ແຂວງຢຸນນານ:ການເພີ່ມທະວີການປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ທີ່ມາຈາກຕ່າງປະເທດຂຶ້ນອີກກ້າວຫນຶ່ງ

2020-03-30 11:54:58 |ມາຈາກ: Yunnan Gateway

ວັນທີ 26 ມີນາ,ເພື່ອເພີ່ມທະວີການປ້ອງກັນແລະຄວບຄຸມການລະບາດຂອງພະຍາດໂຄວິດ-19ທີ່ມາຈາກຕ່າງປະເທດຂຶ້ນອີກກ້າວຫນຶ່ງ, ແຂວງຢຸນນານປະກາດແຈ້ງການເລກທີ 14.

ນັບແຕ່ 0 ໂມງຂອງວັນທີ 27 ມີນາ ປີ 2020, ຜູ້ທີ່ມີປະຫວັດໄປທ່ຽວຫຼືພັກອາໄສຢູ່ຕ່າງປະເທດພາຍໃນ 14 ວັນ ແລະ ມີຈຸດຫມາຍປາຍທາງແມ່ນແຂວງຢຸນນານ, ລວມທັງຄົນຕ່າງປະເທດ, ພົນລະເມືອງຈີນທີ່ກັບຄືນປະເທດ (ລວມທັງຄົນຮົງກົງ, ມາເກົາ ແລະ ໄຕ້ຫວັນ, ຄົນທີ່ມາປ່ຽນຍົນຢູ່ແຂວງຢຸນນານ), ຈະໄດ້ດຳເນີນການສັງເກດການແຍກປ່ຽວຢູ່ສູນກາງເປັນເວລາ 14 ວັນ, ແລະ ກວດ​ຫາເຊື້ອ​ໄວ​ຣັດ. ຄ່າໃຊ້ຈ່າຍທີ່ເກີດຂຶ້ນໃນຊ່ວງສັງເກດການແຍກປ່ຽວ ແລະ ການແຍກປ່ຽວແມ່ນຜູ້ກ່ຽວຮັບຜິດຊອບດ້ວຍຕົນເອງ. ຜູ້ທີ່ສະຫມັກໃຈຮັບຜິດຊອບຄ່າໃຊ້ຈ່າຍໃນການກວດຫາ​ເຊື້ອ​ໄວ​ຣັດດ້ວຍທາດນິວຄລີອິກ (Nucleic Acid) 2 ເທື່ອ ແລະ ມີຜົນກວດເປັນລົບ ພ້ອມທັງມີຜົນກວດພູມຕ້ານທານຂອງຮ່າງກາຍ (Serology Test) ອອກມາເປັນລົບ. ພາຍຫລັງທີ່ຖືກແຍກປ່ຽວຢູ່ສູນກາງເປັນເວລາ 7 ວັນ, ຫຼັງຈາກນັ້ນສາມາດແຍກປ່ຽວຢູ່ເຮືອນເປັນເວລາ 7 ວັນ.

ທຸກຄົນທີ່ມີແຜນທີ່ຈະເດີນທາງເຂົ້າມາແຂວງຢຸນນານຕ້ອງຂຽນຂໍ້ມູນເຂົ້າເມືອງໃຫ້ຫນ່ວຍງານວິສາຫະກິດທີ່ກ່ຽວຂ້ອງ, ໂຮງແຮມ, ຊຸມຊົນ (ກຸ່ມບ້ານ) ຫຼືສະມາຊິກຄອບຄົວ 3 ວັນກ່ອນເຂົ້າຢຸນນານ.ແລະ ພາກສ່ວນຫຼືສະມາຊິກຄອບຄົວທີ່ໄດ້ຮັບຂໍ້ມູນທີ່ກ່ຽວຂ້ອງແມ່ນໃຫ້ລາຍງານຕໍ່ຊຸມຊົນ (ບ້ານ) ຢ່າງທັນເວລາ.

ແຈ້ງການສະບັບນີ້ຈະຖືກຈັດຕັ້ງປະຕິບັດສົມທົບກັບແຈ້ງການເລກ 12 ແລະ 13 ທີ່ຜ່ານມາ.