ນັກສຶກສາຈີນໄດ້ຮັບ “ຖົງສຸຂະພາບ”ຈາກມາຕຸພູມ

2020-04-03 18:30:28 |ມາຈາກ: Yunnan Gateway

“ອົບອຸ່ນໃຈຫລາຍ, ພູມໃຈໃນປະເທດມາຕຸພູມຂອງຕົນ!” ພາຍໃຕ້ສະຖານະການອັນຮຸນແຮງທີ່ພະຍາດໂຄວິດ-19 ແຜ່ລະບາດໄປທົ່ວໂລກ, ໃນໄລຍະນີ້ນັກສຶກສາຈີນຈຳນວນຫລາຍທີ່ຢູ່ຕ່າງປະເທດຄ່ອຍທະຍອຍໄດ້ຮັບຂອງຂວັນອັນພິເສດຢ່າງຫນຶ່ງທີ່ມາຈາກປະເທດແຜ່ນດິນແມ່ຂອງຕົນ ເຊິ່ງກໍຄື “ຖົງສຸຂະພາບ”. ບັນດານັກສຶກສາກໍພາກັນເອົາຖົງສຸຂະພາບທີ່ຕົນໄດ້ຮັບມາສະແດງໃຫ້ເບິ່ງ, ທັງເປີດເຜີຍຄວາມຮູ້ສຶກວ່າ:ຂອບໃຈປະເທດມາຕຸພູມ!

ຖົງສຸຂະພາບອັນນີ້ແມ່ນເປັນມາຄືແນວໃດ?ໃນຕອນເຊົ້າ 10 ໂມງ ຂອງວັນທີ 2 ເດືອນເມສາ, ໃນງານຖະແຫລງຂ່າວທີ່ຈັດຂຶ້ນໂດຍຫ້ອງການຂ່າວສານ ຄະນະລັດຖະບານ ສປ ຈີນ, ທ່ານ ມາຈ່າວຊູ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ແນະນຳວ່າ, ສະຖານທູດ ແລະ ສະຖານກົງສຸນແຕ່ລະແຫ່ງກຳລັງສົ່ງ ຖົງສຸຂະພາບ ໃຫ້ນັກສຶກສາຈີນຈຳນວນ 5 ແສນກວ່າຖົງຜ່ານແຕ່ລະຊ່ອງທາງຢ່າງຕໍ່ເນື່ອງ, ເຊິ່ງລວມມີ ຜ້າປິດປາກຈຳນວນ 11 ລ້ານກວ່າອັນ, ຜະລິດຕະພັນຂ້າເຊື້ອ 5 ແສນອັນ.

ພາຍໃຕ້ສະພາບການທີ່ຫລາຍປະເທດນຳໃຊ້ມາດຕະການ “ປິດປະເທດ”“ປິດເມືອງ”, ກະຊວງການຕ່າງປະເທດຈີນກໍໄດ້ຮ່ວມກັບກົມການບິນພົນລະເຮືອນຍາດແຍ່ງເວລາ, ນຳໃຊ້ເຮືອບິນພົນລະເຮືອນໃຫ້ບູລິມະສິດຈັດແຈງຂົນສົ່ງຖົງສຸຂະພາບ, ຮັບປະກັນວ່າຖົງສຸຂະພາບແມ່ນສົ່ງໄປເຖິງມືຂອງນັກສຶກສາທີ່ຢູ່ຕ່າງປະເທດໃຫ້ທັນເວລາຢ່າງແທ້ຈິງ.

ອີງຕາມຂໍ້ມູນທີ່ນັກຂ່າວໄດ້ຮັບຮູ້ມາ, ຂະນະນີ້ມີນັກສຶກສາຈີນໃນຫລາຍປະເທດທີ່ໄດ້ຮັບຖົງສຸຂະພາບແລ້ວ. ລີໂອ (Leo) ນັກສຶກສາຈີນຢູ່ເມືອງມິລານ ປະເທດອິຕາລີໄດ້ບັນທຶກວິດີໂອ, ສະແດງຖົງສຸຂະພາບທີ່ຕົນໄດ້ຮັບມີ: ແຄບຊູນຫລຸດຜ່ອນພະຍາດກາດອກບົວ (ຢາແກ້ຫວັດຂອງຈີນ) 1 ກ່ອງ, ຜ້າປິດປາກ 20 ອັນ, ຍັງມີແຜ່ນເຈ້ຍບົດກອນລາຊະວົງຖາງທີ່ໃຊ້ມືຂຽນວ່າ “ພວກເຮົາເຂົ້າໃຈຄວາມຄິດຮອດບ້ານເກີດຂອງຜູ້ຢູ່ໄກ, ຖົງນ້ອຍໆໃບນີ້, ເປັນຕົວແທນຄວາມຫ່ວງໃຍຈາກແຜ່ນດິນມາຕຸພູມ”. ລາວໄດ້ເນັ້ນຫນັກໃນວິດີໂອວ່າ “ບົດກອນລາຊະວົງຖາງປະໂຫຍກນີ້, ບໍ່ແມ່ນພິມເອົາ, ແຕ່ໃຊ້ມືຂຽນເທວະດາເອີຍ, ຈັ່ງແມ່ນຊາບຊຶ້ງໃຈ, ຈັ່ງແມ່ນໃສ່ໃຈອີ່ຫລີ!”

ນັກຂ່າວຂອງພວກເຮົາຍັງໄດ້ຮັບຮູ້ອີກວ່າ, ນັກສຶກສາຈີນທີ່ຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວກໍໄດ້ຮັບຖົງສຸຂະພາບແລ້ວເຊັ່ນດຽວກັນ.

ມື້ມໍ່ໆມານີ້, ທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈຳ ສປປລາວ ໄດ້ໄປມະຫາວິທະຍາໄລແຫ່ງຊາດລາວ, ຢ້ຽມຢາມຕົວແທນນັກສຶກສາຈີນຂອງມະຫາວິທະຍາໄລແຫ່ງດັ່ງກ່າວ, ມອບ ແລະ ສົ່ງຕໍ່ຖົງສຸຂະພາບ 400 ຖົງໃຫ້ແກ່ພວກເຂົາ, ທັງຍັງໄດ້ດຳເນີນການແລກປ່ຽນເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກຕົວຈິງທີ່ທຸກຄົນໄດ້ປະສົບພົບພໍ້.

ທ່ານ ຈ່ຽງຈ້າຍຕົ່ງ ກ່າວວ່າ, ສະຖານທູດໄດ້ມີການຕິດຕໍ່ພົວພັນກັບກະຊວງສຶກສາທິການຂອງລາວ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ມະຫາວິທະຍາໄລແຫ່ງຊາດລາວ, ເພື່ອຂໍໃຫ້ພວກເພິ່ນຕິດຕາມເອົາໃຈໃສ່ຢ່າງໃກ້ຊິດ ແລະ ຕອບຮັບຢ່າງຕັ້ງຫນ້າຕໍ່ຄວາມຮ້ອງຂໍຂອງນັກຮຽນ.ໄດ້ຮັບຮູ້ວ່າເຫລົ່ານັກສຶກສາຫວັງວ່າຈະໄດ້ກິນອາຫານຈີນ, ທາງສະຖານທູດກໍໄດ້ປະສານງານກັບສະພາການຄ້າຈີນ ປະຈຳ ສປປລາວແລະ ສະພາການຄ້າຊາວຈີນຕ່າງດ້າວ ປະຈຳ ສປປລາວ, ຈັດການສົ່ງອາຫານໃຫ້ທຸກອາທິດເພື່ອປັບປຸງອາຫານຂອງທຸກຄົນ.

ທ່ານ ຈ່ຽງຈ້າຍຕົ່ງ ກ່າວວ່າ, ໃນຂະນະນີ້, ບັນດານັກສຶກສາກໍມີຄວາມຕື່ນຕົວໃນການຢູ່ໃນເຂດໂຮງຮຽນ, ປະຕິບັດຕາມກົດລະບຽບການປ້ອງກັນ ແລະ ຄວບຄຸມທີ່ທາງລັດຖະບານລາວວາງອອກ, ຮັກສາສຸຂະພາບຮ່າງກາຍຂອງຕົນເປັນຢ່າງດີ, ຈັດແຈງການດຳລົງຊີວິດ ແລະ ການຮຽນເປັນຢ່າງດີ, ນີ້ກໍ່ແມ່ນການໃຫ້ຄວາມສະຫນັບສະຫນູນເປັນຢ່າງດີຕໍ່ວຽກງານການປ້ອງກັນ ແລະ ຕໍ່ຕ້ານການລະບາດຂອງລາວ.

ບັນດານັກສຶກສາທີ່ຢູ່ຕ່າງປະເທດກໍພາກັນໃຫ້ຄຳເຫັນວ່າ, ຖົງສຸຂະພາບທີ່ໄດ້ຮັບເຮັດໃຫ້ພວກເຂົາໄດ້ຮູ້ສຶກເຖິງຄວາມຮັກຄວາມເອົາໃຈໃສ່ຢ່າງແທ້ຈິງຈາກປະເທດແຜ່ນດິນແມ່, ເຮັດໃຫ້ພວກເຂົາມີຄວາມຫມັ້ນໃຈຢ່າງເດັດດ່ຽວໃນການເອົາຊະນະສົງຄາມຕໍ່ຕ້ານພະຍາດ, ພວກເຂົາຈະປ້ອງກັນ ແລະ ຮັກສາຕົນເອງຢ່າງຈິງຈັງ, ສຳເລັດຜົນໃນການສຶກສາຮຳ່ຮຽນ, ເພື່ອຮີບກັບຄືນເມືອຕອບແທນແຜ່ນດິນມາຕຸພູມໃຫ້ໄວໆ.