ສວນອຸດສາຫະກຳຟູຢວນຢຸນນານຊ່ວຍຊາວກະສິກອນທີ່ກັບຄືນບ້ານເກີດໃຫ້ມີວຽກເຮັດງານທຳ ແລະ ລາຍໄດ້ເພີ່ມຂື້ນ

2020-04-16 16:54:08 |ມາຈາກ: Yunnan Gateway

ທ່ານ ຊ່ຽວລ້ອຍ ຄົນເມືອງຢູຟວນແຂວງຢຸນນານ,ເຮືອນຂອງລາວເຄີຍເປັນຄອບຄົວທຸກຍາກໃນເມືອງຟູຢວນ,ແຕ່ກ່ອນລາວເຮັດວຽກຢູ່ຕ່າງຖິ່ນຕະຫຼອດປີ, ປີ2016,ລາວກັບຄືນບ້ານເກີດ, ເຂົ້າສູ່ສວນອຸດສາຫະກຳຟູຢວນເພື່ອເຮັດວຽກ,ໃນປັດຈຸບັນນີ້,ລາວເປັນຜູ້ຄຸມງານຂອງບໍລິສັດຜະລິດລໍ້ລົດແຫ່ງໜຶ່ງໃນເມືອງຟູຢວນແຂວງຢຸນນານ, ມີເງິນເດືອນປະຈຳຫຼາຍກ່ວາ 5000 ຢວນ(ປະມານ 6,3 ລ້ານກີບ), ຍັງສາມາດຢູ່ນຳຄອບຄົວ ແລະ ລາວຄິດວ່າມີຄວາມສຸກຫລາຍ.

ເນື້ອທີ່ທັງໝົດຂອງແຜນການສວນອຸດສາຫະກຳຟູຢວນແມ່ນ 37,36 ກິໂລຕາແມັດ, ໃນປີ 2019 ມີມູນຄ່າການຜະລິດອຸດສາຫະກຳທັງໝົດ 12,632 ຕື້ຢວນ(15,949,494,949,495ກີບ). ຮອດປັດຈຸບັນນີ້, ມີວິສາຫະກິດທັງໝົດ 46 ແຫ່ງຢູ່ໃນສວນອຸດສາຫະກຳ, ເຮັດໃຫ້ 10,672 ຄົນມີວຽກເຮັດງານທຳ, ແລະໃນນັ້ນມີຫຼາຍຄົນແມ່ນຊາວກະສິກອນທີ່ກັບຄືນບ້ານເກີດຄືກັບທ່ານ ຊ່ຽວລ້ອຍ.