ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຕ່າງ​ປະ​ເທດ​ເພື່ອ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19 ໂດຍ​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ໄປ​ຮອດ10ປະ​ເທດ

2020-04-10 17:04:29 |ມາຈາກ: CRI

ວັນ​ທີ 9 ເມ​ສານີ້,ທ່ານຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳ​ສະ​ພາບ​ກ່ຽວ​ກັບ​ຈີນສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ໄປ​ຕ່າງປະ​ເທດ ໂດຍ​ກ່າວ​ວ່າ,ປັດ​ຈຸ​ບັນ,ຈີນ​ໄດ້ສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​12​ໜ່ວຍ ໄປ​ຮອດ10ປະ​ເທດຄື​ອີ​ຕາ​ລີ,ແຊກ​ບີ​ແລະ​ກຳ​ປູ​ເຈຍ​ເປັນ​ຕົ້ນ, ໜ່ວຍ​ຊ່ຽວ​ຊານ​ໄດ້​ແລກ​ປ່ຽນ​ບົດ​ຮຽນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ19ກັບ​ພະ​ນັກ​ງານ​ການ​ແພດ​​ທ້ອງ​ຖິ່ນ,ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ຍົກ​ສູງ​ຄວາມ​ສາ​ມາດ​ການ​ປ້ອງ​ກັນ​ຄວບ​ຄຸມ ​ການ​​ບົ່ງ​ມະ​ຕິ​ແລະ​ການປີ່ນ​ປົວ,ຍົກ​ສູງ​ຄວາມ​ໝັ້ນ​ໃຈ​ທີ່​ຮ່ວມ​ກັນ​ເອົາ​ຊະ​ນະ​ສະ​ພາບ​ພະ​ຍາດ,ໄດ້​ຮັບ​ການ​ຕີ​ລາ​ຄາ​ທີ່​ດີ​ເປັນ​ເອ​ກະ​ສັນ​ກັນ​ຈາກ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ຕື່ມ​ວ່າ, ຈີນ​ເຮັດ​ເປັນ​ແນວນີ້ ແມ່ນ​ຍ້ອນ​ມີ​ມິດ​ຕະ​ພາບ​,ແມ່ນ​ເພື່ອ​ຕອບ​ບຸນ​ແທນ​ຄຸນ, ຍ້ອນ​ມີ​ນ້ຳ​ໃຈ​ມະ​ນຸດ​ສະ​ທຳ​ສາ​ກົນ, ຍິ່ງ​ເພື່ອຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄຶດ​ກ່ຽວ​ກັບ​ປະ​ຊາ​ຄົມ​ຮ່ວມ​​ຊາ​ຕ​າ​ກຳມວນມະ​ນຸດ.ແຕ່​ໃດ​ມາ​ພວກ​ເຮົາ​ກໍ​ບໍ່ເຄີຍ​ຢືນ​ເບິ່ງ​ຊື່ໆ​ໃນ​ຍາມ​ໝູ່​ເພື່ອນ​ມີ​ຄວາມ​ຫຸ​ຍ້ງ​ຍາກ​ລຳ​ບາກ ​ແລະຫຼີກ​ລ້ຽງ​ໄປ​ທາງ​ໄກໆ, ​ຍິ່ງ​ຈະ​ບໍ່​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ໃນ​ຂະ​ນະ​ທີ່​ເດ່​ມື​ຊ່ວຍ​ເຫຼືອ​.

ທ່ານ​ຈ້າວ​ລີ້​ຈ່ຽນ​ເນັ້ນ​ໜັກ​ອີກວ່າ,ເມື່ອ​ຜະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ​ທີ່​ເກີດ​ຂຶ້ນ​ກະ​ທັນ​ຫັນ​ເທື່ອນີ້, ບໍ່​ມີ​ປະ​ເທດ​ໃດ​ສາ​ມາດເອົາ​ຕົວ​ລອດ​ເປັນ​ຍອດ​ດີໄດ້. ​ຈີນຈະ​ເດັດ​ດ່ຽວ​ເຮັດ​ວຽກ​ປ້ອງ​ກັນ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ​ຂອງ​ປະ​ເທດ​ຕົນ​ໃຫ້​ດີ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ສາ​ກົນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​,​ແລະຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ດ້ານສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ,​ເພາະ​ວ່ານີ້​ແມ່ນພາ​ລະ​ໜ້າ​ທີ່ ທັງ​ເປັນ​ການ​ແບກ​ຫາບ​ຂອງ​ຕົນ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກແລະ​ຄວາມ​ສຸກ​ທົ່ວ​​ມວນ​ມະ​ນຸດ​.