ຂົວຂ້າມນ້ຳຂອງໃຫຍ່ອັນດັບໜຶ່ງທີ່ບ້ານລາດຫານຂອງໂຄງການທາງລົດໄຟລາວ-ຈີນສຳເລັດການເຊື່ອມຈອດ

2020-04-02 17:31:39 |ມາຈາກ: Yunnan Gateway

ໃນເວລາ 15:58 ຂອງວັນທີ 1 ເມສາ 2020, ຜ່ານການກໍ່ສ້າງ8ຊົ່ວໂມງຢ່າງຕໍ່ເນື່ອງ, ໂບກຊ່ອງຫວ່າງສຸດທ້າຍຂອງຕອນເຊື່ອມຈອດໃນຫວ່າງເສົາຂອງເສົາຂົວເລກ 39# ຂອງສຳເລັດການເທເບຕົງ, ເຊິ່ງໝາຍເຖິງຂົວຂ້າມນ້ຳຂອງບ້ານລາດຫານທີ່ມີເສົາຂົວສູງກວ່າໝູ່ ແລະ ຫວ່າງເສົາຍາວກວ່າໝູ່ໄດ້ບັນລຸການເຊື່ອມຈອດກັນ, ກໍ່ໝາຍເຖິງການກໍ່ສ້າງທາງຂອງໂຄງການລົດໄຟລາວ-ຈີນໄດ້ຮັບໝາກຜົນອັນສົມບູນໃນໄລຍະມ້ວນທ້າຍ.

ຂົວຂ້າມນ້ຳຂອງບ້ານລາດຫານຂອງໂຄງການທາງລົດໄຟລາວ-ຈີນຕັ້ງຢູ່ເມືອງງານແຂວງອຸດົມໄຊຂອງປະເທດລາວ, ແມ່ນໜຶ່ງໃນຂົວສອງແຫ່ງທີ່ຂ້າມນ້ຳຂອງ, (ຂົວຂ້າມນ້ຳຂອງແຫ່ງທີ່2ແມ່ນຂົວນ້ຳຂອງຫຼວງພະບາງ, ຕັ້ງຢູ່ແຂວງຫຼວງພະບາງ), ລວງຍາວຂົວແມ່ນ 1652,27 ແມັດ, ທັງໝົດມີ 45 ຫວ່າງເສົາ, ມີເສົາຂົວ 44 ເສົາ. ຕອນ 80+144+80 ນຳໃຊ້ໂຄງປະກອບເຫຼັກກ້າລຽນຕິດ, ເສົາຂົວຕົ້ນຕໍຕັ້ງຢູ່ໃນນ້ຳຂອງ, ເສົາຂົວສູງເຖິງ52ແມັດ, ແມ່ນຂົວທີ່ມີເສົາຂົວສູງກວ່າໝູ່ ແລະ ຫວ່າງເສົາຍາວກວ່າໝູ່ໃນທົ່ວໂຄງການລົດໄຟລາວ-ຈີນ.

ຕາມທີ່ເຮົາຮູ້ວ່າ, ເພື່ອດຳເນີນການກໍ່ສ້າງຂົວແຫ່ງນີ້ຢ່າງປົກກະຕິ, ກຸ່ມບໍລິສັດວິສະວະກຳທາງລົດໄຟເລກ 8 ຈີນ ໃຊ້ມາດຕະການສະເພາະປ້ອງກັນ ແລະ ຕ້ານການລະບາດພະຍາດໂຄວິດ 19 ຢູ່ຈຸດກໍ່ສ້າງ, ຍ້ອນສະຖານະການແຜ່ລະບາດຂອງພະຍາດພາຍໃນ ແລະ ສາກົນສັບສົນ, ບໍລິສັດກໍ່ສ້າງເລິ່ມຕິດຕໍ່ຫາອຳນາດການປົກຄອງທ້ອງຖິ່ນໃນເດືອນ 2, ໃຫ້ແຮງງານທີ່ຮັບໃຊ້ໃນໂຄງການກັກຕົນເອງໃນບ້ານ 14 ມື້ ໄດ້ໃບຢັ້ງຢືນສຸຂະພາບແລ້ວ ຈັດຫາລົດຮັບສົ່ງໄປເມືອງຄຸນໝິງສະເພາະ ແລ້ວຈຶ່ງເຂົ້າມາເມືອງລາວ, ຫຼັງຈາກເຂົ້າເມືອງລາວແລ້ວ, ຈັດຫາລົດຮັບສົ່ງໄປຈຸດກໍ່ສ້າງ, ໃຫ້ກັກຕົນເອງໃນບ່ອນພັກຢູ່ອີກ 14 ມື້ຈຶ່ງເລີ່ມເຮັດວຽກ, ເຊິ່ງໄດ້ຮັບປະກັນຟື້ນຟູການກໍ່ສ້າງໂດຍໄດ້ປອດໄພ ແລະ ຮັບຜົນສຳເລັດ.