ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ການ​ຕ້ານ​ພະ​ຍາດ​ຂອງ​ລາວ ແບ່ງ​ປັນ​ບົດ​ຮຽນ​ດ້ານ​ການ​ຕ້ານ​ການ​ລະ​ບາດ​ຂອງ​ພະ​ຍາດ​ກັບ​ຝ່າຍ​ລາວ

2020-04-10 17:01:25 |ມາຈາກ: CRI

ວັນ​ທີ 8 ເມ​ສາ​ຜ່ານ​ມາ​ນີ້, ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ຈີນ​ທີ່​ໄປ​ຊ່ວຍ​ເຫຼືອ​ການ​ຕ້ານ​ພະ​ຍາດ​ຂອງ​ລາວ ໄດ້​ແນະ​ນຳ​ສະ​ພາ​ບ​ການ​ແຫ່ງ​ການ​ແລກ​ປ່ຽນ​ດ້ານວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ກັບ​ຝ່າຍ​ລາວ ຢູ່​ແຂວງ​ຈຳ​ປາ​ສັກ ແລະ​ແຂວງ​ຫຼວງ​ພະ​ບາງ ໃຫ້​ນັກ​ຂ່າວ.

ຕາມ​ການ​ແນະ​ນຳ, ຢູ່​ນະ​ຄອນ​ປາກ​ເຊ ເທດ​ສະ​ບານ​ແຂວງ​ຈຳ​ປາ​ສັກ, ໜ່ວຍ​ຊ່ຽວ​ຊານ​​ຈີນໄດ້​ອົບ​ຮົມ​ແລະໃຫ້​ພະ​ນັກ​ງານ​ການ​ແພດ​ທີ່​ມາ​ຈາກ 6 ແຂວງ​ພາກ​ໃຕ້​ລາວ, ແລະ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນ​ຫາ​ດ້ານ​ການ​ບົ່ງ​ມະ​ຕິ ການ​ປິ່ນ​ປົວ ການ​ປ້ອງ​ກັນ​ຄວບ​ຄຸມ​ ການ​ວັດແທກ​ອຸນ​ຫະ​ພູມ​ແລະ​ອື່ນໆ, ພ້ອມ​ທັງ​ແລກ​ປ່ຽນ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມ​ການ​ລະ​ບາດ​ຂອງ​ພະ​ຍາດ, ການ​ດັບ​ເຊື້ອ​ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ, ການ​ສຳ​ຫຼວດ​ດ້ານ​ລະ​ບາດວິ​ທະ​ຍາ, ການ​ຄຸ້ມ​ຄອງ​ກຸ່ມ​ຄົນ​ມີ​ຄວາມ​ສ່ຽງ​ສູງ​ແລະ​ອື່ນໆ, ຍັງ​ໄດ້​ໃຫ້​​ຂໍ້ສະ​ເໜີ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ໃຊ້​ມາດ​ຕະ​ການ​ຕ່າງໆ.

ຢູ່​ຫຼວງ​ພະ​ບາງ, ໜ່ວຍ​ຊ່ຽວ​ຊານ​​ໄດ້ເຂົ້າ​ຮ່ວມ​​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດ​ຂອງ 8 ແຂວງ​ພາກ​ເໜືອ​ລາວ, ແລະ​ໄດ້​ດຳ​ເນີນ​ການ​ອົບ​ຮົມ​ແລະ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ແຜນ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ກັບ​ຊ່ຽວ​ຊານ​ຝ່າຍ​ລາວ, ອົບ​ຮົມ​ພະ​ນັກ​ງານກວດ​ກາ​ເຊື້ອ​ພະ​ຍາດ​ໃຫ້​ຫ້ອງ​ທົດ​ລອງ​ຕ່າງໆ​ຢູ່​ພາກ​ເໜືອ, ພ້ອມ​ທັງ​ຈັດ​ກອງ​ປະ​ຊຸມສຳ​ມະ​ນາ​ກັບ​ຜູ້​ຊ່ຽວ​ຊານ​ທີ່​ກ່ຽວ​ຂ້ອງ​ທີ່​ມາ​ຈາກ​ພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ແລະ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຂອງ 8 ແຂວງ​ພາກ​ເໜືອ.

ວັນ​ທີ 24 ມີ​ນາ​ຜ່ານ​ມາ​ນີ້, ລາວ​ໄດ້​ລາຍ​ງານ​ພົບ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ, ​ມາ​ຮອດວັນ​ທີ 9 ເມ​ສາ​ນີ້ ທັງ​ໝົດ​ໄດ້​ລາຍ​ງານ​ຜູ້​ເປັນ​ພະ​ຍາດ 16 ກໍ​ລະ​ນີ​ແລ້ວ. ວັນ​ທີ 29 ມີ​ນາ​ແລ້ວ​ນີ້, ໜ່ວຍ​ຊ່ຽວ​ຊານ​ການ​ແພດ​​ຊ່ວຍ​ເຫຼືອ​ການ​ຕ້ານ​ພະ​ຍາດຂອງ​ຈີນ​ເດີນ​ທາງ​ຮອດ​ລາວ.