ທ່ານ​ສີ​ຈິ້ນ​ຜິ​ງສົນທະນາ​ທາງ​​ໂທລະ​ສັບ​ກັບ​ປະທານາທິບໍດີຣັດ​ເຊຍ

2020-04-17 17:43:27 |ມາຈາກ: CRI

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ໃນ​ຕອນ​ຄ່ຳ​ວັນ​ທີ 16 ​ເມສາ​ນີ້.

ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ເນັ້ນວ່າ: ​ໃນ​ໄຕ​ມາດ​ທຳ​ອິດ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ-ຣັດ​ເຊຍ ​ໄດ້​ເພີ່ມ​ຂຶ້ນ 3,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ, ຕົວ​ເລກ​ນີ້​ໄດ້​ປາກົດ​ມີ​ຂຶ້ນ​ໃນ​ເງື່ອນ​ໄຂ​ທີ່​ເສດຖະກິດ​ໂລກ​ຕົກ​ຢູ່​ໃນ​ສະພາບ​ຕົກ​ຕ່ຳໂດຍ​ລວມ​ ນີ້ຈຶ່ງ​ຖື​ວ່າເປັນ​ໝາກຜົນທີ່​ໄດ້​ມາ​ບໍ່​ແມ່ນ​ງ່າຍດາຍ​ແລະ​ເປັນ​ໜ້າ​ຊົມ​ເຊີຍທີ່​ສຸດ. ສອງ​ຝ່າຍຄວນ​ຄົ້ນຄວ້າ​ການ​ຮ່ວມ​ມື​ດ້ວຍຫຼາຍຮູບຫຼາຍ​ແບບ ​ໃນ​ສະພາບ​ທີ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະບາດຂອງ​ພະຍາດພວມ​ກ້າວ​ເຂົ້າ​ສູ່​ພາວະ​ປົກກະຕິ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ. ​ເຊື່ອ​ວ່າ​ຜ່ານ​ຈາກການ​ທົດ​ສອບຂອງ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໃນ​ຄັ້ງນີ້, ການ​ປະສານ​ງານ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ຈີນ-ຣັດ​ເຊຍ​ຈະ​ມີ​ຄວາມ​ທົນ​ທານ​ແລະ​ເຂັ້ມ​ແຂງ​ຍິ່ງ​ຂຶ້ນ, ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ຈະ​ຮັດ​ແໜ້ນ​ຍິ່ງໆ​ຂຶ້ນ.

ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ກ່າວ​ວ່າ: ນັບ​ແຕ່​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ເກີດ​ຂຶ້ນ​ເປັນຕົ້ນມາ, ຣັດ​ເຊຍ ​ແລະ ຈີນ ​ໄດ້​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ​​ແລະ​ກັນ​ຕະຫຼອດມາ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ລັກສະນະ​ທາງຍຸດ​ທະ​ສາດ​ແລະ​ມີລະດັບ​ສູງ​​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ມີ​ບາງ​ຄົນມີ​ເຈດ​ຕະນາ​ສ້າງຄວາມ​ເສື່ອ​ມ​ເສຍ​ຊື່​ສຽງ​ໃຫ້​ຈີນ​ໃນ​ບັນຫາ​ກ່ຽວ​ກັບ​ແຫຼ່ງ​ທີ່​ມາ​ຂອງ​ເຊື້ອ​ພະຍາດ​ດັ່ງກ່າວ ​ເຊິ່ງ​ເປັນ​ການ​ກະທຳ​ທີ່​ບໍ່​ສາມາດ​ຍອມຮັບ​ໄດ້. ຣັດ​ເຊຍ​ຍິນ​ດີສືບຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດການ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ແລະອື່ນໆ, ຍິນ​ດີ​ແລກປ່ຽນ​ແລະ​ປະສານ​ສົມທົບ​ກັບ​ຝ່າຍ​ຈີນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ຂອບ​ອື່ນໆ.

ປະມຸກ​ລັດ​ສອງ​ປະ​ເທດ​ເຫັນ​ດີ​ຈະ​ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ກັນ​ຢ່າງ​ໃກ້ຊິດ​ໂດຍ​ຜ່ານ​ຮູບ​ການ​ຕ່າງໆ​ທີ່​ຄ່ອງ​ແຄ້ວ.