ເລີ່ມຕົ້ນການປູຮາງລົດໄຟຕອນ​ຢີຊີ່-ບໍຫານຂອງເສັ້ນທາງ​ລົດ​ໄຟລາວ-ຈີນ

2020-04-08 11:15:27 |ມາຈາກ: Yunnan Gateway

ໃນຕອນເຊົ້າຂອງວັນທີ 7 ເດືອນເມສາ, ວຽກ​ງານການປູຮາງລົດໄຟແຕ່ນະຄອນຢີຊີຫາບໍ່ຫານໃນຕອນປະເທດຈີນຂອງເສັ້ນທາງລົດໄຟລາວ-ຈີນໄດ້ເລີ່ມຕົ້ນຂຶ້ນຢ່າງຮອບດ້ານ, ​ເພື່ອ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ເປີດ​​​ທາງ​ລົດ​ໄຟ​ຈີນ-ລາວ​ໃນ​ທ້າຍ​ປີ 2021.

ເນື່ອງຈາກໄດ້ຮັບຜົນກະທົບຈາກການການລະບາດຂອງພະຍາດ ແລະ ປັດໃຈອື່ນໆ, ໄລຍະເວລາການປູຮາງຂອງເສັ້ນທາງທັງໝົດໄດ້ຫລຸດລົງ. ເພື່ອໃຫ້ສຳເລັດວຽກງານການປູຮາງຕາມເວລາທີ່ກຳນົດ, ພະນັກງານກໍ່ສ້າງໄດ້ນຳໃຊ້ຮູບແບບການຂົນສົ່ງແລະການຄຸ້ມຄອງແບບວິຊາສະເພາະໃນໄລຍະການກໍ່ສ້າງ, ເພື່ອຊຸກຍູ້ການປູຮາງທີ່ມີປະສິດທິຜົນ. ອີງຕາມຂໍ້ມູນຂ່າວສານ, ໃນທ້າຍເດືອນກຸມພາປີນີ້, ສະຖານທີ່ກໍ່ສ້າງທັງໝົດ 370 ແຫ່ງໃນເສັ້ນທາງລົດໄຟລາວ-ຈີນ ຕອນ​ຢີຊີ່-ບໍ່ຫານ ໄດ້ຟື້ນຟູການກໍ່ສ້າງຄືນໃຫມ່, ແລະ ມີພະນັກງານ 23.000 ຄົນກັບຄືນມາເຮັດວຽກ.

ເສັ້ນທາງລົດໄຟລາວ-ຈີນ ຕອນປະເທດຈີນ ນະຄອນຢີຊີຫາບໍ່ຫານ ມີຄວາມຍາວທັງໝົດ 508 ກິໂລແມັດ, ຄາດວ່າຈະເລີ່ມເປີດໃຊ້ໃນທ້າຍປີ 2021 ພ້ອມກັບເສັ້ນທາງລົດໄຟຕອນປະເທດລາວ ບໍ່ເຕັນ-ວຽງຈັນ. ເປັນໂຄງການອັນສຳຄັນທີ່ເຊື່ອມຕໍ່ຍຸດທະສາດຂອງປະເທດຈີນຂໍ້​ລິ​ເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ກັບ ປະເທດລາວ “ຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມຈອດ”, ພາຍຫຼັງ​​ການ​ສະ​ເໜີຂໍ້​ລິ​ເລິ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​, ເສັ້ນທາງ​ລົດ​ໄຟ​ຈີນ-ລາວ​ທີ່​ກຳ​ລັງ​ກໍ່​ສ້າງກໍ​ແມ່ນ​ທາງ​ລົດ​ໄຟ​ສາ​ກົນສາຍ​ທຳ​ອິດ​ທີ່​ຈີນ​ເປັນ​ຝ່າຍ​ລົງ​ທຶນ​ກໍ່​ສ້າງ​ຕົ້ນ​ຕໍ, ກໍ່​ສ້າງ​ດ້ວຍ​ເຕັກ​ນິກ ແລະ ມາດ​ຖານ​ຈີນ​ທັງ​ໝົດ, ​ນຳ​ໃຊ້​​ອຸ​ປະ​ກອນ ແລະ ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຈີນ​ໂດຍ​ກົງ. ເມື່ອ​ເປີດ​ບໍ​ລິ​ການ​ແລ້ວຈະ​ກາຍ​ເປັນ​ທາງ​ລົດ​ໄຟ​ສາ​ກົນ​ທີ່​ເຂົ້າ​ອອກ​ເມືອງ​ຈາກ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ອີກ​ສາຍ​ໜຶ່ງ. ຮອດ​ເວ​ລາ​ນັ້ນ, ການເດີນທາງທ່ອງທ່ຽວໂດຍສານຈາກຄຸນໝິງຫາເມືອງສິບສອງພັນນາແມ່ນໃຊ້ເວລາປະມານ 3 ຊົ່ວໂມງ, ແລ​ະ ມີຄວາມຄາດຫວັງວ່າຈະສາມາດອອກຈາກຈີນໃນຕອນຄ່ຳ ແລະ ໄປຮອດນະ​ຄອນ​ຫຼວງວຽງ​ຈັນໃນຕອນເຊົ້າ.