ຕົວເລກດັດຊະນີເສດຖະກິດດ້ານຕ່າງໆຂອງຈີນດີຂຶ້ນເທື່ອລະກ້າວ ວິສາຫະກິດຕ່າງປະເທດມີເຈດຈຳລົງໃນການລົງທຶນຢູ່ຈີນເພີ່ມຂຶ້ນ

2020-04-21 18:04:53 |ມາຈາກ: CRI

ວັນ​ທີ 20 ເມ​ສາ​ນີ້, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ, ນັບ​ຕັ້ງ​ແຕ່​ເດືອນ​ມີ​ນາ​ເປັນ​ຕົ້ນ​ມາ, ຕົວເລກດັດ​ຊະ​ນີ​ເສ​ດ​ຖະ​ກິດ​ດ້ານ​ຕ່າງ​ໆ​ຂອງ​ຈີນກຳ​ລັງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ, ລ​ະ​ບຽບການ​ເສ​ດ​ຖະ​ກິດ​ກຳ​ລັງ​ຟື້ນ​ຟູ​ຄວາມ​ເປັນ​ປົກ​ກະ​ຕິ.

ທ່ານ​ແຢນ​ເສີ​ງ​ເຜີງ ຫົວ​ໜ້າ​ກົມ​ສັງ​ລວມ​ເສ​ດ​ຖະ​ກິດ​ແຫ່ງ​ຊາດຂອງຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ເມ​ສາ​ນີ້​ວ່າ, ປັດ​ຈຸ​ບັນ, ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ກຳ​ລັງ​ຊຸກ​ຍູ້​ການ​ຟື້ນ​ຟູ​ການ​ເຮັດ​ວຽກ, ການ​ຜະ​ລິດ, ການ​ເຮັດ​ທຸ​ລະ​ກິດ ແລະ​ການ​ຄ້າ​ຂາຍ​ຢ່າງ​ເປັນ​ລະ​ບຽບ ພາຍ​ໃຕ້​ເງື່ອນ​ໄຂ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ ແລະ​ຄວບ​ຄຸມ​ເຊື້ອ​ພະ​ຍາດ​ໃຫ້​ດີ.

ຄຽງ​ຄູ່​ກັບ​ການ​ແຜ່​ລະ​ບາດ​ເຊື້ອ​ໂຄວິດ-19 ໄດ້​ຮັບ​ການ​ຄວບ​ຄຸມ, ການ​ຟື້ນ​ຟູ​ການ​ເຮັດ​ວຽກ ແລະ​ການ​ຜະ​ລິດ​ຂອງວິ​ສາຫະ​ກິດ​ຕ່າງ​ປະ​ເທດ​ທີ່​ປະຈໍາຢູ່ປະ​ເທດ​ຈີນ​ກໍ​ໄດ້​ຮັບ​ການ​ເລັ່ງ​ລັດຂຶ້ນ. ທ່ານຢວນ​ດາ, ໂຄ​ສົກຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ, ນັບ​ຕັ້ງ​ແຕ່​ເດືອນ​ມີ​ນາ​ເປັນ​ຕົ້ນ​ມາ, ວິ​ສາ​ຫະ​ກິດ​ອາ​ເມ​ຣິ​ກາ ແລະ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ​ທີ່ປະຈໍາຢູ່​ປະ​ເທດ​ຈີ​ນ​ມີເຈດ​ຈຳ​ລົງໃນການ​ລົງ​ທຶນ​ເພີ່ມ​ຂຶ້ນ​ຢ່າງເດັ່ນຊັດເມື່ອ​ທຽບ​ກັບ​ເດືອນ​ກຸມ​ພາ.