ຈີນ​ທົດ​ລອງຢາ​ວັກ​ແຊັງພະ​ຍາດ​ໂຄວິດ-19 ໄລ​ຍະ​ສອງ

2020-04-14 18:07:50 |ມາຈາກ: CRI

ຢາ​ວັກ​ແຊັງ​ພະ​ຍາດ​ໂຄວິດ-19 ​ຣີ​ຄອບ​ບີ​ແນນ ທີ່​ນຳ​ພາ​ການ​ຄົ້ນ​ຄວ້າ​ໂດຍບັນ​ດິດ​ນາງ ເສີນ​ເວີ່ຍ ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ໂຄງ​ການ​ຊີ​ວະ​​ພາບຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ແພດ​ສາດ​ການ​ທະ​ຫານ​ຂອງ​ສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ການ​ທະ​ຫາ​ນ​ຂອງ​ຈີນ​ ແລະ ຈີນ​​ໄດ້ຄົ້ນ​ຄວ້າ​ຜະ​ລິດ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ແລະ​ມີ​ຊັບ​ສິນ​ທາງ​ປັນ​ຍາເປັນ​ຂອງຕົນ​ເອງ​ຢ່າງ​ເຕັມ​ສ່ວນ​ພວມ​ເຂົ້​າ​ສູ່​ການ​ທົດ​ລອງ​​ປິ່ນ​ປົວ​ໄລ​ຍະ​​ສອງ.

ຂ່າວ​ແຈ້ງວ່າ: ຢາ​ວັກ​ແຊັງ​ຂອງ​ພະ​ຍາດ​ໂຄວິດ-19 ​ຣີ​ຄອບ​ບີ​ແນນ​ຂອງ​ຈີນ​ໄດ້​ຮັບ​ການ​ອະ​ນຸ​ມັດໃຫ້ທົດ​ລອງ​ປິ່ນ​ປົວ​ໃນ​ວັນ​ທີ 16 ມີ​ນາ​ປີ​ນີ້,ໃນ​ໄລ​ຍະ​​ໜຶ່ງ​ມີ​ອາ​ສາ​ສະ​ໝັກ 108 ຄົນ​ເຂົ້າ​ຮ່ວມທີ່​ມີອາ​ຍຸ​ຢູ່​ລະ​ຫວ່າງ 18 ຫາ 60 ປີ. ໃນຕະ​ຫຼອດການ​ທົດ​ລອງ​ຕ້ອງ​ເກັບ​ຕົວ​ຢ່າງ​ເລືອດ 7 ເທື່ອ,ຕົ້ນ​ຕໍ​​ແມ່ນໃຊ້​ໃນ​ການກວດ​​ຫາ​ພູມ​ຕ້ານ​ທານພະ​ຍາດ.ການ​ທົດ​ລອງ​ດ້ານ​ການ​ປິ່ນ​ປົວ​ພະ​ຍາດ​ໄລ​ຍ​ະ​​ສອງ​ໄດ້​ເລີ່ມ​ປະ​ຕິ​ບັດ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້,ໄດ້ສະ​ໝັກ​ຮັບ​ເອົາ​ຜູ້​ໃຫຍ່​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງທີ່​​ມີອາ​ຍຸ 18 ປີ​ແລະ 18 ປີ​ຂຶ້ນ​ໄປ,ຜູ້​ສະ​ໝັກ​ໃຈ​ຕ້ອງ​ມີ​ “ໂຄດ​ສຸ​ຂະ​ພາບ​ສີ​ຂຽວ” ຂອງ​​ແຂວງ​ຫູ​ເປີຍ,ບໍ່​ມີ​ປະ​ຫວັດ​​ແພ້​ຢາ​ວັກ​ແຊັງ,ບໍ່​ມີ​ປະ​ຫວັດ​ການ​ເປັນຫຼື​ຕິດ​ແປດ​​ພະ​ຍາດ​ໂຄວິດ-19. ຕະ​ຫຼອດ​ການ​ທົດ​ລອງ​ໄລ​ຍະ 2 ​ຕ້ອງ​ໄດ້​ ​ເກັບ​ຕົວ​ຢ່າງ​ເລືອດ 4 ເທື່ອ.