ຄວາມສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ກັນ​ແມ່ນ​ອາ​ວຸດ​ທີ່​ແຫຼມ​ຄົມ​ທີ່​ສຸດ​ສຳ​ລັບ​ປະ​ຊາ​ຄົມ​ໂລກ​ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19

2020-04-16 17:08:23 |ມາຈາກ: CRI

ວາ​ລະ​ສານ “ສິວ​ຊື” ສະ​ບັບ​ທີ 8 ທີ່​ພິມ​ຈຳ​ໜ່າຍ​ໃນ​ວັນ​ທີ 16 ເມ​ສາ​ນີ້​ໄດ້​ພິມ​ບົດ​ຄວາມ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ທີ່​ພາ​ດ​ຫົວ​ຂໍ້​ວ່າ: “​ຄວາມສາ​ມັກ​ຄີ​ແລະ​​ການຮ່ວມ​ມື​ກັນ​ແມ່ນ​ອາ​ວຸດ​ທີ່​ແຫຼມ​ຄົມ​ທີ່​ສຸດ​ສຳ​ລັບ​ປະ​ຊາ​ຄົມ​ໂລກ​ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19”.

ບົດ​ຄວາມ​ລະ​ບຸ​ວ່າ, ມະ​ນຸດ​ເຮົາ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ, ​ເພື່ອເອົາ​ຊະ​ນະ​ການ​ແຜ່​ລະ​ບາ​ດ​ຂອງ​ພະ​ຍາດ​ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ​ຄວາມສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື​ກັນ​ແມ່ນ​ອາ​ວຸດ​ທີ່​ແຫຼມ​ຄົມ​ທີ່​ສຸດ. ໄວ​ຣັ​ສ​ບໍ່​ມີ​ພົມ​ແດນ ແລະ ບໍ່​ຈຳ​ແນກ​ເຊື້ອ​ຊາດ. ມີ​ພຽງ​ແຕ່​​ຄວາມສາ​ມັກ​ຄີ​ແລະ​ປະ​ສານ​ງານກັນ, ຮ່ວ​ມ​ມື​ກັນ​ຮັບ​ມື​​ໄວ​ຣັ​ສ, ປະ​ຊາ​ຄົມ​ໂລກ​ຈິ່ງ​ຈະ​ສາ​ມາດ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້ ແລະ ​ຈະ​ສາ​ມາດປົກ​ປ້ອງ​​ເຮືອນ​ດຽວ​ກັນ​ຂອງມວນ​ມະ​ນຸດ​ໄດ້.

ບົດ​ຄວາມ​ລະ​ບຸ​ຕື່ມ​ວ່າ, ຈະ​ພົບ​ກັບ​ຄວາມ​ຈິງ​ໃ​ຈ​ໃນ​ເວ​ລາ​ພົບ​ຄວາມ​ຫຍຸ້ງ​ຍາກ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ປະ​ຊາ​ຄົມ​ໂລກທີ່​ເຂົ້າ​ໃຈ ແລະ ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ລ້ຳ​ຄ່າ​ແກ່​ຈີນ. ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ປະ​ຊາ​ຄົມ​ໂລກ, ຮ່ວມ​ກັນ​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນ ກໍ​ຄື​ຂອງ​ໂລກ.