ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເຖິງ“ການ​ຫັນ​ເປັນ​ທັນ​ສະ​ໄໝກ່ຽວ​ກັບຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ”​ຫຼາຍ​ເທື່ອໃນ​ເວ​ລາ​ສຳຫຼວດກວດ​ເບິ່ງ​ຢູ່​ແຂວງ​ເຈີ້​ຈ່ຽງ

2020-04-02 17:34:50 |ມາຈາກ: CRI

ວັນ​ທີ 31 ມີ​ນາ​ຜ່ານ​ມາ​ນີ້, ທ່​ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເດີນ​ທາງ​ໄປ​ສວນ​ສາ​ທາ​ລະ​ນະ​ດິນ​ທາມ​ແຫ່ງ​ຊາດ​ຊີ່​ຊີ່​ຮາງ​ໂຈ່ວ, ສູນ​ບັນ​ຊາ​ການການປະ​ຕິ​ບັດ​ງານ​ລະ​ບົບ​ຄຸ້ມ​ຄອງຕົວ​ເມືອງຫຼື City Brain ເພື່ອ​ສຳຫຼວດ​ຄົ້ນ​ຄວ້າ​ສະ​ພາບ​ການ​ອະ​ນຸ​ລັກ​ແລະ​ນຳ​ໃຊ້​ດິນ​ທາມ​ຊີ່​ຊີ່ ກໍ​ຄືການ​ຊຸກ​ຍູ້​ໃຫ້ ນະ​ຄອນ​ຫາງ​ໂຈ່ວ ​ຫັນ​ເປັນ​ທັນ​ສະໄໝ​ ​ລະ​ບົບ​​ຄຸ້ມ​ຄອງຕົວ​ເມືອງ​ແລະ​ຄວາມ​ສາ​ມາດ​​ໃນ​ການ​ຄຸ້ມ​ຄອງ​ຕົວ​ເມືອງ.

ສວນ​ສ​າ​ທາ​ລະ​ນະ​ດິນ​ທາມ​ແຫ່ງ​ຊາດ​ຊີ່​ຊີ່​ເປັນ​ສວນ​ສາ​ທາ​ລະ​ນະ​ດິນ​ທາມ​ແຫ່ງ​ຊາດ​ແຫ່ງ​ທຳ​ອິດ​ຂອງ​ຈີນ, ເຊິ່ງ​ມີ​ຊັບ​ພະ​ຍາ​ກອນ​​ທາງ​ນິ​ເວດ​ທີ່​ອຸ​ດົມ​ສົມ​ບູນ​,ມີ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ແລະ​ງຽບ​ສະ​ຫງົບ​ດີ. ໃນ​ເວ​ລາ​ສຳຫຼວດກວດ​ເບິ່ງ​ເມື່ອ​ວັນ​ທີ 31 ມີ​ນາ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ດິນ​ທາມ​ຄື “ໝາກ​ໄຂ່ຫຼັງ”​ຂອງ​ໜ່ວຍ​ໂລກ, ການ​ພັດ​ທະ​ນາ​ດິນ​ທາມ​ຕ້ອງ​ຖື​ວຽກ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ເປັນ​ສຳ​ຄັນ. ຄວາມ​ບໍ​ລິ​ສຸດ​ຂອງ​ທຳ​ມະ​ຊາດ​ເປັນ​ທ່າ​ແຮງຂອງ​ການ​ທ່ອງ​ທ່ຽວ, ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບໍ່​ຄ​ວນ​​ທຳ​ລາຍ​ສິ່ງ​ແວດ​ລ້ອມ, ຕ້ອງ​ເຮັດ​ໃຫ້​ສວນ​ສາ​ທາ​ລະ​ນະ​ດິນ​ທາມ​ກາຍ​ເປັນ​ພື້ນ​​ທີ່ສີ​ຂຽວ​ທີ່​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປ​ເຖິງ​ສູນ​ບັນ​ຊາ​ການ​ລະ​ບົບ​ຄຸ້ມ​ຄອງ​ຕົວ​ເມືອງ​ຂອງ​ຮາງ​ໂຈ່ວ ໂດຍ​ໄດ້​ຊົມ​ສະ​ພາບ​ການ​ກໍ່​ສ້າງ “ຮາງ​ໂຈ່ວ​ດີ​ຈີ​ຕອນ”, ຮັບ​ຮູ້​ສະ​ພາບ​​ທີ່​ຮາງ​ໂຈ່ວ​ໄດ້​ໝູນ​ໃຊ້​ວິ​ທີ​ຕ່າງໆ​ເຊັ່ນ APP ສຸ​ຂະ​ພາບ, ການ​ບໍ​ລິ​ການ​ທາງ​ອິນ​ເຕີ​ເນັດ​ເປັນ​ຕົ້ນ​ເພື່ອ​ຊຸກ​ຍູ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍ​າດ​ກໍ​ຄື​ການ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ​ຄືນ​ໃໝ່. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ລະ​ບົບຄຸ້ມ​ຄອງ​ຕົວ​ເມືອງຫຼືCity Brain ເປັນ​ມາດ​ຕະ​ການ​ສຳ​ຄັນ​ໃນ​ການ​ກໍ່​ສ້າງ “ຮາງ​ໂຈ່ວ​​ດິ​ຈີ​ຕອນ”. ຜ່ານ​ຈາກ ຖານ​ຂໍ້​ມູນ​ໃຫຍ່, ລະ​ບົບ​ຄັງ​ຂໍ້​ມູນ, ປັນ​ຍາ​ປະ​ດິດ​ແລະ​ວິ​ທີ​ອື່ນໆ​ເພື່ອ​ຊຸກ​ຍູ້​ການ​ຫັນ​ການ​ຄຸ້ມ​ຄອງ​ຕົວ​ເມືອງ​ໃຫ້​ເປັນ​ທັນ​ສະ​ໄໝ, ຕົວ​ເມືອງ​ໃຫຍ່​ກໍ​ຈະ​ສາ​ມາດ​​ຫັນ​ເປັນ​ຕົວ​ເມືອງ​ອິດ​ສະ​ລິ​ຍະຫຼາຍ​ຂຶ້ນກວ່າ​ເກົ່າ.