ທ່ານສີຈິ້ນຜິງປະກອບຄຳເຫັນສຳຄັນໃນກອງປະຊຸມສຸດຍອດສະໄໝວິສາມັນ G20

2020-03-27 16:24:37 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 26 ມີ​ນານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ມັນ​ G20 ເພື່ອ​ຮັບ​ມື​ກັບພະ​ຍາດ​ໂຄວິດ-19. ທ່ານ​ສີ​ຈິ້ນ​ຜິງໄດ້ປະກອບຄຳເຫັນ ໂດຍ​ກ່າວ​ເນັ້ນ​ວ່າ: ພະ​ຍາດ​ໂຄວິດ-19 ກຳ​ລັງ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ສິ່ງທີ່ປະ​ຊາ​ຄົມ​ໂລກ​ຕ້ອງ​ການ​ທີ່​ສຸດ​ແມ່ນການ​ຍຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ, ຮ່ວມ​ໃຈ​ຮ່ວມ​ແຮງ​ກັນ, ຮັບ​ມື​ດ້ວຍ​ຄວາມ​ສາ​ມັກ​ຄີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ຮອບ​ດ້ານ, ເຕົ້າ​ໂຮມ​ກຳ​ລັງ​ທີ່ເຂັ້ມ​ແຂງ​ຮ່ວມ​ກັນ​​ຍາດ​ເອົາ​ໄຊຊະ​ນະໃນ​ຕໍ່​ຕ້ານ​ພະ​ຍາດ​ຕິດ​ແປດ​ອັນ​ຮ້າຍ​ແຮງ​ຂອງມວນ​ມະ​ນຸດ​ຄັ້ງ​ນີ້.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປະ​ຊາ​ຄົມ​ໂລກ​ຄວນ​ເລັ່ງ​ລັດ​ເຄື່ອນ​ໄຫວ ເດັດ​ດ່ຽວ​ເຂົ້າ​ຮ່ວມບັ້ນ​ຮົບ​ປ້ອງ​ກັນ​ຄວບ​ຄຸມ​ແລະຕໍ່​ຕ້ານ​ພະ​ຍາດ​ໂຄວິດ-19​ໃນຄັ້ງ​ນີ້, ສະ​ກັດ​ກັ້ນ​ທ່ວງ​ທ່າ​ການລະ​ບາດ​ຂອງ​ພະ​ຍາດ. ຈີນ​ຈະ​ຍຶດ​ໝັ້ນ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຍິນ​ດີ​ແບ່ງ​ປັນ​ບົດຮຽນທີ່​ດີທີ່ໄດ້ຮັບ​ຈາກ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ກັບ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ, ດຳ​ເນີນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​​ປົວ​ແລະ​ວັກ​ແຊກ​ຂອງພະຍາດນີ້, ແລະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ປະ​ເທດ​ທີ່​ມີພະ​ຍາດ​ໂຄວິດ-19 ລະບາດຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ໃນໄລຍະທີ່ຈີນຜະເຊີນກັບຄວາມຫຍຸ້ງຍາກຫຼາຍທີ່ສຸດ, ສະມາຊິກສ່ວນຫຼາຍໃນປະຊາຄົມໂລກໄດ້ໃຫ້ການຊ່ວຍເຫຼືອແລະສະໜັບສະໜູນຈີນຢ່າງຈິງໃຈ, ພວກເຮົາຈະຈື່ຈໍາ ແລະຖະນຸຖະໜອມມິດຕະພາບນີ້ຈົນຊົ່ວກາລະນານ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ,ເຊື້ອໄວຣັດໄຮ້ພູມແດນ,ພະຍາດທີ່ແຜ່ລະບາດອອກນັ້ນເປັນສັດຕູຮ່ວມຂອງພວກເຮົາ.ປະເທດຕ່າງໆຕ້ອງຮ່ວມມືກັນສ້າງເຄືອຂ່າຍປ້ອງກັນແລະຄວບຄຸມພະຍາດທີ່ແໜ້ນແຟ້ນທີ່ສຸດ. ເຊິ່ງຈີນໄດ້ສ້າງສູນຄວາມຮູ້ກ່ຽວກັບການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ຜ່ານທາງອິນເຕີເນັດແລ້ວ, ແລະໄດ້ເປີດເຜີຍຕໍ່ແຕ່ລະປະເທດ.

ທ່ານສີຈິ້ນຜີງກ່າວເນັ້ນວ່າ, ຈີນສະໜັບສະໜູນໃຫ້ອົງການອະນາໄມໂລກເສີມຂະຫຍາຍບົດບາດ ນຳພາໃນການວາງມາດຕະການປ້ອງກັນແລະຄວບຄຸມພະຍາດທີ່ເໝະສົມຕາມຫຼັກວິທະຍາສາດ, ພະຍາຍາມສະກັດກັ້ນບໍ່ໃຫ້ພະຍາດແຜ່ລະບາດຂ້າມຊາຍແດນ. ກຸ່ມG20 ປະເທດຄວນ ເພີ່ມທະວີການຊົມໃຊ້ຂໍ້ມູນຂ່າວສານດ້ານການປ້ອງກັນແລະຄວບຄຸມພະຍາດນຳກັນ,ເຜີຍແຜ່ໂຄສະນາຄວາມຮູ້ດ້ານການປ້ອງກັນແລະຄວບຄຸມຢ່າງຮອບດ້ານ, ມີລະບົບ ແລະບັງເກີດຜົນ, ຈັດກອງ ປະຊຸມລະດັບສູງດ້ານຄວາມປອດໄພສາທາລະນະສຸກທົ່ວໂລກໃນເວລາທີ່ເໝາະສົມ.ຈີນຈະ ຮ່ວມກັບປະເທດຕ່າງໆ ເພີ່ມທະວີການສະໜັບສະໜູນຕໍ່ອົງການສາກົນ ແລະພາກພື້ນທີ່ກ່ຽວ ຂ້ອງ.

ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ຈີນຈະເພີ່ມຄວາມແຮງໃນການສະໜອງຢາທີ່ເປັນວັດຖຸດິບ ເຄື່ອງໃຊ້ປະຈໍາວັນ ອຸປະກອນຕ້ານພະຍາດ ແລະຜະລິດຕະພັນອື່ນໆໃຫ້ຕະຫຼາດສາກົນ. ສືບຕໍ່ປະຕິບັດນະໂຍບາຍການເງິນທີ່ຕັ້ງໜ້າ ແລະນະໂຍບາຍເງິນຕາທີ່ໜັກແໜ້ນ, ຂະຫຍາຍການປະຕິຮູບ ແລະເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວແໜ້ນ, ຜ່ອນຄາຍການອະນຸມັດເຂົ້າຕະຫຼາດ, ສືບຕໍ່ປັບປຸງສະພາບແວດລ້ອມການທຸລະກິດໃຫ້ດີຂຶ້ນ, ເປີດກວ້າງການນໍາເຂົ້າ ແລະການລົງທຶນຕໍ່ພາຍນອກຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນການຮັກສາຄວາມໝັ້ນຄົງຂອງເສດຖະກິດໂລກ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ພະຍາດໃນຄັ້ງນີ້ໄດ້ກະທົບຕໍ່ການຜະລິດແລະຄວາມຕ້ອງການ ຂອງທົ່ວໂລກຢ່າງຮອບດ້ານ, ປະເທດຕ່າງໆຄວນຮ່ວມມືກັນເພີ່ມທະວີການຄວບຄຸມດ້ານນະໂຍບາຍມະຫາພາກ, ປ້ອງກັນບໍ່ໃຫ້ເສດຖະກິດໂລກຊຸດໂຊມລົງ. ຕ້ອງປະຕິບັດນະໂຍບາຍການເງິນ ແລະເງິນຕາທີ່ແຂງແຮງແລະບັງເກີດຜົນ, ເພີ່ມທະວີການຕິດຕາມຄວບຄຸມແລະສານສົມທົບທາງດ້ານການທະນາຄານ, ຮ່ວມກັນປົກປັກຮັກສາຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງຜະລິດຕະພັນຂອງທົ່ວໂລກ.

ທ່ານສີຈິ້ນຜີງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງ G20 ຈົ່ງປະຕິບັດຕາມມາດຕະການ ພ້ອມກັນ, ຫຼຸດພາສີໃຫ້ໜ້ອຍລົງ,​ ຍຸບເລີກກຳແພງການຄ້າ, ເຮັດໃຫ້ການຄ້າມີຄວາມ ສະດວກ, ສົ່ງສັນຍານຢ່າງແຂງແຮງອອກມາ ເພື່ອເພີ່ມກຳລັງໃຈໃຫ້ແກ່ການຟື້ນຟູເສດຖະກິດຂອງໂລກ.