ປະກາດນຳໃຊ້ປຶ້ມອີເລັກໂຕຣນິກປ້ອງກັນພະຍາດສອງພາສາຂອງ 5 ປະເທດ ກຳປູເຈຍ ລາວ ມຽນມາ ໄທ ຫວຽດນານ

2020-03-30 11:51:23 |ມາຈາກ: Yunnan Gateway

ວັນທີ 26 ມີນາ, ຄູ່ມືປ້ອງກັນພະຍາດໂຄວິດ-19 ສະບັບສອງພາສາ (ປຶ້ມອີເລັກໂຕຣນິກສອງພາສາ) ຂອງ5 ປະເທດຄື: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນານໂດຍຫ້ອງການຕ່າງປະເທດຂອງອຳນາດການປົກຄອງແຂວງຢຸນນານໄດ້ປະກາດນຳໃຊ້.ປຶ້ມອີເລັກໂຕຣນິກນີ້ແບ່ງເປັນ 6 ພາກຄື: ຄວາມຮູ້ທົ່ວໄປ, ອາການ, ວິທີການປ້ອງກັນ,ການກິນອາຫານທີ່ຖືກຕ້ອງຕາມຫຼັກການວິທະຍາສາດ,ວິທີການຫຼຸດຜ່ອນຄວາມກົດດັນໃນຊ່ວງໄລຍະພະຍາດລະບາດ ແລະ ການຕອບຂໍ້ສົງໄສຈາກຜູ້ຊ່ຽວຊານ, ແລະນຳໃຊ້ພາສາຂອງ 5 ປະເທດກໍຄື ພາສາກຳປູເຈຍ, ພາສາລາວ, ພາສາມຽນມາ, ພາສາໄທ, ພາສາຫວຽດນານຮ່ວມກັບພາສາຈີນມາບັນລະຍາຍເປັນປຶ້ມສອງພາສາ,ຈຸດປະສົງແມ່ນເພື່ອແບ່ງປັນປະສົບການການປ້ອງກັນການລະບາດຂອງພະຍາດໂຄວິດ-19ຂອງຈີນໃຫ້ແກ່ບັນດາປະເທດແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ.

ຄູ່ມືປ້ອງກັນພະຍາດໂຄວິດ-19:http://h5.ynjyzyw.com/Reader/Viewer/Index/878