ຊາວເມືອງຄຸນໝິງບໍລິຈາກເລືອດ ຕໍ່ຕ້ານການລະບາດຂອງພະຍາດໂຄວິດ-19

2020-04-02 10:28:14 |ມາຈາກ: Yunnan Gateway

ຫລັງຈາກໄດ້ຮູ້ວ່າການສະໜອງເລືອດຂອງສູນເລືອດຄຸນໝິງແຂວງຢຸນນານຢູ່ໃນພາວະຂຸ້ນຂ້ຽວ, ກຸ່ມຄົນທີ່ກ້າຫານຢູ່ເມືອງຄຸນໝິງໄດ້ບໍລິຈາກເລືອດເພື່ອຕໍ່ສູ້ກັບການລະບາດຂອງພະຍາດດັ່ງກ່າວ.ເວລາ 9 ໂມງ 30 ນາທີຂອງວັນທີ 30 ມີນາ, ລົດບໍລິຈາກເລືອດຂອງສູນບໍລິຈາກເລືອດຄຸນໝິງແຂວງຢຸນນານໄດ້ຂັບໄປຮອດໂຮງໝໍສອງຈີ່ນາວຄຸນໝິງ.ນັກຂ່າວເຫັນໄດ້ວ່າໃນສະຖານທີ່ດັ່ງກ່າວ, ພະນັກງານແພດ 43 ຄົນຢືນຢູ່ຕໍ່ໜ້າລົດບໍລິຈາກເລືອດຢ່າງເປັນລະບຽບເພື່ອກວດກາ ແລະ ກະກຽມບໍລິຈາກເລືອດ.

ການບໍລິຈາກເລືອດຂອງພະນັກງານແພດຍັງໄດ້ແຜ່ລາມໄປເຖິງປະຊາຊົນໃນຊຸມຊົນອ້ອມຂ້າງ, ຊາວເມືອງ 10 ຄົນຍັງໄດ້ເຂົ້າຮ່ວມໃນທີມບໍລິຈາກເລືອດ.ໃນເວລາພຽງຕອນເຊົ້າມື້ດຽວ, ປະຊາຊົນຫຼາຍກ່ວາ 50 ຄົນໄດ້ບໍລິຈາກເລືອດຢ່າງສຳເລັດຜົນ, ເລືອດບໍລິຈາກມີທັງຫມົດ 15.000 ມລ.

ອີງຕາມການແນະນຳ,ເພື່ອຮັບປະກັນໃຫ້ກິດຈະກຳການບໍລິຈາກເລືອດຈັດຂຶ້ນຢ່າງປອດໄພແລະສະດວກສະບາຍ, ໂຮງໝໍຮຽກຮ້ອງໃຫ້ຜູ້ບໍລິຈາກເລືອດຕ້ອງໃສ່ຜ້າອັດປາກ, ເຮັດອະນາໄມມືແລະຂ້າເຊື້ອ, ແລະລະຫວ່າງແຕ່ລະຄົນໃຫ້ຮັກສາໄລຍະຫ່າງປະມານ 1 ແມັດກວ່າ, ໃນເວລາດຽວກັນຈະເກັບເລືອດສູງສຸດໄດ້ສອງຄົນພ້ອມໆກັນ, ແລະຈັດແຈງໃຫ້ມີຜູ້ຮັກສາລະບຽບໂດຍສະເພາະ, ເພື່ອຮັບປະກັນໃຫ້ການບໍລິຈາກເລືອດດຳເນີນໄປຢ່າງເປັນລະບຽບ.

ໃນການລະບາດຄັ້ງນີ້, ພະນັກງານແພດ, ລັດຖະກອນ, ຕຳຫຼວດພິເສດ,ຕຳຫຼວດຈະລາຈອນ ແລະ ພະນັກງານອື່ນໆໄດ້ຈັດຕັ້ງການບໍລິຈາກເລືອດຫຼາຍຄັ້ງເພື່ອຊ່ວຍເຫຼືອສູນເລືອດເມືອງຄຸນໝິງຜ່ານຜ່າໄລຍະຫຍຸ້ງຍາກ.