ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ​ ທ່ານ​ໂຈ​ໂຄ ວີ​ໂດ​ໂດ​ສົ່ງ​ສານສະ​ແດງ​ຄວາມ​ຊົມ​ເຊີຍ​ເຊິ່ງກັນ​ແລະກັນ​

2020-04-14 18:08:28 |ມາຈາກ: CRI

ວັນ​ທີ 13 ​ເມສາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​ໂຈ​ໂຄ ວີ​ໂດ​ໂດ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ​ໄດ້​ສົ່ງ​ສານສະ​ແດງ​ຄວາມຊົມ​ເຊີຍ​ເຊິ່ງກັນ​ແລະ​ກັນ ​ໃນ​ໂອກາດ​ວັນສ້າງຕັ້ງສາຍ​ພົວພັນ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ​ຄົບຮອບ 70 ປີ​.

ໃນ​ສານ​ຊົມ​ເຊີຍ​ຂອງທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ລະບຸວ່າ: ຈີນ ​ແລະ ອິນ​ໂດ​ເນ​ເຊຍ​ມີ​ໄມຕີ​ຈິດ​ມິດຕະພາບ​ມາ​ແຕ່​ດົນ​ນານ ສອງ​ປະ​ເທດ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນຢ່າງ​ກວ້າງຂວາງ​ທັງໃນ​ລະດັບ​​ສອງຝ່າຍ, ​ໃນ​ພາກ​ພື້ນ ​ແລະ ​ໃນ​ລະດັບຫຼາຍຝ່າຍ ​ແລະ ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ​​ດ້ານ​ການຮ່ວມ​ມື. ຈີນ​ຈະ​ສືບ​ຕໍ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ອິນ​ໂດ​ເນ​ເຊຍ ​ເພື່ອ​ເອົາ​ຊະນະ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ຂ້າພະ​ເຈົ້າ​ໃຫ້​ຄວາມ​ສຳຄັນ​ຢ່າງ​ສູງ​ຕໍ່ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງສອງ​ປະ​ເທດ, ຍິນ​ດີ​ພະຍາຍາມຮ່ວມ​ກັບ​ທ່ານ​ປະທານາທິບໍດີ​ໂຈ​ໂຄ ວີ​ໂດ​ໂດ ​ເພື່ອ​ເພີ່ມ​ເນື້ອ​ໃນຈິດ​ໃຈ​ໃໝ່​ເຂົ້າ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ຍຸດທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ອິນ​ໂດ​ເນ​ເຊຍ ​ແລະ ​ເພີ່ມ​ພະລັງ​ຊຸກ​ດັນໃໝ່​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ພາກ​ພື້ນ.

ໃນ​ສານ​ຊົມ​ເຊີຍ​ຂອງທ່ານ​ໂຈ​ໂຄ ວີ​ໂດ​ໂດ ​ໄດ້​ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ພັດທະນາ​ມາ​ເປັນ​ເວລາ 70 ປີ ​ແລະ ນັບ​ມື້​ນັບ​ມີ​ຄວາມ​ສົມບູນ, ນີ້​ແມ່ນໝາກຜົນ​ທີ່​ມີລັກສະນະ​ຍຸດ​ທະ​ສາດ​ອັນ​ພົ້ນ​ເດັ່ນ​ທີ່​ອິນ​ໂດ​ເນ​ເຊຍ​ແລະ​ຈີນຍາດ​ມາ​ໄດ້. ສອງ​ປະ​ເທດ​ໄດ້​ສ້າງ​ໂອກາດ​ການຮ່ວມ​ມື​​ຢູ່ເລື້ອຍໆໃນຂົງ​ເຂດ​ຕ່າງໆ ​ແລະ ​ໄດ້​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ​ສອງ​ຊາດ ​ເຊິ່ງ​ເປັນຄວາມ​ພາກ​ພູມ​ໃຈ​ສຳລັບ​ສອງ​ຝ່າຍ. ​ໃນ​ຂອບ​ສາຍ​ພົວພັນ​ການ​ຮ່ວມ​ມື​ຄູ່​ຍຸດ​ທະ​ສາດ​ຮອບດ້ານ, ສອງ​ຝ່າຍ​ໄດ້​ຍຶດໝັ້ນ​ໃນ​ຈິດ​ໃຈ​ການ​ຮ່ວມ​ມື​ກັນ ​ເຊິ່ງຈະ​ເປັນ​ການ​ຊຸກຍູ້​ໃຫ້​ສອງ​ປະ​ເທດ​ມີ​ການ​ພັດທະນາ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເປັນ​ການປະກອບສ່ວນ​ເພື່ອ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.