ຟື້ນຟູຖ້ຽວບິນຂອງຄຸນໝິງ-ອູຮັ້ນ ນັບແຕ່ວັນທີ 8 ເມສາເປັນຕົ້ນໄປ

2020-04-09 15:02:55 |ມາຈາກ: Yunnan Gateway

ບໍລິສັດ ການບິນພາກໃຕ້ແຫ່ງປະເທດຈີນ (China Southern Airlines) ມີແຜນການຟື້ນຟູຖ້ຽວບິນຄຸນໝິງ-ອູຮັ້ນຄືນໃຫມ່ ນັບແຕ່ວັນທີ 8 ເມສາເປັນຕົ້ນໄປ. ຫລັງຈາກຖ້ຽວບິນດັ່ງກ່າວໄດ້ກັບມາບິນຄືນໃຫມ່ແລ້ວ, ຈະມີຖ້ຽວບິນ ລະຫວ່າງຄຸນໝິງ - ອູຮັ້ນ 3 ຫາ 4 ຖ້ຽວທຸກໆມື້.

ອີງຕາມຂໍ້ມູນຂ່າວສານ,ເມືອງອູຮັ້ນແມ່ນເມືອງທີ່ໄດ້ຮັບຜົນກະທົບໜັກທີ່ສຸດໃນການລະ​ບາດ​ຂອງ​ພະ​ຍາດຄັ້ງນີ້, ນັບຕັ້ງແຕ່ວັນທີ 23 ມັງກອນໄດ້ປິດເມືອງຈົນມາຮອດປັດຈຸບັນ, ໃນໄລຍະ "ການປິດເມືອງ" ຂອງເມືອງອູຮັ້ນ, ການຂົນສົ່ງຄົມມະນາຄົມທັງໝົດຈາກຄຸນໝິງຫາເມືອງອູຮັ້ນແມ່ນຢຸດເຊົາຊົ່ວຄາວ.