ໜ່ວຍຊ່ຽວຊານຈີນຊີ້ນຳການປ້ອງກັນຄວບຄຸມການລະບາດພະຍາດໂຄວິດ-19 ໃຫ້ທາງລົດໄຟຈີນ-ລາວ

2020-04-07 17:48:51 |ມາຈາກ: CRI

ວັນທີ 6 ເມສານີ້, ໜ່ວຍຊ່ຽວຊານຈີນທີ່ໄປຊ່ວຍເຫຼືອການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແນະນຳໃຫ້ຮູ້ວ່າ, ວັນທີ 5 ເມສານີ້, ໜ່ວຍຊ່ຽວຊານໄດ້ໄປຊີ້ນຳແລະສຳຫຼວດຄົ້ນຄວ້າວຽກງານປ້ອງກັນຄວບຄຸມການລະບາດຢູ່ບ່ອນເຮັດວຽກຂອງໂຄງການກໍ່ສ້າງທາງລົດໄຟຈີນ-ລາວທີ່ຊານເມືອງນະຄອນຫຼວງວຽງຈັນ.

ທ່ານລິວສຽວຊຽງ ສະມາຊິກໜ່ວຍຊ່ຽວຊານໄດ້ແນະນຳສະພາບການແຜ່ລະບາດແລະການປ້ອງກັນຄວບຄຸມພະຍາດໂຄວິດ-­19 ຢູ່ລາວໃນປັດຈຸບັນນີ້, ໄດ້ເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບໄວຣັສໂຄວິດ-19, ແລະໄດ້ອະທິບາຍຢ່າງລະອຽດກ່ຽວກັບການຄຸ້ມຄອງຜູ້ເຮັດວຽກຂອງວິສາຫະກິດ, ການຕິດຕາມກວດກາສຸຂະພາບ, ການຮັບປະກັນດ້ານວັດຖຸສິ່ງຂອງ, ມາດຖານດ້ານອະນາໄມຢູ່ສະຖານທີ່ເຮັດວຽກ, ການດັບເຊື້ອຢູ່ສະຖານທີ່ເຮັດວຽກ, ການປ້ອງກັນຄວບຄຸມຂອງສ່ວນບຸກຄົນແລະອື່ນໆ ໃນໄລຍະພະຍາດໂຄວິດ-19 ແຜ່ລະບາດ.

ທ່ານຊ່ຽວຊຽນເວີນ ເລຂາຄະນະກຳມະການວຽກງານປະສົມຂອງໂຄງການທາງລົດໄຟຈີນ-ລາວກ່າວວ່າ, ການຊີ້ນຳກັບທີ່ຂອງໜ່ວຍຊ່ຽວຊານການແພດ ໄດ້ສະເໜີຄວາມເຫັນຊີ້ນຳທີ່ຖືກກັບຫຼັກວິທະຍາສາດຫຼາຍກວ່າເກົ່າ, ເຊິ່ງໄດ້ສ້າງພື້ນຖານໝັ້ນແກ່ນໃຫ້ແກ່ການຮັບປະກັນສຸຂະພາບແລະຄວາມປອດໄພດ້ານຊີວິດຂອງໝົດທຸກຄົນໃນການຊຸກດູ້ການກໍ່ສ້າງໂຄງການໃຫ້ມີຄວາມຄືບໜ້າຢ່າງໝັ້ນທ່ຽງ.