ປະ​ທານ​ປະ​ເທດ​ຈີນ​ໂທ​ລະ​ສັບ​ລົມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ

2020-03-26 17:48:30 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 25 ມີ​ນານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ນາງອັນ​ເກ​ລາ ໂດ​ໂຣ​ເຊຍ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ.

ທ່ານ​ສີ​ຈິ້ນ​ຜິງເນັ້ນ​ວ່າ: ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ເຢຍ​ລະ​ມັນ​ຕໍ່​ຕ້ານ​ກັບ​ພະ​ຍາດ, ຍິນ​ດີ​ສືບ​ຕໍ່​ໃຫ້​ຄວາມ​ຊ່ວຍ​ເຫຼືອຕາມ​ຄວາມ​ສາ​ມາດ​ຂອງ​ຕົນ. ຜູ້​ຊ່ຽວ​ຊານ​ຂອງ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ກັນ​ອອນ​ລາຍ, ຈີນ​ຍິນ​ດີ​ແບ່ງ​ປັນ​ບົດ​ຮຽນ​ດ້ານ​ການ​ປ້ອງ​ກັນ ການຄວບ​ຄຸມ​ແລະການ​ປິ່ນ​ປົວໃຫ້​ເຢຍ​ລະ​ມັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ວັກ​ແຊນ​ແລະ​ຢາ​ຕ້າ​ນ​ພະ​ຍາດ, ປະ​ກອ​ບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ແລະ​ຄວາມ​ປ​ອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ.

ທ່ານ​ນາງ​ເມີ​ເຄວ​ກ່າວ​ວ່າ: ປະ​ຈຸ​ບັນ, ສະ​ພາບ​ພະ​ຍາດ​ຢູ່​ເອີ​ຣົບ​ຂ້ຽວ​ຂາດ​ຫຼາຍ, ເຢຍ​ລະ​ມັນ​ກຳ​ລັງ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຢ່າງ​ເດັດ​ຂາດ ແລະ​ຂອບ​ໃຈ​ນຳ​ຈີນ​ທີ່​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ​ແລະ​ລ້ຳ​ຄ່າ, ຫວັງ​ວ່າ​ຈະ​ດຳ​ເນີນ​ກາ​ນ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​ວັກ​ແຊນ​ແລະ​ຢາ​ຕ້າ​ນ​ພະ​ຍາດ, ສ້າງ​ແບບ​ຢ່າງ​ທີ່​ດີ​ໃນການ​ສາ​ມັກ​ຄີ​ກັນ​ຕ້ານ​ພະ​ຍາດ. ເຢຍ​ລະ​ມັນ​ຫວັງ​ວ່າ, ຫຼັງ​ຈາກ​ພະ​ຍາດ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ຈະ​ສືບ​ຕໍ່​ຊຸກ​ຍູ້​ການໄປ​ມາ​ຫາ​ສູ່​ກັນ​ແລະ​ຮ່ວມ​ມືທີ່​ສຳ​ຄັນ​ລະ​ຫວ່າງ​ເຢຍ​ລະ​ມັນ-ຈີນ ແລະ ເອີ​ຣົບ-ຈີນ.