ເຂດພັດທະນາເສດຖະກິດສະເພາະບໍ່ເຕັນແດນງາມປະເທດລາວ: ຄວາມຫຍຸ້ງວຽກຢູ່ໂຮງຈັກຕ່ຳແຜ່ນຝູ້ຊິງ

2020-04-21 18:01:57 |ມາຈາກ: Yunnan Gateway

ວັນທີ 16 ເມສາ,ຢູ່ເຂດພັດທະນາເສດຖະກິດສະເພາະບໍ່ເຕັນແດນງາມ,ໃນໂຮງງານຂອງບໍລິສັດເສື້ອຜ້າຕ່ຳຫູກທໍໄໝຝູ້ຊິງຈຳກັດລາວມີບັນຍາກາດແຫ່ງຄວາມຫຍຸ້ງວຽກ.ບໍລິສັດເສື້ອຜ້າຕ່ຳຫູກທໍໄໝຝູ້ຊິງຈຳກັດລາວໃຊ້ເວລາທີ່ມີຢູ່ດຳເນີນການຝຶກອົບຮົມດ້ານວິຊາການໃຫ້ແກ່ພະນັກງານລາວຢ່າງຕັ້ງໜ້າ,ເພື່ອໃຫ້ພວກເຂົາສາມາດນຳໃຊ້ເຕັກໂນໂລຢີການຜະລິດເສື້ອຜ້າໃຫ້ໄດ້ຢ່າງໄວ.

ຫຼັງຈາກຈີນໄດ້ສະເໜີຂໍ້ລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" ໃນປີ 2013, ທ່ານ ລານໂປ ໄດ້ມາສຳຫລວດເຂດພັດທະນາເສດຖະກິດສະເພາະບໍ່ເຕັນແດນງາມຢ່າງລະອຽດ. ທ່ານ ລານໂປ ຄິດວ່າໃນນີ້ມີໂອກາດຫຼາຍ. ສະນັ້ນ, ລາວໄດ້ລົງທຶນການສ້າງຕັ້ງໂຮງຈັກຕ່ຳແຜ່ນໃນບໍ່ເຕັນ. ນັບຕັ້ງແຕ່ການຈົດທະບຽນ ແລະ ສ້າງຕັ້ງໃນເດືອນຕຸລາ ປີ 2019, ທ່ານ ລານໂປ ຜູ້ສ້າງຕັ້ງບໍລິສັດໄດ້ມີຄວາມຫຍຸ້ງຫລາຍໃນການເດີນທາງລະຫວ່າງບໍ່ເຕັນປະເທດລາວ ແລະ ເມືອງເຈ່ຍຊິງແຂວງເຈີ້ຈ່ຽງປະເທດຈີນ.

ທ່ານ ລານໂປ ແນະນຳວ່າ:“ປີນີ້ຂ້ອຍໄດ້ພັກເຊົາຢູ່ບໍ່ເຕັນນັບແຕ່ງານບຸນປີໃໝ່ກຸດຈີນ, ອຸປະກອນດຽວນີ້ຂອງໂຮງງານໄດ້ຖືກສົ່ງມາຈາກປະເທດຈີນຢ່າງບໍ່ຂາດສາຍໃນຕົ້ນປີນີ້, ເນື່ອງຈາກການລະບາດຂອງພະຍາດ, ຍັງມີອຸປະກອນອີກຫລາຍອັນທີ່ຍັງບໍ່ຮອດ, ແຕ່ສາມາດຮັບປະກັນຄວາມສາມາດການຜະລິດຂັ້ນພື້ນຖານ.” ປັດຈຸບັນ, ບໍລິສັດເສື້ອຜ້າຕ່ຳຫູກທໍໄໝຝູ້ຊິງຈຳກັດລາວເປັນໄລຍະເລີ່ມຕົ້ນຂອງການສ້າງໂຮງງານ, ມີພະນັກງານປະມານ 30 ຄົນ, ໃນນັ້ນມີ 80% ແມ່ນມາຈາກປະເທດລາວ. ຄວາມສາມາດການຜະລິດປີໜຶ່ງຂອງໂຮງງານຄາດຄະເນຢູ່ 2 ລ້ານອັນ, ປັດຈຸບັນ, ໃບສັ່ງສິນຄ້າຕົ້ນຕໍແມ່ນມາຈາກບັນດາເຂດທີ່ພັດທະນາເຊັ່ນເອີຣົບແລະອາເມລິກາ, ແລະ ຈຳນວນໜຶ່ງຈະກັບຄືນປະເທດຈີນ, ການຄາດຄະເນຂັ້ນຕົ້ນຂອງຍອດຈຳໜ່າຍປີໜຶ່ງປະມານ 100,000,000ຢວນ(126,383,601,550ກີບ).

ທ່ານ ລານໂປ ເວົ້າວ່າ: “ພວກເຮົາຈະເຮັດໃຫ້ເປັນຜະລິດຕະພັນທີ່ດີແລະພະຍາຍາມກາຍເປັນມາດຕະຖານອຸດສາຫະກຳໃນລາວ. ພວກເຮົາຍັງຈະແບ່ງປັນປະສົບການໃຫ້ກັບບັນດາເພື່ອນຮ່ວມຂະແຫນງການຈາກປະເທດຈີນທີ່ຈະເຂົ້າມາບໍ່ເຕັນ. ພວກເຮົາຈະກ້າວເຂົ້າສູ່ບໍ່ເຕັນເພື່ອເຮັດໃຫ້ບໍລິສັດເປັນໃຫຍ່ແລະເຂັ້ມແຂງກວ່າເກົ່າ.”