ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19ຂອງ​ຈີນ​ເດີນ​ທາງ​ໄປ​ແຂວງ​ຫຼວງ​ພະ​ບາງ​ແລະ​ຈຳ​ປາ​ສັກ​ລາວ​ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ຮ່ວມ​ມື​ກັນ

2020-04-08 18:19:48 |ມາຈາກ: CRI

ວັນ​ທີ 7 ເມ​ສານີ້, ໂດຍ​ອີງ​ຕາມ​ຂໍ້​ສະ​ເໜີ​ຈາກ​ລັດ​ຖະ​ບານ​ລາວ, ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ເພື່ອ​ຕ້ານ​ພະ​ຍາດ​ໂຄວິດ-19ຂອງ​ຈີນໄດ້ແຍກ​ອອກ​ເດີນ​ທາງ​ໄປ​ແຂວງ​ຫຼວງ​ພະ​ບາງ​ແລະ​​ແຂວງຈຳ​ປາ​ສັກ​ຂອງ​ລາວ ​ເພື່ອ​ດຳ​ເນີນ​ການ​ແລກ​ປ່ຽນ​ຮ່ວມ​ມື​ກັນໃນ​ການ​ປ້ອງ​ກັນ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ໂຄວິດ-19ຢູ່​ທ້ອງ​ຖິ່ນ. ໜ່ວຍ​ຊ່ຽວ​ຊານ​ດັ່ງ​ກ່າວນີ້​ຈະ​​ພ້ອມ​ກັບ​ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ຂອງ​ສອງ​ແຂວງ​ດັ່ງ​ກ່າວ​​ດຳ​ເນີນ​ການສຳ​ຫຼວດ​ຄົ້ນ​ຄວ້າ​ປະ​ສົມ, ລົງ​ສຳ​ຫຼວດ​ຢູ່​ກັບ​ບ່ອນ, ປະ​ສານ​ສົມ​ທົບ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ​ ສະ​ໜອງມາດ​ຕະ​ການ​ແລະ​ຂໍ້​ສະ​ເໜີກ່ຽວ​ຂ້ອງ, ຊ່ວຍ​ເຫຼືອ​ອົງ​ການ​ການ​ແພດ​ປັບ​ປຸງ​ແຜນ​ການປິ່ນ​ປົວ​ໃຫ້​ສົມ​ບູນ,ສະ​ໜອງໃຫ້​ອຸ​ປະ​ກອນກວດ​​ແລະ​ຢາ​ທົດ​ລອງຂອງ​ຫ້ອງ​ທົດ​ລອງ,ແລະ​ດຳ​ເນີນ​ການ​ຊີ້​ນຳ​ທາງວິ​ຊາ​ການ​ແລະ​ອົບ​ຮົມ​ໃຫ້​ນັກ​ການ​ແພດ.