ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ອຸ​ປະ​ກອນ​ການ​ແພດ​ແກ່​ລາວ​ໃນ​ການ​ປ້ອງ​ກັນ​ແລະ​ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19

2020-03-26 17:46:48 |ມາຈາກ: CRI

ວັນ​ທີ 26 ມີນານີ້ ສະ​ຖານ​ທູດ​ ສ​ປ ຈີນ​ປະ​ຈຳ ສ​ປ​ປ ລາວ​ໄດ້​ເຜີຍ​ໃຫ້​ຮູ່​ວາ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ລັດ​ຖະ​ບານ​ຈີນ​ໄດ້​ສະ​ໜອງ​ຢາ​ກວດ​ເຊື້ອ​ໄວ​ຣັດຈຳ​ນວນ 2016 ຊຸດ​ໃຫ​ແກ່​ລາວ​ແລ້ວ, ນອກ​ນັ້ນ ຊຸດ​ປ້ອງ​ກັນ 5000 ຊຸດ, ຜ້າ​ປິດ​ປາກ​ລຸ້ນ N95 ແລະ​ຜ້າ​ປິດ​ປາກ​ການ​ແພດ​ທຳ​ມະ​ດາຈຳ​ນວນ 4 ແສນອັນ ພ້ອມ​ກັບ​ຢາ​ກວດ​ເຊື້ອ​ໄວ​ຣັດ 2 ໝື່ນ​ຊຸດ​ທີ່​ບໍ​ລິ​ຈາກ​ໂດຍ​ມູນ​ນິ​ທິດແຈກ​ມາ ກຳ​ລັງ​ສົ່ງ​ໄປ​ໃຫ້​ລາວ. ຕໍ່​ໄປ, ລັດ​ຖະ​ບານ​ຈີນ​ຍັງ​ຈະ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ຂອງ​ລາວ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ແລ້ວ​ໃຫ້​ການ​ຊ່ວຍ​ເຫຼືອ​ທີ່​ສົມ​ຄູ່​ກັນ.

ໃນ​ຂະ​ນະ​ດຽວ​ກັນ​ນີ້, ອົງ​ການ​ປົກ​ຄອງ​ທ້ອງ​ຖີ່ນ​ຕ່າງໆ​ຂອງ​ຈີນ​ເຊັ່ນ ແຂວງ ​ຢຸ​ນນານ, ຫູ​ໜານ, ນະ​ຄອນ​ຈຸ່ງ​ກິ່ງ, ແຂວງ​ຊານ​ຕົງ ແລະ​ນະ​ຄອນ​ຊຽງ​ໄຮ້​ເປັນ​ຕົ້ນ​ພ້ອມ​ກັບ​ສະ​ມາ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ​ອາ​ຊີ​ຈີນ, ສະ​ຫະ​ພັນ​ນັກ​ວິ​ສາ​ຫະ​ກິດ​ຈີນ​ແລະ​ຕ່າງ​ປະ​ເທດ, ທະ​ນາ​ຄານ ICBC ສາ​ຂາ​ນະ​ຄອນ​ຫຼວງວຽງ​ຈັນ ກໍ່​ຄື​ອົງ​ການ​ຈັດ​ຕັ້ງ​ຕ່າງໆ, ພ້ອມ​ກັບ​ຊາວ​ຈີນ​ທີ່​ຢູ່​ລາວ​ກໍ່​ຄື ຄະ​ນະ​ຊາວ​ຈີນ​ຕ່າງ​ດ້າວ​ກໍ່​ໄດ້​ຕັ້ງ​ໜ້າ​ໃຫ້​ການ​ຊ່ວຍ​ເຫຼືອ​ແລະ​ບໍ​ລິ​ຈາກ, ເຊິ່ງ​ອຸ​ປະ​ກອນ​ເຫຼົ່າ​ນີ້ ມີ​ສ່ວນ​ໜຶ່ງ​ໄດ້​ຖືກ​ສົ່ງ​ໄປ​ຮອດ​ລາວ​ແລ້ວ, ທີ່​ເຫຼືອ​ນັ້ນ​ກໍ່​ພວມ​ຫ້າງ​ຫາ​ກະ​ກຽມ​ຢູ່.

ໃນ​ນາມ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ, ພັກ​ລັດ​ ກໍ່​ຄື​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ລາວ​ທີ່​ກຳ​ລັງ​ປະ​ສົບ​ການ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19, ແລະ​ຍິນ​ດີຮ່ວມ​ຈິດ​ຮ່ວມ​ແຮງ​ກັບ​​ກັບ​ຝ່າຍລາວ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປະ​ຈຸ​ບັນ.