ສວນຊາເມືອງຟົງຊິງລີນຊ່າງຊຸກຍູ້ການຫຼຸດພົ້ນອອກຈາກຄວາມທຸກຍາກ ຜ່ານການທ່ອງທ່ຽວ

2020-04-16 16:50:45 |ມາຈາກ: Yunnan Gateway

ບ້ານກົ່ວຕ້າຈ້າຍ ເມືອງຝົງຊິງລິນຊ່າງ ສົ່ງເສີມການຫຼຸດພົ້ນອອກຈາກຄວາມທຸກຍາກຜ່ານການພັດທະນາໂຄງການທ່ອງທ່ຽວສວນຊາຊົນນະບົດ, ສະຫະກອນວິຊາຊີບຕົ້ນຊາບູຮານຊອງຢິງຂອງບ້ານກົ່ວຕ້າຈ້າຍໄດ້ຄັດເລືອກຄົວເຮືອນທີ່ທຸກຍາກຈຳນວນ 553 ຄົວເຮືອນໃນ 5 ບ້ານໃຫ້ມາເປັນສະມາຊິກ ແລະ ມີຕົ້ນຊາບູຮານ 30 ກວ່າເຮັກຕາ.

ໂດຍການເພີ່ມທະວີການຄຸ້ມຄອງດ້ານນິເວດວິທະຍາຂອງພູຊາ, ເພີ່ມທະວີການແນະນຳຍີ່ຫໍ້, ສ້າງໃຫ້ເປັນພູຊາທີ່ມີຊື່ສຽງ, ພັດທະນາເຮືອນພັກໃນພູຊາ, ດຶງດູດຫມູ່ເພື່ອນຜູ້ມັກດື່ມຊາໃຫ້ມາທີ່ນີ້ດ້ວຍການຂັບລົດທ່ອງທ່ຽວດ້ວຍຕົນເອງ, ສ້າງສະຖານທີ່ສຳຜັດວັດທະນະທຳຊາ, ສ້າງເປັນອຸດສາຫະກຳຊາ,ເພື່ອສົ່ງເສີມໃຫ້ກະສິກອນມີຜົນຜະລິດແລະລາຍໄດ້ເພີ່ມຂຶ້ນ.