ໜ່ວ​ຍ​ຊ່ຽວ​ຊານ​ປິ່ນ​ປົວ​ທີ່​ຈີນ​ຊ່ວຍ​ເຫຼືອ​ລາວ​ຕ້ານ​ພະ​ຍາດ COVID-19 ສຳ​ເລັດ​ໜ້າ​ທີ່​​ແລ້ວກັບ​ເມືອ​ຈີນ

2020-04-13 16:53:39 |ມາຈາກ: CRI

ວັນ​ທີ 12 ເມ​ສາ​ນີ້, ໜ່ວ​ຍ​ຊ່ຽວ​ຊານ​ປິ່ນ​ປົວ​ທີ່​ຈີນ​ຊ່ວຍ​ເຫຼືອ​ລາວ​ຕ້ານ​ພະ​ຍາດ COVID-19 ໄດ້ສຳ​ເລັດ​ໜ້າ​ ແລ້ວ​ເດີນ​ທາງ​ກັບ​ເມືອ​ຈີນ. ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ​ຈ່ຽງ​ຈ້າຍ​ຕົ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄປ​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ຢູ່​ສະ​ໜາມ​ບິນ.

ໃນ​ເວ​ລາ 2 ອາ​ທິດ​ທີ່​ເຮັດ​ວຽກ​ຢູ່​ລາວ,ຊ່ຽວ​ຊານ12 ທ່ານ​ໃນໜ່ວຍ​ໄດ້​ຈັດ​ແຜນ​ການປ້ອງ​ກັນ ແລະ ປິ່ນ​ປົວ​ພະ​ຍາດ​ໂດຍ​ອີງ​ຕາມ​ບົດ​ຮຽນ​ຂອງ​ຈີນ​ ​ແລ້ວ​ປະ​ສານ​ກັບສ​ະ​ພາບ​ຕົວ​ຈິງ​ຂອງ​ລາວ,ໄດ້​ສ້າງ​ໂຮງ​ໝໍ​ມິດ​ຕະ​ພາບ​ນະ​ຄອນ​ຫຼວງວຽງ​ຈັນ​ເປັນ​ໃຫ້​ໂຮງ​ໝໍ​ປິ່ນ​ປົວ​ພະ​ຍາດ COVID-19 ໂດຍ​ສະ​ເພາະ,​ໄດ້ຈັດ​ຊຸດ​ອົບ​ຮົມ 20 ກວ່າເທື່ອ​ໃຫ້​ແກ່​ພະ​ນັກ​ງານ​ການ​ແພດ​ຂອງ​ລາວ​ທີ່​ມາ​ຈາກ 18 ແຂວງ ແລະ ນະ​ຄອນ, ພ້ອມ​ທັງ​ຍົກ​ສູງ​ຄວາມ​ສາ​ມາດກວດ​​ໄວ​ຣັ​ສຂອງ​ຫ້ອງ​ທົດ​ລອງ​ຂອງ​ລາວ.

ທ່ານບຸນກອງ ສີຫາວົງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ວຽກ​ງານ​ຂອງ​ໜ່ວຍ​ຊ່ຽວ​ຊານ​ປິ່ນ​ປົວ​ຂອງ​ຈີນ. ທ່ານ​ກ່າວ​ວ່າ, ການ​ຊ່ວຍ​ເຫຼືອ​ລາວ​ຂອງ​ຈີນ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ໜ່ວຍ​ຊ່ຽວ​ຊານ​​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ອັນ​ເຕັມ​ທີ່ ແລະ ຈິງ​ໃຈ​ຕໍ່​ລາວ, ​ເຊິ່ງ​ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ ແລະ ເນື້ອ​ໃນຂອງປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ລາວ​-ຈີນ​ຢ່າງ​ແທ້​ຈິງ.

ທ່ານສອນໄຊ ຣາຊວົງ ຮອງ​ຜູ້​ອຳ​ນວຍ​ໂຮງ​ໝໍ​ມິດ​ຕະ​ພາບ​ນະ​ຄອ​ນ​ຫຼວງວຽງ​ຈັນ​ກ່າວ​ວ່າ, ໜ່ວຍ​ຊ່ຽວ​ຊານ​ປິ່​ນ​ປົວ​ຈີນ​ໄດ້​ປະ​ຕິ​ບັດ​ວຽກ​ງານ​ຢ່າງ​ຕັ້ງ​ໃຈ, ມີ​ປະ​ສິດ​​ພາບ​ສູງ ແລະ ຮອບ​ດ້ານ, ​ສອງ​ຝ່າຍຮ່ວມ​ມືກັນເຮັດ​ວຽກ​ຢ່າງ​ສະ​ດວກຫຼາຍ,​ໄດ​ຮັບ​ຜົນ​ທີ່​ດີກວ່າຄາດ​ໝາຍ​ຂອງ​ໂຮງ​ໝໍ.