ທ່ານ​ສີ​ຈິ້ນ​ຜິງ​ໂທ​ລະ​ສົບ​ໂອ້​ລົມ​ກັບ​ທ່ານ​ໂດ​ນັນ ທ​ຣຳ

2020-03-27 16:23:01 |ມາຈາກ: CRI

ຕາມ​ຂ່າວ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ: ວັນ​ທີ 27 ມີ​ນານີ້ ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ ສ​ປ ຈີນ​ໄດ້​ໂທ​ລະ​ສັບ​ໂອ້​ລົມ​ກັບ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຕາມ​ການ​ເຊື້ອ​ເຊີນ.

ທ່ານ​ສີ​ຈິ້ນ​ຜິງ​ກ່​ກາວ​ເນັ້ນ​ວ່າ, ນັບ​ແຕ່​ເກີດ​ສະ​ພາບ​ພະ​ຍາດ​ອັກ​ເສບ​ປອດ​ເຊື້ອ​ໂຄວິດ-19 ເປັນ​ຕົ້ນ​ມາ, ຈີນ​ມີ​ທ່າ​ທີ​ເປີດ​ເປີຍ, ໂປ່ງ​ໃສ​ແລະ​ຮັບ​ຜິດ​ຊອບ​ຕະ​ຫຼອດ​ມາ, ໄດ້​ແຈ້ງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ໃຫ້​ອົງ​ການ​ອະ​ນາ​ໂລກ​ພ້ອມ​ກັບ​ອາ​ເມ​ລິ​ກາ​ແລະ​ປະ​ເທດ​ອື່ນໆ​ທີ່​ກ່ຽວ​ຂ້ອງ, ເຊິ່ງ​ລວມ​ທັງ​ໄດ້​ແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ການ​ຈັດ​ລຳ​ດັບ​ຂອງ​ແຢັນ​ເຊື້ອ​ພະ​ຍາດ​ໃຫ້​ຮູ້​ຢ່າງ​ທັນ​ການ​ແລະ​ຂໍ້​ມູນ​ຕ່າງໆ, ແລະ​ໄດ້​ແບ່ງ​ປັນບົດ​ຮຽນ​ປ້ອງ​ກັນ​ຄວບ​ຄຸມ​ແລະ​ປິ່ນ​ປົວ​ພະ​ຍາດ​ກັບ​ປະ​ເທດ​ຕ່າງ​ໂດຍ​ບໍ່​ມີ​ການ​ສະ​ຫງວນ, ທັງ​ທຳ​ຄວາມ​ພະ​ຍາ​ຍາມ​ຕາມ​ສຸດ​ຄວາມ​ສາ​ມາດ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແລະ​ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ ເຊິ່ງ​ພວກ​ເຮົາ​ຈະ​ສືບ​ຕໍ່​ເຮັດ​ຄື​ທີ່​ຜ່ານ​ມາ ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ເອົາ​ຊະ​ນະ​ໃນ​ບັ້ນ​ຮົບ​ຄັ້ງ​ນີ້.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ພະ​ຍາດ​ຕິດ​ແປດ​ບໍ່​ຈຳ​ແນກ​ພູມ​ແດນແລະ​ເຊື້ອ​ຊາດ ແມ່ນ​ເປັນ​ສັດ​ຕູ​ຮ່ວມ​ຂອງ​ທົ່ວ​ມວນ​ມະ​ນຸດ. ປະ​ຊາ​ຄົມ​ໂລກ​ມີ​ແຕ່​ພ້ອມ​ກັບ​ຮັບ​ມື​ກັນ, ຈິ່ງ​ເອົາ​ຊະ​ນະ​ໄດ້. ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຂອງ​ທຸກ​ຝ່າຍ, ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ວິ​ສາ​ມັນ​ຂອງ​ກຸ່ມ G20 ກ່ຽວ​ກັບ​ການ​ຮັບ​ມື​ກັບ​ພະ​ຍາດ​ໂຄວັດ-19 ທີ່​ໄຂ​ຂຶ້ນມື້​ວານນີ້ ໄດ້ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຫຼາຍ​ຢ່າງ, ແລະ​ໄດ້​ຮັບ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ. ຫວັງ​ວ່າ​ທຸກ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ແລະ​ຮ່ວມ​ມື​ກັນ, ຈັດ​ຕັ້ງ​ປະ​ຕິ​ບັດ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ຢ່າງ​ແທ້​ຈິງ, ເພີ່ມ​ພະ​ລັງ​ອັນ​ແຂງ​ແຮງ​ເຂົ້າ​ໃນ​ການ​ຮ່ວມ​ມື​ສາ​ກົນ​ໃນ​ການ​ຕ້ານ​ພະ​ຍາດ​ແລະ​ໃຫ້​ເສດ​ຖະ​ກິດ​ທົ່ວ​ໂລກ​ມີ​ຄວາມ​ໝັ້ນ​ທ່ຽງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​ໃນ​ໂລກ​ກໍ່​ຄື​ອາ​ເມ​ລິ​ກາ, ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ນຳ​ໃຊ້​ຂໍ້​ມູນ​ຂ່າວ​ສານ​ແລະ​ບົດ​ຮຽນ​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຮ່ວມ​ກັນ, ເລັ່ງ​ລັດ​ການ​ຮ່ວມ​ມື​ໃນ​ດ້ານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ຊຸກ​ຍູ້​ແລະ​ປັບ​ປຸງ​ລະ​ບຽບ​ການ​ສາ​ທາ​ລະ​ນະ​ສຸກ​ຂອງ​ທົ່ວ​ໂລກ; ເພີ່ມ​ທະ​ວີ​ການ​ປະ​ສານ​ສົ​ມ​ທົບ​ດ້ານ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ມະ​ຫາ​ພາກ, ໃຫ້​ຕະ​ຫຼາດ​ມີ​ຄວາມ​ໝັ້ນ​ທ່ຽງ, ຮັກ​ສາ​ການ​ເຕີບ​ໂຕ, ປົກ​ປ້ອງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຮັບ​ປະ​ກັນ​ໃຫ້​ຕ່ອງ​ໂສ້​ສະ​ໜອງ​ຂອງ​ທົ່ວ​ໂລກ​ມີ​ຄວາມ​ເປີດ​ເຜີຍ, ໝັ່ນ​ທ່ຽງ​ແລະ​ປອດ​ໄພ.

ໂດຍ​ຕອບ​ສະ​ໜອງ​ການ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ແນະ​ນຳ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ມາດ​ຕະ​ການ​ທີ່​ຈີນ​ໃຊ້​ໃນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ ໂດຍ​ເນັ້ນ​ວ່າ, ຂ້າ​ພະ​ເຈົ້າ​ສຸດ​ທິ​ເອົາ​ໃຈ​ໃສ່​ແລະ​ເປັນ​ຫ່ວງ​ນຳ​ສະ​ພາບ​ພະ​ຍາດ​ທີ່​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ, ແລະ​ໄດ້​ສັງ​ເກດ​ເຫັນ​ວ່າ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ລຳ​ໄດ້​ໃຊ້​ມາດ​ຕະ​ການ​ຫຼາຍ​ຢ່າງ​ແລ້ວ. ເຊິ່ງ​ປະ​ຊາ​ຊົນ​ຈີນ​ຫວັງ​ຢ່າງ​ຈິງ​ໃຈ​ວ່າ ອາ​ເມ​ລາ​ຈະ​ໄດ້​ຄວບ​ຄຸມ​ພະ​ຍາດ​ທີ່​ກຳ​ລັງ​ແຜ່​ລະ​ບາດ​ອອກ​ນັ້ນ​ໃຫ້​ໄວ້​ໂດຍ​ໄວ​ທີ່​ຈະ​ໄວ​ໄດ້, ຫຼຸດ​ຄວາມ​ເສຍ​ຫາຍ​ຂອງ​ປະ​ຊາ​ຊົນ​ໃຫ້​ໜ້ອຍ​ລົງ​ຍ້ອນ​ສະ​ພາບ​ພະ​ຍາດນີ້. ຈີນຖື​ທ່າ​ທີ​ຕັ້ງ​ໜ້າ​ຕະ​ຫຼອດ​ມາ​ໃນ​ດ້ານ​ການ​ດຳ​ເນີນ​ການ​ຮ່ວມ​ມື​ປ້ອງ​ກັນ​ແລະ​ຄວບ​ຄຸມ​ກັບ​ສາ​ກົນ. ພາຍ​ໃຕ້​ສະ​ພາບ​ການ​ປະ​ຈຸ​ບັນ, ຈີນ-ອ​າ​ເມ​ລິ​ກາ​ຄວນ​ສາ​ມັກ​ຄີ​ກັນ​ເຂົ້າ. ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ ແລະ​ຊ່ຽວ​ຊານ​ດ້ານ​ການ​ແພດ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ກັນ​ຕະ​ຫຼອດ​ມາກ່ຽວ​ກັບ​ສະ​ຖາ​ນະ​ການ​ພະ​ຍາດ​ໃນ​ສາ​ກົນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ຈີນ​ຍິນ​ດີ​ແບ່ງ​ປັນ​ຂໍ້​ມູນ​ແລະ​ບົດ​ຮຽນ​ທັງ​ໝົດ​ກັບ​ອາ​ເມ​ລິ​ກາ​ໂດຍ​ບໍ່​ມີ​ການ​ສະ​ຫຽວນ. ບາງ​ແຂວງ ແລະ​ວິ​ສ​າ​ຫະ​ກິດ​ຈຳ​ນວນ​ໜຶ່ງ​ຂອງ​ຈີນ​ໄດ້​ພາ​ກັນ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ອຸ​ປະ​ກອນ​ການ​ແພດ​ໃຫ້​ອາ​ເມ​ລິ​ກາແລ້ວ. ຈີນ​ເຂົ້າ​ໃຈ​ອາ​ເມ​ລິ​ກາ​ທີ່​ຢູ່​ໃນ​ສະ​ພາບ​ຫຍຸ້ງ​ຍາກ​ໃນ​ປະ​ຈຸ​ບັນ, ແລະ​ຍິນ​ດີ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ. ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ, ປັດ​ຈຸ​ບັນ ຢູ່​ອາ​ເມ​ລິ​ກາ​ຍັງ​ມີ​ພົນ​ລະ​ເມືອງ​ຈີນ​ແລະ​ນັກ​ສຶກ​ສາ​ຈີນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ ເຊິ່​ງ​ລັດ​ຖະ​ບານ​ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸກ​ຂະ​ພາບ​ຂອງ​ພວກ​ເຂົາ​ເຈົ້າ. ຫວັງ​ວ່າອ​າ​ເມ​ລິ​ກາ​ຈົ່ງ​ໃຊ້​ມາດ​ຕະ​ການ​ທີ່​ບັງ​ເກີດ​ຜົນ ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປັດ​ຈຸ​ບັນ ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ສຳ​ຄັນ. ຈີນ-ອາ​ເມ​ລິ​ກາ​ຖືກ​ຕ້ອງ​ປອງດອງ​ກັນ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ທັງ​ສອງ​ຝ່າຍ, ຖ້າ​ຂັດ​ແຍ້ງ​ກັນ ກໍ່​ຈະ​ສ້າງ​ຜົນ​ເສຍ​ໃຫ້​ທັງ​ສອງ​ຝ່າຍ, ສະ​ນັ້ນ ການ​ຮ່ວມ​ມື​ແມ່ນ​ການ​ເລືອກ​ທີ່​ຖືກ​ຕ້ອງ​ພຽງ​ອັນ​ດຽວ​ເທົ່າ​ນັ້ນ. ຫວັງ​ວ່າ​ອາ​ເມ​ລິ​ກາ​ຈົ່ງ​ໃຊ້​ການ​ເຄື່ອນ​ໄຫວ​ແທ້​ຈິງ​ໃນ​ດ້ານ​ປົວ​ແປງ​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ​ໃຫ້​ດີ​ຂຶ້ນ, ສອ​ງ​ຝ່າຍ​ຈົ່ງ​ຮ່ວມ​ກັນ​ພະ​ຍາ​ຍາມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ຕ້ານ​ພະ​ຍາດ​ແລະ​ຂົງ​ເຂດ​ອື່ນໆ, ເພື່ອ​ຂະ​ຫຍາຍ​ການ​ພົວ​ພັນ​ທີ່​ບໍ່​ປະ​ທະ​ກັນ, ບໍ່​ເປັນ​ປໍ​ລະ​ປົກ​ກັນ, ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ຮ່ວມ​ມື​ກັນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ.

ທ່ານ​ໂດ​ນັນ ທ​ລຳ​ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ຄຳ​ເຫັນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ທີ່​ກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ມັນ G20 ມື້​ວານນີ້ ໂດຍ​ຂ້າ​ພະ​ເຈົ້າ​ຮ່ວມ​ກັບ​ຜູ້​ນຳ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ເຫັນ​ດີ​ແລະ​ຊົມ​ເຊີຍ​ຕໍ່​ຄຳ​ເຫັນ​ແລະ​ຂໍ້​ສະ​ເໜີ​ຂອງ​ທ່ານ.
ທ່ານ​ທ​ລຳ​ໄດ້​ຖາມ​ທ່ານ​ສີ​ຈິ້ນ​ຜິງ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຂອງ​ຈີນ, ແລະ​ກ່າ​ວ​ວ່າ ອາ​ເມ​ລິ​ກາ​ແລະ​ຈີນ​ລ້ວນ​ແຕ່​ພວມ​ຜະ​ເຊີນ​ກັບ​ການ​ທ້າ​ທາຍ​ຂອງ​ພະ​ຍາດ​ໂຄວິດ-19, ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ໄດ້​ເຫັນ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ທີ່​ດີ​ໃນ​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ ເຊິ່ງ​ບົດ​ຮຽນ​ຂອງ​ຈີນ​ເປັນ​ຂໍ້​ຄິດ​ທີ່​ດີ​ສຳ​ລັບ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ເອງ​ຈະ​ຮັບ​ປະ​ກັນ​ໃຫ້​ສອງ​ປະ​ເທດ​ອາ​ເມ​ລິ​ກາ-ຈີນ​ບໍ່​ຖືກ​ລົບ​ກວນເພື່ອ​ສຸມ​ໃສ່​ການ​ຮ່ວມ​ມື​ໃນ​ດ້ານ​ຕໍ່​ຕ້ານ​ກັບ​ພະ​ຍາດ. ຂອບ​ໃຈ​ຈີນ​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ອຸ​ປະ​ກອນ​ການ​ແພດ, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັບ​ອາ​ເມ​ລິ​ກາ​ໃນ​ຂົງ​ເຂດ​ການ​ແພດ​ແລະ​ສາ​ທາ​ລະ​ນະ​ສຸກ ທີ່​ລວມ​ທັງ​ການ​ຮ່ວມ​ມື​ໃນ​ດ້ານ​ຄົ້ນ​ຄວ້າ​ຜະ​ລິດ​ຢາ​ປົວ​ພະ​ຍາດ​ໃນ​ຄັ້ງ​ນີ້. ຂ້າ​ພະ​ເຈົ້າ​ໄດ້​ໂພ​ສ​ທາງ​ສື່​ອອນ​ໄລ​ແລ້ວ​ວ່າ, ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ສຸດ​ທິ​ເຄົາ​ລົບ​ແລະ​ຮັກ​ແພງ​ປະ​ຊາ​ຊົນ​ຈີນ, ນັກ​ສຶກ​ສາ​ຈີນ​ທີ່​ຮຽນ​ຢູ່​ອາ​ເມ​ລິ​ກາ​ມີ​ຄວາມ​ສຳ​ຄັນ​ຫຼາຍ​ຕໍ່​ວຽກ​ງານ​ການ​ສຶກ​ສາ​ຂອງ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ຈະ​ປົກ​ປ້ອງ​ພົນ​ລະ​ເມືອງ​ຈີນ​ລວມ​ທັງ​ນັກ​ສຶກ​ສາ​ຈີນ​ທີ່​ຢູ່​ອາ​ເມ​ລິ​ກາ​ໃຫ້​ດີ.

ປະ​ມຸກ​ລັດ​ສອງ​ປະ​ເທດ​ເຫັນ​ດີ​ຈະ​ຮັກ​ສາ​ກາ​ນ​ແລກ​ປ່ຽນ​ກັນ​ກ່ຽວ​ກັບ​ບັນ​ຫາ​ທີ່​ສົນ​ໃຈ​ຮ່ວມ​ກັນ.