ແຈ້ງ​ການ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດແລະກົມ​ຄຸ້ມ​ຄອງ​ຊາວ​ຍົກ​ຍ້າຍ​ແຫ່ງ​ຊາດ​ ສ​ປ ຈີນ ກ່ຽວ​ກັບ​ການ​ບໍ່​ໃຫ້​ຊາວ​ຕ່າງ​ປະ​ເທດ​ທີ່​ຖື​ວິຊາ​ຈີນ​ພາຍ​ໃນ​ອາ​ຍຸ​ນຳ​ໃຊ້ແລະ​ໃບ​ອະ​ນຸ​ຍາດພັກເຊົາຢູ່​ຈີນເຂົ້າ​ເມືອງ​ເປັນ​ຊົ່ວ​ຄາວ

2020-03-27 16:20:40 |ມາຈາກ: CRI

ວັນ​ທີ 26 ມີ​ນານີ້, ກະ​ຊວງ​ການ​ຕ່າງ​ປະ​ເທດແລະກົມ​ຄຸ້ມ​ຄອງ​ຊາວ​ຍົກ​ຍ້າຍ​ແຫ່ງ​ຊາດ​ ສ​ປ ຈີນໄດ້​ປະ​ກາດ​ແຈ້ງ​ການ​ກ່ຽວ​ກັບການ​ບໍ່​ໃຫ້​ຊາວ​ຕ່າງ​ປະ​ເທດ​ທີ່​ຖື​ວິຊາ​ຈີນ​ພາຍ​ໃນ​ອາ​ຍຸ​ນຳ​ໃຊ້ແລະ​ໃບ​ອະ​ນຸ​ຍາດພັກເຊົາ​ຢູ່​ຈີນເຂົ້າ​ເມືອງ​ເປັນ​ຊົ່ວ​ຄາວ. ແຈ້ງ​ການດັ່ງ​ກ່າວ​ລະ​ບຸ​ໄວ້​ວ່າ, ຈີນ​ຕົກ​ລົງ​ນັບ​ແຕ່​ເວ​ລາ 0 ໂມງວັນ​ທີ 28 ມີ​ນານີ້​ເປັນ​ຕົ້ນ​ໄປ, ຢຸດ​ຕິ​ການ​ອະ​ນຸ​ຍາດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ທີ່​ຖື​ວິ​ຊາ​ເຂົ້າ​ເມືອງ​ຈີນ​ພາຍ​ໃນ​ອາ​ຍຸ​ນຳ​ໃຊ້​ແລະ​ໃບ​ອະ​ນຸ​ຍາດພັກ​ເຊົາ​ຢູ່​ຈີນເຂົ້າ​ເມືອງ​ເປັນ​ຊົ່ວ​ຄາວ. ຢຸດ​ຕິ​ການ​ອະ​ນຸ​ຍາດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ທີ່​ຖື​ບັດການ​ທ່ອງ​ທ່ຽວ​ທຸ​ລະ​ກິດ APEC ເຂົ້າ​ເມືອງ​ເປັນ​ຊົ່ວ​ຄາວ. ຢຸດ​ຕິ​ນະ​ໂຍ​ບາຍ​ຕ່າງ​ໆ​ເຊັ່ນ ວິ​ຊາ​ກັບ​ດ່ານ ການປອດ​ວິ​ຊາ​ຜ່ານ​ແດນພາຍ​ໃນເວ​ລາ 24/72/144 ຊົ່ວ​ໂມງ ການ​ປອດ​ວິ​ຊາ​ເຂົ້າ​ເມືອງ​ຂອງ​ແຂວງ​ໄຫ​ຫຼຳ ການ​ປອດ​ວິ​ຊາສຳ​ລັບ​ກຳ​ປັ່ນ​ທ່ອງ​ທ່ຽວຈອດ​ຢູ່​ຊຽງ​ໄຮ້ ການ​ປອດ​ວິ​ຊາ​ພາຍ​ໃນ 144 ຊົ່ວ​ໂມງ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດທີ່​ຢູ່​ເຂດ​ຮົງ​ກົງ​ແລະ​ມາ​ກາວ​ເຂົ້າ​ແຂວງກວາງ​ຕຸ້ງ​ເປັນ​ຄະ​ນະ ການ​ປອດ​ວິ​ຊາ​ສຳ​ລັບຄະ​ນະນັກ​ທ່ອງ​ທ່ຽວອາ​ຊຽນເຂົ້າ​ເຂດກວາງ​ຊີ ແລະ​ອື່ນໆ. ສຳ​ລັບ​ຜູ້​ທີ່​ຖື​ວິ​ຊາ​ການ​ທູດ ລັດ​ຖະ​ການ ບູ​ລິ​ມະ​ສິດ ແລະເລກ C ຈະ​ບໍ່​ຖືກ​ກະ​ທົບ​ໃນ​ເວ​ລາ​ເຂົ້າ​ເມືອງ. ຖ້າແມ່ນ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ການ​ຄ້າ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ຫຼື​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ສຸກ​ເສີນ, ຊາວ​ຕ່າງ​ປະ​ເທດ​ສາ​ມາດ​ຂໍ​ວິ​ຊາ​ນຳ​ສະ​ຖານ​ທູດ​ຫຼື​ກົງ​ສຸນ​ຈີນ​ປະ​ຈຳ​ປະ​ເທດ​ຕົນ. ສຳ​ລັບ​ຊາວ​ຕ່າງ​ປະ​ເທດ​ຜູ້ທີ່​ໄດ້​ຮັບ​ວິ​ຊາ​ຫຼັງເວ​ລາປະ​ກາດ​ແຈ້ງ​ການດັ່ງ​ກ່າວຈະ​ບໍ່​ຖືກ​ກະ​ທົບ​ໃນ​ເວ​ລາ​ເຂົ້າ​ເມືອງຈີນ.

ທັງ​ນີ້​ແມ່ນ​ມາດ​ຕະ​ການ​ຊົ່ວ​ຄາວ​ທີ່​ຈີນ​ຈຳ​ເປັນ​ຕ້ອງ​ໃຊ້​ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ໃນ​ປະ​ຈຸ​ບັນ ໂດຍ​ໄດ້​ພິຈາ​ລະ​ນາເຖິງມາດ​ຕະ​ການ​ຂອງ​ຫຼາຍ​ປະ​ເທດ. ຈີນ​ຍິນ​ດີ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຝ່າຍ​ຕ່າງໆ, ເຮັດ​ວຽກ​ງານໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງຄົນ​ຈີນ​ແລະຄົນ​​ຕ່າງ​ປະ​ເທດໃຫ້​ດີ. ຈີນ​ຈະ​ປັບ​ປຸງ​ມາດ​ຕະ​ການ​ດັ່ງ​ກ່າວ​ແລະ​ປະ​ກາດ​ແຈ້ງ​ການ​ຕ່າງ​ຫາກ​ໂດຍ​ອີງ​ຕາມ​ສະ​ພາບຕົວ​ຈິງ​ຂອງ​ການ​ລະ​ບາດ​ພະ​ຍາດ.