ຖ້ຽວບິນສາກົນຫຼາຍຖ້ຽວຖືກຍົກເລີກແລະຖ້ຽວບິນລະຫວ່າງທະວີບທັງໝົດຂອງແຂວງຢຸນນານຢຸດບິນຊົ່ວຄາວ

2020-03-30 11:53:10 |ມາຈາກ: Yunnan Gateway

ເພື່ອເປັນການເພີ່ມທະວີວຽກງານການປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19ທີ່ມາຈາກຕ່າງປະເທດໃນແຂວງຢຸນນານຂຶ້ນອີກກ້າວຫນຶ່ງ.ນັກຂ່າວໄດ້ຮູ້ຈາກຫຼາຍບໍລິສັດການບິນວ່າ,ຫຼັງຈາກມີການລະບາດຂອງພະຍາດໂຄວິດ-19, ຖ້ຽວບິນສາກົນຫຼາຍຖ້ຽວໃນແຂວງຢຸນນານໄດ້ຢຸດບິນ, ຮອດວັນທີ 26 ມີນາ,ຖ້ຽວບິນຂອງແຂວງຢຸນນານຍັງມີພຽງບາງຖ້ຽວທີ່ຍັງບິນເຊັ່ນ: ຄຸນໝິງ-ວຽງຈັນ,ບາງກອກ,ສິບສອງພັນນາ-ຊຽງໃໝ່,ຊຽງລາຍ ແລະ ອື່ນໆ, ສ່ວນຖ້ຽວບິນລະຫວ່າງທະວີບທັງໝົດແມ່ນຢຸດບິນຊົ່ວຄາວ,ເພື່ອເປັນການປ້ອງກັນການລະບາດຂອງພະຍາດໂຄວິດ-19ທີ່ມາຈາກຕ່າງປະເທດ.