ມາດຕະການການປ້ອງກັນພະຍາດໂຄວິດ-19

2020-04-13 16:30:02 |ມາຈາກ: Yunnan Gateway

ໃນປະເທດຈີນ, ສະພາບການລະບາດຂອງພະຍາດໂຄວິດ-19 ແມ່ນໄດ້ຮັບການຄວບຄຸມຢ່າງມີປະສິດທິຜົນ, ຖະຫນົນແລະຮ່ອມຊອຍທຸກຫົນແຫ່ງໄດ້ມີລົດມີຄົນສັນຈອນໄປມາຄືດັ່ງແຕ່ກ່ອນ.

ຫລາຍມື້ກ່ອນຫນ້ານີ້, ນາງ ນອດ ຄຳວົງໄຊ ນັກສຶກສາລາວປັດຈຸບັນສຶກສາຢູ່ມະຫາວິທະຍາໄລແພດສາດຄຸນຫມິງ ຊັ້ນປະລິນຍາໂທ ສາຂາປະສູດ ແລະ ພະຍາດຍິງ ປີທີສອງ, ໄດ້ມາຫານັກຂ່າວຂອງພວກເຮົາດ້ວຍຕົນເອງ, ໂດຍຫວັງວ່າຈະສາມາດຢືມເວທີຂອງພວກເຮົາໃນການບອກເລົ່າປະສົບການຂອງຕົນໃນໄລຍະການຕໍ່ຕ້ານການລະບາດພະຍາດຢູ່ປະເທດຈີນໃຫ້ແກ່ຫມູ່ຮ່ວມຊາດ, ຖ່າຍທອດຄວາມຮູ້ການປ້ອງກັນພະຍາດແບບງ່າຍໆຈຳນວນຫນຶ່ງ.

ກ່ອນເກີດການລະບາດຂອງພະຍາດ, ນາງ ນອດ ຄຳວົງໄຊກຳລັງຝຶກງານຢູ່ໂຮງຫມໍເລກ 1 ທີ່ຂຶ້ນກັບມະຫາວິທະຍາໄລແພດສາດຄຸນຫມິງ, ຈົນມາຮອດປັດຈຸບັນລາວກໍຢູ່ແຕ່ຄຸນຫມິງສະເຫມີມາ.ໃນໄລຍະນີ້,ລາວກໍເຫັນປະເທດຫນຶ່ງແລະກຸ່ມຄົນທຳມະດາຫນຶ່ງທີ່ແບກຮັບພາລະ ແລະ ຄວາມຮັບຜິດຊອບ, ເປັນສັກຂີພິຍານແຕ່ລະບາດກ້າວຂອງນະຄອນຄຸນຫມິງຈາກຄວາມຟົດຟື້ນຮຸ່ງເຮືອງຈົນສູ່ຄວາມງຽບສະຫງົບ ໄປຈົນຮອດການກັບຄືນສູ່ການເຮັດວຽກ ແລະ ຟື້ນຟູການຜະລິດຄືນໃຫມ່ຢ່າງເປັນລະບຽບຮຽບຮ້ອຍ. ນາງ ນອດຄຳວົງໄຊ ເວົ້າວ່າ “ນີ້ແມ່ນ ປະຊາຊົນ, ລັດຖະບານ ແລະ ພະນັກງານການແພດຂອງປະເທດຈີນທີ່ຮ່ວມກັນເອົາຊະນະສົງຄາມຕໍ່ຕ້ານພະຍາດໃນຄັ້ງນີ້.”

  


ໃນນາມທີ່ເປັນນັກສຶກສາທີ່ຮຽນສາຂາແພດສາດຜູ້ຫນຶ່ງ, ນາງ ນອດ ຄຳວົງໄຊ ເວົ້າດ້ວຍຄວາມຊຶ້ງໃຈວ່າ: “ຂ້ອຍຕື້ນຕັນໃຈຕໍ່ການອຸທິດຕົວທີ່ປາສະຈາກຄວາມເຫັນແກ່ໂຕຂອງພະນັກງານການແພດຈີນ, ໃນເວລາທີ່ສຳຄັນທີ່ສຸດ, ພວກເຂົາບໍ່ສົນໃຈຄວາມປອດໄພຂອງຕົນເອງ, ອາສາຂໍເຂົ້າຮ່ວມເພື່ອຊ່ວຍເຫລືອແຂວງຫູເປີ່ຍ” ເຊັ່ນດຽວກັນ, ລາວກໍສະແດງຄວາມດີອົກດີໃຈຕໍ່ການກັບມາພ້ອມໄຊຊະນະຂອງພະນັກງານການແພດ 4 ຫມື່ນຄົນທີ່ໄປຊ່ວຍເຫລືອແຂວງຫູເປີຍ.

    


ເຖິງແມ່ນວ່າລາວຢູ່ປະເທດຈີນ, ແຕ່ ນາງ ນອດ ຄຳວົງໄຊ ກໍຕິດຕາມສະພາບການລະບາດຢູ່ປະເທດຂອງຕົນທຸກມື້,ເປັນຫ່ວງເປັນໃຍຕໍ່ພໍ່ແມ່ເອື້ອຍອ້າຍນ້ອງຄົນລາວ. ລາວຍັງຕັ້ງໃຈອັດວິດີໂອສັ້ນອັນຫນຶ່ງເປັນພິເສດໃຫ້ແກ່ຫມູ່ເພື່ອນຄົນລາວ, ຫວັງວ່າທຸກຄົນຈະປະຕິບັດຕົວ ແລະ ຮູ້ຈັກພະຍາດໂຄວິດ-19 ຢ່າງຖືກຕ້ອງ, ບໍ່ໃຫ້ແຕກຕື່ນ ແລະ ຢ້ານກົວ, ປະຕິບັດມາດຕະການການປ້ອງກັນໃຫ້ຖືກຕ້ອງ, ປົກປ້ອງຕົນເອງ ແລະ ຄົນອື່ນໃຫ້ດີ.

1.ຫມັ່ນລ້າງມື, ໃຊ້ສະບູ ຫລື ນ້ຳຢາລ້າງມື, ໃຫ້ນ້ຳໄຫລຜ່ານເວລາລ້າງມື, ບໍ່ໃຫ້ໃຊ້ຜ້າເຊັດມືທີ່ເປື້ອນມາເຊັດມື. ຫາກມືທັງສອງຂ້າງສຳຜັດກັບລະອອງຂອງແຫລວຈາກລະບົບຫາຍໃຈ (ເຊັ່ນວ່າການຈາມ) , ສິ່ງຂອງທີ່ຫລາຍຄົນສຳຜັດ ແລະ ອື່ນໆ ຄວນລ້າງມືທັນທີ.

2. ຮັກສາຄວາມເຄີຍຊິນການຮັກສາອະນາໄມຂອງລະບົບຫາຍໃຈໃຫ້ດີ, ເວລາທີ່ ໄອ ຫລື ຈາມ, ໃຫ້ໃຊ້ ເຈ້ຍຫລືຜ້າປິດປາກປິດດັງ, ຫລີກລ່ຽງການໃຊ້ມືໄປຈັບປາກ, ຕາ ແລະ ດັງ.

3. ເພີ່ມຄວາມແຂງແຮງຂອງຮ່າງກາຍ ແລະ ພູມຕ້ານທານ, ອາຫານການກິນໃຫ້ມີຄວາມສົມດຸນ, ອອກກຳລັງກາຍໃນປະລິມານທີ່ເຫມາະສົມ, ພັກຜ່ອນໃຫ້ພຽງພໍ, ຫລີກລ່ຽງຄວາມອ່ອນເພຍທີ່ເກີນໄປ.

4. ພະຍາຍາມຢ່າໄປບ່ອນກິດຈະກຳທີ່ມີຄົນຫນາແຫນ້ນ, ບໍ່ຊຸມນຸມກັນ, ອອກໄປນອກໃຫ້ໃສ່ຜ້າປິດປາກ.

5. ເອົາໃຈໃສ່ພາຍໃນຫ້ອງໃຫ້ມີລົມລ່ວງ, ຮັກສາຄວາມສະອາດຂອງສະພາບແວດລ້ອມ.

6. ຫາກວ່າຕົນເອງ ຫລື ຄອບຄົວມີໄຂ້, ໄອ ແລະ ອາການຕິດເຊື້ອທາງລະບົບຫາຍໃຈອື່ນໆ, ໃຫ້ເລືອກໄປຫາຫມໍຢູ່ໂຮງຫມໍທີ່ຢູ່ໃກ້ທີ່ສຸດ ໃຫ້ທັນເວລາ.

  

ນາງ ນອດ ຄຳວົງໄຊເວົ້າວ່າ, ພຽງແຕ່ທຸກຄົນຮ່ວມແຮງຮ່ວມໃຈກັນ ຈະສາມາດເອົາຊະນະສົງຄາມພະຍາດນີ້ໄດ້ຢ່າງແນ່ນອນ, ແລະ ສາມາດກັບຄືນມາໃຊ້ຊີວິດໄດ້ຢ່າງປົກກະຕິ. ປະເທດລາວສູ້ໆ!