WHOຕອບ​ໂຕ້​ສື່​ຕ່າງ​ປະ​ເທດ​ທີ່​ກ່າວ​ຫາ​ວ່າ ຂໍ້​ມູນ​ຂ່າວ​ສານ​ຂອງ​ຈີນ​ບໍ່​ມີ​ຄວາມ​ໂປ່ງ​ໃສ

2020-04-02 17:32:25 |ມາຈາກ: CRI

ວັນ​ທີ 1 ເມ​ສ​າ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼືWHO​ໄດ້​ຈັດ​ພິ​ທີ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ພະ​ຍາດCOVID-19ຢູ່​ເຊີ​ແນວ ປະ​ເທດ​ສວິ​ສ. ເຈົ້າ​ໜ້າ​ທີ່​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຕອບ​ໂຕ້ກໍ​ລະ​ນີ​ທີ່​ມີ​ບາງ​ສື່ມວນ​ຊົນ​ກ່າວ​ຫາ​ຢ່າງ​​ໄຮ້​ເຫດ​ຜົນ​ວ່າ ຂໍ້​ມູນ​ຂ່າວ​ສານ​ທີ່​ຈີນ​ເປີດ​ເຜີຍ​ນັ້ນ​ບໍ່​ມີ​ຄວາມ​ໂປ່ງ​ໃສ.

ທ່ານ​ໄມ ໄຣ​ອັນ ຜູ້​ຮັບ​ຜິດ​ຊອບ​ໂຄງ​ການ​ສຸກ​ເສີນດ້ານ​ສາ​ທາ​ລະ​ນະ​​ສຸກ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ຂໍ້​ມູນ​ຕ່າງໆ​ທີ່​ບັນ​ດາ​ປະ​ເທດ​ໄດ້​ຍື່ນ​ລາຍ​ງານ​ຕໍ່​ອົງ​ການ​ຕົນ​ໃນແຕ່​ລະ​ມື້ລ້ວນ​ແຕ່​ມີຫຼັກ​ຖານ​ທີ່​ດີແລະ​ຖືກ​ຕ້ອງ​ຕາມຫຼັກ​ວິ​ທະ​ຍາ​ສາດ​ເປັນ​ຈຳ​ນວນຫຼວງຫຼາຍ. ພວກ​ເຮົາ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ​ທີ່​ສຸດ, ບໍ່​ຄວນ​ຈັດ​ເອົາ​ບາງ​​ປະ​ເທດໃນ​ໂລກວ່າ​​ເປັນ​ປະ​ເທດທີ່​ບໍ່​ໃຫ້​ການ​ຮ່ວມ​ມືຫຼື​ບໍ່​ມີ​ຄວາມ​ໂປ່ງ​ໃສ. ອົງ​ການ​ອະ​ນາ​ໄມ​ໂລກ​ຈະ​ຮ່ວມ​ມື​ກັບ​ທຸກ​ປະ​ເທດ​ເພື່ອ​​ຮັບ​ເອົາ​​ຂໍ້​ມູນ​ທີ່​ດີ​ທີ່​ສຸດ​ຈົນ​ສຸດ​ຄວາມ​ສາ​ມາດ. ແຕ່​ໃນ​ຂະ​ນະ​ດຽວ​ກັນ, ພວກ​ເຮົາ​ກໍ​ຕ້ອງ​ຮັບ​ຮູ້​ວ່າ: ພາຍ​ໃຕ້​ສະ​ພາບ​ກົດ​ດັນ, ມັນ​ຍາກ​ທີ່​ຈະ​ແບ່ງ​ປັນ​ທຸກໆ​ຂໍ້​ມູນ​ຂ່າວ​ສານ​​ໃຫ້​ທັນ​ການ​​ໄດ້ໃນ​ທຸກໆ​ນາ​ທີ. ປັດ​ຈຸ​ບັນ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​​ຈາກ​ບັນ​ດາ​ປະ​ເທດກ່ຽວ​ກັບ​ຜົນ​ການ​ຄົ້ນ​ຄວ້າການ​​ແຜ່ກະ​ຈາຍ​ຂອງ​ເຊື້ອ​ພະ​ຍາດ, ເຊິ່ງ​ໃນ​ນີ້ ເຢຍ​ລະ​ມັນ​ໄດ້​​ມອບ​ໃຫ້ສະ​ບັບ​ໜຶ່ງ, ສິງ​ກະ​ໂປ ສະ​ບັບ​ໜຶ່ງ, ອາ​ເມ​ຣິ​ກາ​ສະ​ບັບ​ໜຶ່ງ​ແລະ​ຈີນ ມີ 4 ສະ​ບັບ. ຂໍ​ຂອບ​ໃຈ​ນຳ​ປະ​ເທດ​ເຫຼົ່າ​ນີ້​ທີ່​ໄດ້​ແບ່ງ​ປັນ​ຂໍ້​ມູນ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​​ແຜ່ກະ​ຈາຍ​ຂອງ​ເຊື້ອ​ພະ​ຍາດ. ພວກ​ເຮົາ​ກໍ​ເຂົ້າ​ໃຈ​ວ່າ ປະ​ເທດ​ຈຳ​ນວນ​ໜຶ່ງ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ຕໍ່​ສູ້​ເພື່ອ​ປ້ອງ​ກັນ​ຊີ​ວິດ​ປະ​ຊາ​ຊົນ,​ປັດ​ຈຸ​ບັນ​ນີ້, ເຂົາ​ເຈົ້າ ​ກໍ​ອາດ​ເປັນ​ໄປ​ໄດ້ວ່າ​ຍັງ​ບໍ່​ສາ​ມາດ​ເກັບ​ກຳ​ຂໍ້​ມູນ​​ໃນລັກ​ສະ​ນະ​ນີ້​ໄດ້​ເທື່ອ.