ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ຕ້ອງ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ສຳ​ຄັນ​ເພື່ອ​ຊອກ​ຫາ​ວິ​ທີ​ທາງ​ໃຫ້​ແກ່​ການ​ປະ​ຕິ​ຮູບ​ໃນ​ທົ່ວ​ປະ​ເທດ

2020-04-02 17:37:16 |ມາຈາກ: CRI

ວັນ​ທີ 1 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່າວ​ວ່າ: ຄຽງ​ຄູ່​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19ຢ່າງວ່ອງ​ໄວ​ຢູ່​ຕ່າງ​ປະ​ເທດ, ການ​ເຄື່ອນ​ໄວ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ກໍ​ໄດ້​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ໃໝ່, ພ້ອມ​ດຽວ​ກັນ​ນີ້​ພັດ​ເປັນ​ໂອ​ກາດ​ໃໝ່ແຫ່ງ​ການ​ເລັ່ງ​ລັດ​ການ​ພັດ​ທະ​ນາ​ຕິກ​ນິກ​ວິ​ທະ​ຍາ​ສາດ, ຊຸກ​ຍູ້​ໃຫ້​ອຸດ​ສາ​ຫະ​​ກຳ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ໃໝ່. ແຂວງ​ເຈີ້​ຈ່ຽງ​ຄວນ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໃນ​ຂົງ​ເຂດ​ສຳ​ຄັນ​ແລະ​ຂອດສຳ​ຄັນ​ຢ່າງ​ເລິກ​ເຊິ່ງ ເພື່ອ​ຊອກ​ຫາ​ວິ​ທີ​ທາງ​ແລະ​ຖອດ​ຖອນ​ບົດ​ຮຽນ​ໃຫ້​ແກ່​ການ​ປະ​ຕິ​ຮູບ​ໃນ​ທົ່ວ​ປະ​ເທດ.

ໃນ​ຖາ​ນະ​ເປັນ​ແຂວງ​ແນວ​ໜ້າ​ທີ່​ຈີນ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍ ນອກ, ຍອດ​ປະລິ​ມານ​​ດ້ານເສດ​ຖະ​ກິດ​ຂອງ​ແຂວງ​ເຈີ້​ຈ່ຽງ​ເປັນ​ອັນ​ດັບ 4 ​ຂອງ​ທົ່ວ​ປະ​ເທດຈີນ. ແຕ່​ວັນ​ທີ 29 ມີ​ນາ​ຜ່ານ​ມາຫາ​ວັນ​ທີ 1 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງໄປ​ນະ​ຄອນ​ນິງ​ປົ່ວ, ນະ​ຄອນ​ຮູ​ໂຈ່ວ ​ແລະນະ​ຄອນ​ຮາງ​ໂຈ່ວ ເພື່ອ​ສຳຫຼວດກວດ​ເບິ່ງ​ທ່າ​ກຳ​ປັ່ນ, ວິ​ສາ​ຫະ​ກິດ, ຊົນ​ນະ​ບົດ ແລະ​ດິນ​ທາມ​ນິ​ເວດ​ຢູ່​ທ້ອງ​ຖິ່ນ. ຕອນ​ເຊົ້າ​ວັນ​ທີ 1 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວຫຼັງ​ຈາກ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ວຽກ​ງານ​​ຢູ່​ແຂວງ​ເຈີ້​ຈ່ຽງ.

ທ່ານ​ກ່າວ​ເນັ້ນ​ວ່າ: ຕ້ອງ​ກຳ​ແໜ້ນ​ແລະ​ສ້າງ​ໂອ​ກາດ​ທ່າມ​ກາງຄວາມ​ຫຍຸ້ງ​ຍາກ​ໃນ​ປັດ​ຈຸ​ບັນ, ໃນ​ຂະ​ນະ​ທີ່​ເຮັດ​ວຽກ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຢ່າງ​ເຂັ້ມງວດ​ໃຫ້​ດີ, ​ຕ້ອງເລັ່ງ​ລັດ ​ແລະເປີດກວ້າງ​ການ​ຟື້ນ​ຟູ​ການ​ເຮັດ​ວຽກ​ແລະ​ການ​ຜະ​ລິດ​ຢ່າງ​ແຂງ​ແຮງ​ຕາມ​ລະ​ບຽບ, ຊຸກ​ຍູ້​ໃຫ້​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​​ຟື້ນ​ຟູ​ການ​ຜະ​ລິດ​ຢ່າງ​ທົ່ວ​ເຖິງ. ຕ້ອງວາງ​ນະ​ໂນ​ບາຍ​ແລະ​ມາດ​ຕະ​ການ​ທີ່​ມີ​ເປົ້າ​ໝາຍ​ທີ່​ຈະ​ແຈ້ງ​ຢ່າງ​ທັນ​ການ ແລະ​ມາດ​ຕະ​ການ​ທີ່​ມີ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ຕໍ່​ການ​ຊຸກ​ຍູ້​ການ​ປະ​ດິດ​ສ້າງ, ຕ້ອງ​ເລັ່ງ​ລັດ​ວາງ​ແຜນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເສດ​ຖະ​ກິດ​ດີ​ຈີ​​ຕອນ, ການ​ບໍ​ລິ​ການຊີ​ວິດ​ແລະ​ສຸ​ຂະ​ພາບ​ຮ່າງ​ກາຍ, ວັດ​ຖຸ​ໃໝ່ ແລະ​ອື່ນໆ ທີ່​ເປັນອຸດ​ສາ​ຫະ​ກຳ​ຍຸດ​ທະ​ສາດທີ່​ຈະ​ເລີນໃໝ່​ແລະ​ອຸດ​ສາ​ຫະ​ກຳ​ອະ​ນາ​ຄົດ.