ໜ່ວຍ​​ຊ່ຽວ​ຊານ​ການ​ແພດ​ຕ້ານ​ພະ​ຍາດ COVID-19 ຂອງ​ຈີນ​ເດີນ​ທາງ​ຮອດ​ມຽນ​ມາ

2020-04-09 17:44:32 |ມາຈາກ: CRI

ວັນ​ທີ 8 ເມ​ສາ​ນີ້, ໜ່ວຍ​ງານ​ຊ່ຽວ​ຊານ​ການ​ແພດ​ຕ້ານ​ພະ​ຍາດ COVID-19 ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ເດີນ​ທາງ​ຮອດ​ນະ​ຄອນ​ຢາງ​ກຸ້ງ ຕົວ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ມຽນ​ມາ, ວັດ​ຖຸ​​ສິ່ງ​ຂອງຕ້ານ​ພະ​ຍາດ​ຕ່າງໆ ເຊັ່ນ,ເຄື່ອງ​ໃຊ້​ປ້ອງ​ກັນ​ພະ​ຍາດ, ອຸ​ປະ​ກອນ​ການ​ແພດ ແລະ ຢາ​ພື້ນ​ເມືອງ​ຈີນ​ສຳ​ເລັດ​ຮູບ​ເປັນ​ຕົ້ນງວດ​ໜຶ່ງ​ທີ່​ຈີນ​ບໍ​ລິ​ຈາກ​ໃຫ້​ມຽນ​ມາ​ກໍ່​ຖືກ​ຂົນ​ສົ່ງ​ໄປ​ຮອດ​ດ້ວຍ​ເຮືອ​ບິນ​ລຳ​ດຽວ​ກັນ.

ມື້​ດຽວ​ກັນ, ດ.ຣ. ມິນ ທູຍ ລັດ​ຖະ​ມົນ​ຕີກ​ະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ກິ​ລາ​ມຽນ​ມາ ແລະ ທ່ານ​ເຊີນ​ໄຫ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ໄດ້​ໄປ​ຕ້ອນ​ຮັບ​ໜ່ວຍ​ງານ​ຊ່​ຽວ​ຊານ​ຈີນ​ຢູ່​ສະ​ໜາມ​ບິນ. ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ​ຊິນ​ຮ​ວາ, ດ.ຣ. ມິນ​ ທູຍ​ກ່າວ​ວ່າ, ມຽນ​ມາ​ຕ້ອງ​ການ​ບົດ​ຮຽນ​ຂອງ​ຈີນ​ເພື່ອ​ຕໍ່​ຕ້ານ​ພະ​ຍາດ COVID-19. ໜ່ວຍ​ງານ​ຊ່​ຽວ​ຊານ​ຂອງ​ຈີນ​ມີ​ປະ​ໂຫຍດ​ຫຼາຍ​ທີ່​ສຸດ​ຕໍ່​ມຽນ​ມາ, ນີ້​ຍັງ​ຈະ​ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ນຳ​ອີກ.