ອຸ​ມົງ​ທີ່ມີ​ໜ້າ​ຕັດ​ໃຫຍ່​ທີ່​ສຸດ​ແຫ່ງ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ເຈາະ​ສຳ​ເລັດ

2020-04-21 15:58:53 |ມາຈາກ: CRI

ວັນ​ທີ 19 ເມ​ສາ​ນີ້, ອຸ​ມົງ​ເລກ 2 ຈິງ​ຄ່ວນ​ທີ່​ຢູ່​ຕອນ​ຢຸ້ຍ​ສີ່-ບໍ​ຫານຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ທີ່ກຳ​ລັງ​ກໍ່​ສ້າງໃນ​ປະ​ຈຸ​ບັນ​ໄດ້​ເຈາະ​ສຳ​ເລັດ​ຢ່າງ​ສະ​ດວກ, ອຸ​ມົງ​ດັ່ງ​ກ່າວ​ເປັນອຸ​ມົງ​ທາງ​ດຽວ​ທີ່​ມີ​ໜ້າ​ຕັດ​ໃຫຍ່​ທີ່​ສຸດ​ແລະຍາວ​ທີ່​ສຸດ​ແຫ່ງ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ເຈາະ​ສຳ​ເລັດ​ໃນ​ຕະ​ຫຼອດ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ລາວ, ການ​ເຈາະ​ສຳ​ເລັດ​ອຸ​ມົງ​ດັ່ງ​ກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ໄດ້​ຟື້ນ​ຟູ​ການກໍ່​ສ້າງ​ຕະ​ຫຼອດສາຍ​ມານີ້, ການກໍ່​ສ້າງ​ຂອງ​ໂຄງ​ການ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ຄືບ​ໜ້າຢ່າງ​ໃຫຍ່.

​ອຸ​ມົງ​ດັ່ງ​ກ່າວ​ຕັ້ງ​ຢູ່​ເມືອງ​ຊຽງ​ຮຸ່ງ ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ ແຂວງ​ຢຸນ​ນານ​ຈີນ, ຍາວ 4,6 ກິ​ໂລ​ແມັດ, ນັບ​ມາ​ຮອດ​ປະ​ຈຸ​ບັນ, ຕອ​ນ​ຢຸ້ຍ​ສີ່-ບໍ​ຫານ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສຳ​ເລັດ​ການ​ລົງ​ທຶນ​ລວມ 38 ຕື້ 450 ລ້ານຢວນ, ໄດ້​ສຳ​ເລັດ​ການກໍ່​ສ້າງ​ໃນ​ແຜນຈຳ​ນວນ 76%, ໂຄງການກໍ່​ສ້າງ​ພື້ນ​ຖານ​ຕ່າງໆ​ໄດ້​ເຂົ້າ​ສູ່​ໄລ​ຍະ​ຍາດ​ເອົາ​ໄຊ​ຊະ​ນະ​ຂັ້ນ​ສຸດ​ທ້າຍ​ຢ່າງ​ຮອບ​ດ້ານ. ການ​ເຈາະ​ສຳ​ເລັດ​ຂອງ​ອຸ​ມົງ​ເລກ 2 ຈິງຄ່ວນ​ຈະ​ເຮັດ​ໃຫ້​ຂະ​ບວນ​ການກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໄວ​ຂຶ້ນ​ຕື່ມ​ອີກ.

ທາງ​ລົດ​ໄຟ​ຈີນ-ລາວຕອນ​ຢຸ້ຍ​ສີ່-ບໍ​ຫານ​ຍາວ 508 ກິ​ໂລ​ແມັດ, ຄວາມ​ໄວແລ່ນ​ລົດ​ໃນ​ການ​ອອກ​ແບບ​ແມ່ນ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ຄາດ​ວ່າ ຈະ​ເລີ່ມ​ໃຫ້​ການ​ບໍ​ລິ​ການ​ນຳ​ໃຊ້​ພ້ອມ​ກັນ​ກັບ​ທາງ​ລົດ​ໄຟ​ຕອນ​ບໍ​ເຕັນ-ວຽງ​ຈັນ​ຂອງ​ລາວ​ໃນ​ທ້າຍ​ປີ 2021. ເມື່ອ​ຮອດ​ເວ​ລານັ້ນ, ລົດ​ໄຟໂດຍ​ສານ​ຈາກ​ເມືອງ​ຄຸ່ນ​ໝິງ​ຫາ​ສິບ​ສອງ​ພັ່ນ​ນາ​ໃຊ້​ເວ​ລາ​ພຽງ​ປະ​ມານ 3 ຊົ່ວ​ໂມງ​ເທົ່າ​ນັ້ນ, ຈະ​ບັນ​ລຸ​ການ​ອອກ​ເດີນ​ທາງ​ຕອນ​ແລງ ແລະ​ໄປ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ໃນ​ຕອນ​ເຊົ້າ.