ແຂວງຢຸນນານປະເທດຈີນຈະເພີ່ມທະວີວຽກງານການຄວບຄຸມຊາຍແດນ,ຢຸດເຊົາຊົ່ວຄາວການຂົນສົ່ງຜູ້ໂດຍສານຂອງດ່ານຊາຍແດນ

2020-04-02 10:31:48 |ມາຈາກ: Yunnan Gateway

ວັນທີ 31 ເດືອນມີນາ, ຫນ່ວຍບັນຊາການກຸ່ມຍ່ອຍຂອງການນຳວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແຂວງຢຸນນານອອກແຈ້ງການເລກທີ 15: ຄວບຄຸມຢ່າງເຂັ້ມງວດຕໍ່ການໄປການມາຂອງບຸກຄົນທີ່ບໍ່ມີຄວາມຈຳເປັນຢູ່ເຂດຊາຍແດນ,ຢຸດເຊົາຊົ່ວຄາວການເປີດຊ່ອງທາງທ່ອງທ່ຽວຂອງດ່ານຊາຍແດນ, ເພື່ອສະກັດກັ້ນການແພ່ລະບາດ ການແພ່ລະບາດຂອງພະຍາດໂຄວິດ-19.

ອີງຕາມແຈ້ງການ, ດ່ານຊາຍແດນທາງບົກຂອງແຂວງຢຸນນານ ປະເທດຈີນຫ້າມບໍ່ໃຫ້ມີການເດີນທາງຜ່ານຂອງຄົນຈາກປະເທດທີສາມ, ບໍ່ອະນຸຍາດໃຫ້ ປະຊາຊົນຈີນ (ລວມທັງປະຊາຊົນທີ່ຢູ່ຕາມຊາຍແດນ) ອອກນອກປະເທດຜ່ານດ່ານຊາຍແດນທາງບົກກັບທາງນຳ້ ແລະ ຜ່ານຊ່ອງທາງຂອງປະຊາຊົນຕາມຊາຍແດນເປັນການຊົ່ວຄາວ. ສຳລັບການເຂົ້າມາຂອງຄົນຈາກປະເທດທີ່ຕິດກັບຊາຍແດນ ( ລວມທັງປະຊາຊົນທີ່ຢູ່ຕາມຊາຍແດນ) , ໃຫ້ດຳເນີນການແຍກປ່ຽວຢູ່ສູນກາງ 14 ວັນ ທັງກວດຫາພະຍາດດ້ວຍທາດນິວຄລີອິກ.

ຜູ້ທີ່ສະຫມັກໃຈຮັບຜິດຊອບຄ່າໃຊ້ຈ່າຍໃນການກວດຫາພະຍາດດ້ວຍທາດນິວຄລີອິກ (Nucleic Acid) 2 ເທື່ອ ແລະ ມີຜົນກວດເປັນລົບ ພ້ອມທັງມີຜົນກວດພູມຕ້ານທານຂອງຮ່າງກາຍ (Serology test) ອອກມາເປັນລົບ, ພາຍຫລັງທີ່ຖືກແຍກປ່ຽວຢູ່ສູນກາງເປັນເວລາ 7 ວັນ, ຫລັງຈາກນັ້ນສາມາດໄປແຍກປ່ຽວຢູ່ເຮືອນ 7 ວັນ.

ນອກຈາກນັ້ນ, ສຳລັບການຂົນສົ່ງຂ້າມຊາຍແດນ, ຈະໃຫ້ລົດຂົນສົ່ງຈາກຕ່າງປະເທດເອົາສິນຄ້າລົງທີ່ດ່ານ, ຜູ້ຂັບລົດຂົນສົ່ງຈາກຕ່າງປະເທດຕ້ອງອອກຈາກຊາຍແດນໃນມື້ດຽວກັນ. ສຳລັບລົດຂົນສົ່ງຂອງຝ່າຍຈີນຈະມອບໃຫ້ຄົນຂັບລົດທ້ອງຖິ່ນຮັບຜິດຊອບໃນການຂົນສົ່ງຕໍ່, ທັງລົງບັນທຶກຄຸ້ມຄອງ ແລະ ກວດຫາພະຍາດດ້ວຍທາດນິວຄລີອິກເປັນປະຈຳ.

ດ່ານຊາຍແດນທີ່ຕິດກັບປະເທດມຽນມ້າ, ລາວ, ຫວຽດນາມ ລວມທາງບົກ 19 ແຫ່ງ ແລະ 14 ຊ່ອງທາງແມ່ນໃຫ້ຢຸດເຊົາການຂົນສົ່ງຜູ້ໂດຍສານຊົ່ວຄາວ, ໃຫ້ເຫລືອໄວ້ພຽງຊ່ອງທາງການຂົນສົ່ງສິນຄ້າ, ຊ່ອງທ່າງອື່ນແມ່ນໃຫ້ປິດຊົ່ວຄາວ. ປິດການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຢູ່ດ່ານເລີຍກາງຊົ່ວຄາວ.

ລາຍລະອຽດເຊີນກົດລິ້ງ (Link) ເພື່ອອ່ານຕໍ່(ພາສາອັງກິດ)