ທ່ານສີ​ຈິ້ນ​​ຜິງ​ລົມກັບ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ໂທ​ລະ​ສັບ​ຜ່ານ​ທາງ​ໂທ​ລະ​ສັບ

2020-04-09 17:46:42 |ມາຈາກ: CRI

ຕອນ​ຄ່ຳວັນ​ທີ8ເມ​ສານີ້,ທ່ານສີ​ຈິ້ນ​​ຜິງ,ປະ​ທານ​ປະ​ເທດ​ຈີນ​ໄດ້​ລົມກັບ​ທ່ານ​ຣິ​ເຊັບ ຕາ​ຢິບ ເອ​ໂດ​ອັນ, ​ປະ​ທາ​ນາ​ທິ​ບໍ​ດີ​ຕວກ​ກີ​ຜ່ານ​ທາງ​ໂທ​ລະ​ສັບ.​​

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ,​ປັດ​ຈຸ​ບັນ,ສະ​ພາບ​ພະ​ຍາດ​ໂຄວິດ-19ກຳ​ລັງແຜ່​ລະ​ບາດ​ຢູ່​ທົ່ວ​ໂລກ,ຈີນ​ໄດ້​​ສະ​ໜອງ​ວັດ​ຖຸ​ສິ່ງ​ຂອງຕ້ານ​ພະ​ຍາດ​ຈຳ​ນ​ວນ​ໜຶ່ງ​ໃຫ້​​ຕວກ​ກີ​ແລ້ວ, ທັງ​ຈັດ​ວາງ​ໃຫ້​ຊ່ຽວ​ຊານ​ການ​ແພດ​ຂອງ​ສອງ​ປະ​ເທດ​ແລກ​ປ່ຽນ​ກັນ​ຜ່ານ​ທາງ​ວິ​ດີ​ໂອ, ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ການ​ຕ້ານ​ສະ​ພາບ​ພະ​ຍາດ. ຈີນ​ຍິນ​ດີ​ສືບ​ຕໍ່​ສະ​ໜອງ​ການ​ຊ່ວຍ​ເຫຼືອຕວກ​ກີ​ໃນການ​ຕ້ານ​ສະ​ພາບ​ພະ​ຍາດໂດຍ​ຕາມ​ຄວາມ​ຕ້ອງ​ການ​ຂອງຕວກ​ກີ, ແລະ​​​ໃຫ້​ການ​ຮ່ວມ​ມືແລະ​ຄວາມ​ສະ​ດວກ​ໃຫ້​ແກ່​ຕວ​ກ​ກີໃນ​ການຈັດ​ຊື້​​ວັດ​ຖຸ​ສິ່ງ​ຂອງ​ການ​ແພດ​ຢູ່​ຈີນ.

ທ່ານ​ເອ​ໂດ​ອັນ​ກ່າວ​ວ່າ, ການ​ຕ້ານສະ​ພາບ​ພະ​ຍາດ​ໂຄວິດ-19ແມ່ນ​ສົງ​ຄາມ​ທີ່ມວ​ນ​ມະ​ນຸດ​ກຳ​ລັງ​ຜະ​ເຊີນ​ໜ້າ​ຮ່ວມ​ກັນ. ປະ​ຊາ​ຊົນ​ຈີນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ອົງ​ອາດ​ກ້າ​ຫານ, ເອົາ​ຊະ​ນະ​ສະ​ພາບ​ພະ​ຍາດ, ​ແລະສ້າງ​ແບບ​ຢ່າງ​ໃຫ້​ໂລກ. ​ນອກນີ້ຈີນ​ຍັງ​ໄດ້​ອອກ​ແຮງ​ສຸດ​ຂີດ​ໃນ​ການ​ຜະ​ລິດ​ແລະ​ສະ​ໜອງວັດ​ຖຸ​ສິ່​ງ​ຂອງ​ການ​ແພດ​ໃຫ້ໂລກ, ເຮັດ​ໃຫ້ທົ່ວ​ໂລກ​ໄດ້​ຮັບ​ກຳ​ລັງ​ໃຈ​ຢ່າງ​ເລິກ​ເຊິ່ງ. ຂອບ​ໃຈ​ຈີນ​ທີ່​ໄດ້​ສະ​ໜອງ​ຄວາມ​ສະ​ໜັບ​ສະ​ໜູນ​ຕໍ່​ຕວກ​ກີ​ໃນ​ການ​ຕ້ານ​​ສະ​ພາບພະ​ຍາດ,ແລະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຕວກ​ກີ​​ໃນ​ການ​ຈັດ​ຊື້​​ວັດ​ຖຸ​ສິ່ງ​ຂອງ​ການ​ແພດ​ຢູ່​ຈີນ.