ຫົວຂໍ້ຫຼັກວັນອະນາໄມໂລກປີ 2020: ສະໜັບສະໜູນນາງພະຍາບານແລະ ຜູ້ຊ່ອຍໝໍປະສູດ

2020-04-07 17:59:09 |ມາຈາກ: CRI

ວັນ​ທີ 7 ເມ​ສາ​ແມ່ນ​ວັນ​ອະ​ນາ​ໄມ​ໂລກ, ຫົວ​ຂໍ້​ຫຼັກ​ປີ​ນີ້​ແມ່ນ “ສະ​ໜັບ​ສະ​ໜູນ​ນາງ​ພະ​ຍາ​ບານ​ແລະ​ຜູ້​ຊ່ອຍ​ໝໍ​ປະ​ສູດ”. ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ກ່າວ​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID -19 ໄດ້​ເນັ້ນ​ໜັກ​ຄວາມ​ຕ້ອງ​ການ​ໂດຍ​ດ່ວນ​ຂອງ​ໂລກ​ຕໍ່​ພະ​ນັກ​ງານ​ການ​ແພດ​ຫຼາຍກວ່າ​ເກົ່າ, ​ສ່ວນນາງ​ພະ​ຍາ​ບານກວມ​ພະ​ນັກ​ງານ​ການ​ແພດ​ທົ່ວ​ໂລກຫຼາຍກວ່າ 50%, ໄດ້​ໃຫ້​ບໍ​ລິ​ການ​ອັນ​ສຳ​ຄັນ​ທີ່​ສຸດ​​ແກ່​ລະ​ບົບ​ອະ​ນາ​ໄມ.

ທ່ານ​ເຕ​ໂ​ດຼສ ອັດ​ຮັນ​ໂນມ ເກ​ເບຼເຢ​​ຊຸ​ສ ​ຜູ້​ອຳ​ນວຍ​ການ​ໃຫຍ່​ ​ WHO ກ່າວ​ວ່າ, ນາງ​ພະ​ຍາ​ບານ​ແມ່ນ​ກຳ​ລັງ​ຫຼັກ​ແຫຼ່ງຂອງ​ລະ​ບົບ​ອະ​ນາ​ໄມ, ປັດ​ຈຸ​ບັນ​ມີ​ນາງ​ພະ​ຍາ​ບານ​ຫຼາຍ​ຄົນ​ພວມ​ຕ້ານ​ກັບ​ພະ​ຍາດ COVID -19 ຢູ່​ແນວ​ໜ້າ, ບົດ​ຮຽນ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວນ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຕໍ່​ພະ​ນັກ​ງານ​ອະ​ນາ​ໄມ​ຄື​ນາງ​ພະ​ຍາ​ບານ​ແລະ​ທ່ານ​ໝໍ​ເປັນ​ຕົ້ນ. ໃນ​ໄລ​ຍະ​ພະ​ຍາດ COVID -19, ພວກ​ເຮົາ​ໄດ້​ເສຍ​ພະ​ນັກ​ງານ​ອະ​ນາ​ໄມ​ຫຼາຍ​ຄົນ​ແລ້ວ, ພວກ​ເຂົາ​ເຈົ້າ​ໄດ້​ກອບ​ກູ້​ຊີ​ວິດ​ຂອງ​ຜູ້​ອື່ນ​ແຕ່​ເສຍ​ສະ​ຫຼະ​ຊີ​ວິດ​ຕົນ​ເອງ. ບໍ່​ວ່າ​ແມ່ນ​ໄລ​ຍະ​ທຳ​ມະ​ດາ​ຫຼື​ໄລ​ຍະ​ພະ​ຍາດ​ແຜ່​ລະ​ບາດ​ໃນ​ປັດ​ຈຸ​ບັນ, ຕ້ອງ​ຊ່ວຍ​ເຫຼືອ​ແລະ​ປົກ​ປັກ​ຮັກ​ສາ​ພວກ​ເຂົາ​ເຈົ້າ, ຂອບ​ໃຈ​ແລະ​ໂຄ​ລົບ​ວຽກ​ງານ​ທີ່​ພວກ​ເຂົາ​ເຈົ້າ​ເຮັດ​ຢ່າງ​ແທ້​ຈິງ. ວຽກ​ນີ້​ແມ່ນ​ສັກ​ສິດ​ທີ່​ສຸດ, ເຊື່ອ​ວ່າ​ພວກ​​ເຂົາເຈົ້າ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID -19.