຽກຢູ່ນະຄອນຫຼວງວຽງຈັນເປັນລູກຄ້າປະຈຳຂອງຮ້ານຂາຍດອກໄມ້ສົດຮັກແທ້ຈິງໃຈ, "ຂ້ອຍຊື້ດອກໄມ້ຢູ່ຮ້ານນີ້ເປັນເວລານານມາແລ້ວ, ພໍ່ຄ້າເປັນຄົນໃຈດີ, ສິນຄ້າຂອງລາວລາຄາກໍຖືກໃດ໋."

ນອກຈາກຂາຍຍ່ອຍແລ້ວ, ທ່ານ ເສີນຈື້ກົວ ຍັງສະໜອງດອກໄມ້ໃຫ້ແກ່ບໍລິສັດຈີນທີ່ຕັ້ງຢູ່ນະຄອນຫຼວງວຽງຈັນປະເທດລາວ. "ເມື່ອວັນຄວາມຮັກຕາມປະເພນີປະເທດຕາເວັນຕົກໝູນວຽນມາເຖິງ, ງານແຕ່ງດອງຂອງຄົນລາວ ຫຼື ບໍລິສັດຈີນເປີດວິສາຫະກິດ, ເປັນໄລຍະທີ່ທຸລະກິດດຳເນີນດີທີ່ສຸດ." ທ່ານ ເສີນຈື້ກົວ ກ່າວວ່າ, "ຂ້ອຍເຮັດທຸລະກິດດອກໄມ້ທີ່ປະເທດລາວ ຕັ້ງແຕ່ປີ 2009, ມາເຖິງປັດຈຸບັນ 10 ປີຜ່ານໄປແລ້ວ, ຂ້ອຍເອງກໍໄດ້ກາຍເປັນໜຶ່ງໃນສ່ວນຂອງຕະຫຼາດຂາຍດອກໄມ້ສົດຂອງປະເທດລາວແລ້ວ."