ຜູ້ຊ່ຽວຊານລາວແລະຈີນຈັດກອງປະຊຸມແລກປ່ຽນທາງວິດີໂອເພື່ອຕໍ່ສູ້ກັບການລະບາດຂອງພະຍາດ​ໂຄວິດ-19

2020-04-16 13:32:27 |ມາຈາກ: Yunnan Gateway

ວັນທີ 14 ເມສາ,ປະເທດລາວ ແລະ ນະຄອນຊຽງໄຮປະເທດຈີນໄດ້ຈັດກອງປະຊຸມແລກປ່ຽນທາງວິດີໂອເພື່ອຕໍ່ສູ້ກັບການລະບາດຂອງພະຍາດ​ໂຄວິດ-19.ຜູ້ຊ່ຽວຊານດ້ານການແພດຂອງຊຽງໄຮກັບຜູ້ແທນຂອງກະຊວງສາທາລະນະສຸກລາວໄດ້ເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມແລກປ່ຽນທາງວິດີໂອ,ຝ່າຍລາວໄດ້ແຈ້ງຮູບແບບການປ້ອງກັນແລະຄວບຄຸມ ກັບ ສະພາບການລະບາດຂອງພະຍາດໃນລາວ, ແລະໄດ້ຕັ້ງຄຳຖາມກ່ຽວກັບຄວາມຫຍຸ້ງຍາກທີ່ໄດ້ພົບໃນການເຮັດວຽກ.ຜູ້ຊ່ຽວຊານດ້ານການແພດຊຽງໄຮໄດ້ແນະນຳປະສົບການຕ້ານການລະບາດຂອງຈີນ, ຕອບຄຳຖາມສະເພາະກ່ຽວກັບການປ້ອງກັນ, ການກວດຫາ, ການປິ່ນປົວແລະບັນຫາອື່ນໆ, ແລະ ດຳເນີນການແລກປ່ຽນຢ່າງເລິກເຊິ່ງກັບຝ່າຍລາວກ່ຽວກັບວິທີການປົກປ້ອງຊຸມຊົນ, ຮັບມືກັບການເຄື່ອນທີ່ຂອງບຸກຄົນ, ແລະປ້ອງກັນການແຜ່ລະບາດຂອງພະຍາດ.

ຝ່າຍລາວກ່າວວ່າ,ການແລກປ່ຽນຄັ້ງນີ້ແມ່ນຄວາມສຳເລັດອີກອັນໜຶ່ງຂອງລາວແລະຈີນໃນການຮ່ວມມືປ້ອງກັນແລະຄວບຄຸມການລະບາດພາຍຫຼັງທີ່ຈີນສົ່ງໜ່ວຍຊ່ຽວຊານການແພດມາປະເທດລາວ.ຜູ້ຊ່ຽວຊານຊຽງໄຮມີປະສົບການທີ່ອຸດົມສົມບູນໃນທາງດ້ານທິດສະດີແລະການປະຕິບັດ, ແລະຂໍ້ສະເໜີທີ່ກ່ຽວຂ້ອງແມ່ນປະສານເຂົ້າກັບສະພາບຕົວຈິງ, ເຊິ່ງເປັນບົດຮຽນທີ່ສຳຄັນໃຫ້ຝ່າຍລາວໃນການປ້ອງກັນ ແລະ ຄວບຄຸມການລະບາດ ກັບວຽກງານການຊ່ວຍຊີວິດ.