ຊ່ຽວຊານຈີນຢູ່ຮ່ວມກັບພວກເຮົາຢ່າງຈິງໃຈ, ຊາວລາວຍ້ອງຍໍໜ່ວຍຊ່ຽວ​ຊານ​ແພດຈີນ

2020-04-08 11:31:54 |ມາຈາກ: Yunnan Gateway

"ຜູ້ຊ່ຽວຊານຈີນມາຮອດລາວທັນທີຫລັງຈາກທີ່ປິ່ນປົວຄົນເຈັບໃນປະເທດຈີນ. ເພື່ອນຮ່ວມງານຂອງຂ້ອຍ ແລະ ຂ້ອຍເບິ່ງພວກເຂົາເຂົ້າ-ອອກກະຊວງສາທາລະນະສຸກແລະໂຮງໝໍ 150 ທຸກໆມື້, ເບິ່ງຄືວ່າບໍ່ໄດ້ເຫັນພວກເຂົາພັກຜ່ອນເລີຍ, ພວກເຮົາທຸກຄົນເບິ່ງແລ້ວກໍຮູ້ສຶກເຈັບປວດໃຈ. ທ່ານນາງ ຈັນດາລີ ທ່ານໝໍປະເທດລາວເວົ້າກັບນັກຂ່າວຊິນຫົວວ່າ:"ຊ່ຽວຊານຈີນເຫຼົ່ານີ້ຢູ່ຮ່ວມກັບພວກເຮົາຢ່າງຈິງໃຈ!"

ວັນທີ 24 ມີນາ, ປະເທດລາວກວດພົບ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ເປັນ​ຄັ້ງ​ທຳ​ອິດ, ຫຼັງຈາກນັ້ນພຽງ 5 ມື້, ໜ່ວຍຊ່ຽວ​ຊານ​ແພດຈີນກໍ​ເດີນ​ທາງ​ໄປ​ຮອດ​ລາວແລ້ວ.

ທ່ານ ຊີນທ່ອງຊວງ ຮອງຫົວໜ້າໜ່ວຍຊ່ຽວ​ຊານ​ແພດຈີນບອກຕໍ່ນັກຂ່າວວ່າ, ເພື່ອນຂອງລາວທີ່ຢູ່ປະເທດລາວສົ່ງຂໍ້ມູນມາໃຫ້ລາວ, ສະແດງຄວາມຂອບໃຈຕໍ່ຊ່ຽວຊານຈີນ. ບັນດາຫມູ່ເພື່ອນຂອງລາວເວົ້າວ່າ, ການມາຮອດ​ປະເທດລາວຂອງໜ່ວຍຊ່ຽວ​ຊານ​ແພດຈີນ​ເຮັດໃຫ້ປະຊາຊົນລາວມີຄວາມເຊື່ອໝັ້ນເພີ່ມຂື້ນຕໍ່ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19.

ທ່ານ​ ຈ່ຽງ​ຈ້າຍ​ຕົ່ງ ​ເອກ​ອັກຄະ​ລັດຖະທູ​ດ ສປ ຈີນ​ປະຈຳ​ ສປປ ລາວ ກ່າວກັບນັກຂ່າວວ່າ, ໜ່ວຍຊ່ຽວ​ຊານ​ແພດຈີນຂອງພວກເຮົາກຳລັງແບ່ງປັນປະສົບການຂອງຈີນກັບຊ່ຽວ​ຊານ​ແພດລາວ. ເພື່ອຊ່ວຍເຫຼືອລາວໃນການສ້າງແຜນການແບບວິຊາສະເພາະທີ່ເໝາະສົມກັບສະພາບຄວາມເປັນຈິງຂອງປະເທດລາວ. ອຸທິດກຳລັງໃຫ້ຝ່າຍລາວໃນການຕໍ່ສູ້ຕ້ານການລະບາດແລະກໍ່ສ້າງຄູ່ຮ່ວມຊາຕາກຳຈີນ-ລາວ".

ຫລັງຈາກທີ່ໜ່ວຍຊ່ຽວ​ຊານ​ແພດຈີນໄດ້ມາຮອດລາວ, ເກືອບທຸກເວລາແມ່ນລ້ວນແຕ່ຢູ່ກະຊວງສາທາລະນະສຸກຂອງລາວແລະໂຮງໝໍ. ສອງສາມມື້ຕໍ່ມາ, ທ່ານ ຫວາງຊິງລີ, ຫົວໜ້າໜ່ວຍຊ່ຽວຊານແພດຈີນ, ໄດ້ມີຄວາມເຂົ້າໃຈແຈ້ງກ່ຽວກັບສະພາບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະ​ຍາດ​ໂຄວິດ-19 ໃນປະເທດລາວ.ທ່ານກ່າວກັບນັກຂ່າວວ່າ, ບັນດາສະມາຊິກຂອງໜ່ວຍຊ່ຽວຊານແພດຈີນໄດ້ສື່ສານ ແລະ ສົນທະນາກັບພະແນກການທີ່ກ່ຽວຂ້ອງຂອງລາວຢ່າງຕໍ່ເນື່ອງ. ພ້ອມດຽວກັນນີ້, ກໍໄດ້ໄປໂຮງໝໍ, ຈຸດແຍກປ່ຽວ ແລະ ຄອບຄົວທີ່ແຍກປ່ຽວເພື່ອເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດມາດຕະການທີ່ກ່ຽວຂ້ອງ, ອີງຕາມສະພາບການໃນປະຈຸບັນຂອງຊັບພະຍາກອນການແພດຂອງລາວ, ກັບມາດຕະການປ້ອງກັນແລະຄວບຄຸມທີ່ມີຢູ່ແລ້ວ, ຈະປັບປຸງ ແລະ ອອກແຈ້ງການນະໂຍບາຍການປ້ອງກັນ ແລະ ຄວບຄຸມ ກັບ ແຜນການວິນິດໄສ ແລະ ປິ່ນປົວພະຍາດໃນທົ່ວປະເທດ.

ທ່ານ ລິວຊຽວຊຽງ ຜູ້ຊ່ຽວຊານຂອງໜ່ວຍຊ່ຽວ​ຊານ​ແພດຈີນເວົ້າວ່າ:"ພວກເຮົາຮູ້ວ່າຄວາມຮັບຜິດຊອບແມ່ນໃຫຍ່ຫຼວງ, ແລະພວກເຮົາຈະສືບຕໍ່ລົງສູ່ການເຮັດວຽກການປ້ອງກັນແລະຄວບຄຸມຢ່າງເລິກເຊິ່ງ, ສົມທົບສະຖານະການຕົວຈິງໃນລາວ, ສົມທົບປະສົບການຂອງຈີນກັບສະຖານະການຕົວຈິງລາວຢ່າງມີປະສິດທິຜົນ, ແລະ ອຸທິດເຫື່ອແຮງໃຫ້ປະເທດລາວໃນການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19ແລະການສ້າງຕັ້ງຄູ່ຮ່ວມຊາຕາກຳຈີນ-ລາວ".

ທ່ານນາງ ຈັນດາລີ ເວົ້າວ່າ:"ພວກເຮົາທຸກຄົນຮູ້ວ່າໃນຫ້ອງຄົນເຈັບມີຄວາມສ່ຽງ. ຜູ້ຊ່ຽວຊານຈີນຕ້ອງຈາກຄອບຄົວ ແລະ ມາຢູ່ປະເທດລາວໂດຍບໍ່ສົນໃຈຄວາມປອດໄພສ່ວນຕົວ. ປະຕິບັດຕໍ່ຄົນລາວຄືດັ່ງພວກເຮົາເປັນຄອບຄົວຂອງເພິ່ນ." ໃນໂຮງໝໍ150, ເພື່ອນຮ່ວມງານຂອງລາວ ແລະ ລາວເອງກໍໄດ້ຍ້ອງຍໍຜູ້ຊ່ຽວຊານຈີນ. "ປະເທດລາວພົບກັບຄວາມຫຍຸ້ງຍາກ, ລັດຖະບານແລະປະຊາຊົນຈີນບໍ່ຢ້ານກົວຄວາມຫຍຸ້ງຍາກທີ່ຈະຊ່ວຍພວກເຮົາ. ພວກເຮົາປະຊາຊົນລາວຮູ້ສຶກຂອບໃຈໃນບຸນຄຸນ. ຂ້ອຍຮັກປະເທດຈີນ!"

ເຈົ້າໜ້າທີ່ຜູ້ໜຶ່ງຂອງກະຊວງການຕ່າງປະເທດລາວກ່າວຕໍ່ນັກຂ່າວວ່າ, ການຊ່ວຍເຫຼືອທີ່ບໍ່ເຫັນແກ່ໂຕຂອງຜູ້ຊ່ຽວຊານຈີນຈະສົ່ງເສີມໃຫ້ຊາວໜຸ່ມລາວຫຼາຍຄົນຮຳ່ຮຽນການແພດ ແລະ ກາຍເປັນວິລະຊົນຄືກັບຜູ້ຊ່ຽວຊານຈີນ. ທ່ານໝໍລາວຄົນໜຶ່ງທີ່ມີອາຍຸ 32 ປີເວົ້າວ່າ: ພວກເຮົາໂຊກດີຫຼາຍທີ່ສາມາດຮຽນຮູ້ໄດ້ໂດຍກົງກ່ຽວກັບວິທີການປິ່ນປົວກັບການປ້ອງກັນແລະຄວບຄຸມທີ່ປະສົບຜົນສຳເລັດເຊິ່ງຊ່ຽວຊານຈີນນຳມາໃຫ້ພວກເຮົາ. ນີ້ເຮັດໃຫ້ພວກເຮົາເຫັນຄວາມຫວັງ.

ທ່ານ ສິດທິໄຊ ຜູ້ອຳນວຍການສູນຄົ້ນຄວ້າຈີນຂອງມະຫາວິທະຍາໄລແຫ່ງຊາດລາວໃຫ້ສຳພາດຕໍ່ນັກຂ່າວວ່າ, ໜ່ວຍຊ່ຽວຊານແພດຈີນ ແລະ ເຄື່ອງມືອຸປະກອນ​ປິ່ນປົວ​ມາຮອດປະເທດລາວ,ຈະເຮັດໃຫ້ສອງຝ່າຍເພີ່ມທະວີການຮ່ວມມືແລະຮ່ວມກັນຕໍ່ສູ້ກັບການລະບາດຂອງ​ພະ​ຍາດ​ໂຄວິດ-19.