ທ່ານສີຈິ້ນຜິງລົມກັບປະທານາທິບໍດີເວເນຊູເອລາຜ່ານທາງໂທລະສັບ

2020-04-13 16:54:28 |ມາຈາກ: CRI

ຕອນ​ຄ່ຳ​ວັນ​ທີ 10 ເມ​ສ​າ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ລົມ​ກັບ​ທ່ານ​ນີ​ໂກ​ລາ​ສ ມາ​ດູ​ໂຣ ປະ​ທາ​ນາ​ທິ​ບໍ​ດີ​ເວ​ເນ​ຊູ​ເອ​ລາ​ຜ່ານ​ທາງ​ໂທ​ລະ​ສັບ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວວ່າ, ພ​າຍ​ຫຼັງ​ສະ​ພາບ​ພະ​ຍາດ COVID-19 ເກີດ​ຂຶ້ນ, ​ໂດຍ​ປະ​ຕິ​ບັດ​ຕາມ​ທັດ​ສະ​ນະ​ຄະ​ຕິ​ກ່ຽວ​ກັບ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ​ຈີນໄດ້​ສະ​ໜອງ​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ເທົ່າ​ທີ່​ສາ​ມາດ​ເຮັດ​ໄດ້​ໃຫ້​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການ. ​ໂດຍໄດ້​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ທາງວັດ​ຖຸ​ສິ່ງ​ຂອ​ງ​ປ້ອງ​ກັນ​ພະ​ຍາດຫຼາຍ​ງວດ​, ແລະ​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ລະ​ດັບ​ສູງ​ໃຫ້​ເວ​ເນ​ຊູ​ເອ​ລາ. ຝ່າຍ​ຈີນ​ຍິນ​ດີ​ເພີ່ມ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວບ​ຄຸມ​ພະ​ຍາດກັບ​ຝ່າຍ​ເວ​ເນ​ຊູ​ເອ​ລາ, ​ສືບ​ຕໍ່​ສະ​ໜອງ​ການ​ຊ່ອຍ​ເຫຼືອ.

ທ່ານ​ມາ​ດູ​ໂຣ​ກ່າວ​ວ່າ, ການ​ຕ້ານ​ກັບ​ພະ​ຍາດ COVID-19 ຂອງ​ຈີນ​ໄດ້​ຣັບ​ໝາກ​ຜົນ​ລັກ​ສະ​ນະ​​ຂັ້ນ​ຕອນ​ອັນ​ສຳ​ຄັນ​ຢ່າງ​ໃຫຍ່​ຫຼວງ, ​ມາດ​ຕະ​ການ​ທີ່​ສຳ​ເລັດ​ຜົນ​ຂອງ​ຝ່າຍ​ຈີນ​ເປັນ​ບົດ​ຮຽນ​ທີ່​ດີ​ສຳ​ລັບ​ເວ​ເນ​ຊູ​ເອ​ລາ. ຝ່າຍ​ຈີນ​ໄດ້​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ຈຳ​ນວນ​​ຫຼວງຫຼາຍ​ໃຫ້​ການ​ຕ້ານ​ກັບ​ພະ​ຍາດ​ຂອງ​ຝ່າຍ​ເວ​ນາ​ຊູ​ເອ​ລາ, ແລະ​ໄດ້​ສົ່ງ​ໜ່ວຍ​ຊ່ຽວ​ຊານ​ການ​ແພດ​ມາ​ສູ້​ຮົບ​ຮ່ວມ​ກັບ​ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາ. ສຳ​ລັບ​ປະ​ຊາ​ຊົນ​ເວ​ເນ​ຊູ​ເອ​ລາ​ທີ່​ພວມ​ຢູ່​ໃນ​ໄລ​ຍະ​ລຳ​ບາກ, ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ອຍ​ເຫຼືອ​ຂອງ​ຈີນ​ແມ່ນ​ລ້ຳ​ຄ່າ​ທີ່​ສຸດ, ​ເຊິ່ງໄດ້​ສະ​​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຮ່ວມ​ມື​ສາ​ມັກ​​ຄີ​ໃຫ້​ທົ່ວ​ໂລກ​ດ້ວຍ​ການ​ກະທຳ​ຕົວ​ຈິງ.