ທ່ານ​ສີ​ຈິ້ນ​ຜິງເນັ້ນ​​ໃຫ້​ມີກົນ​ໄກ​ເພື່ອຄວາ​ມ​ຢູ່​ເຢັນ​ເປັນ​ສຸກ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຍາວ​ນານ

2020-04-22 17:26:13 |ມາຈາກ: CRI

ຕອນ​ເຊົ້າ​ວັນ​ທີ 21 ເມ​ສາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ທີ່​ກຳ​ລັງ​ສຳຫຼວດ​ກວດ​ກາ​ວຽກ​ງານ​ຢູ່​ແຂວງ​ສ້ານ​ຊີ່​ນັ້ນໄດ້​ເດີນ​ທາງ​ໄປ​ສຳ​ຫຼວດກວດ​ເບິ່ງເຂດ​ຊຸມ​ຊົນ​ຈິນ​ຜິງ​ຕາ​ແສງ​ລາວ​ຊຽນ​ເມືອງ​ຜິງ​ລີ້​ນະ​ຄອນ​ອ່ານ​ຄ່າງ​ແຂວງ​ດັ່ງ​ກ່າວ. ຢູ່​ໃນ​ເຮືອນ​ຂອງ ທ່ານ​ວາງ​ສຽນ​ຜິງ ເຊິ່ງ​ເປັນ​ຄອບ​ຄົວ​ຍົກ​ຍ້າຍ​ມາໃໝ່​ຢູ່​ເຂດ​ຊຸມ​ຊົນ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ນັ່ງ​ໂອ້​ລົມກ່ຽວກັບ​​ຊີ​ວິດ​ການ​ເປັນ​ຢູ່​ແບບ​​ເປັນ​ກັນ​ເອງກັບ​ທຸກ​ຄົນ​ໃນ​ຄອບ​ຄົວ​ທ່ານ​ວາງ​ສຽນ​ຜິງ. ທ່ານ​ກ່າວ​ວ່າ: ຂ້າພະ​ເຈົ້າ​ສົນ​ໃຈ​ວ່າ ສະຫາຍຍົກ​ຍ້າຍ​ຈາກ​ພູມ​ລຳ​ເນົາ​ເກົ່າມາ​ຕັ້ງ​ຖິ່ນ​ຖານ​ຢູ່​ບ່ອນ​ໃໝ່​ແລ້ວສາມາດ​ດຳລົງ​ຊີ​ວີ​ດ​ໃຫ້​ຍືນ​ຍົງ​ໄດ້, ​ ​ຢູ່​ເຢັນ​ເປັນ​ສຸກ ​ແລະ​ມີ​ອາຊີບ​ໝັ້ນຄົງ, ກົງກັນຂ້າມ ມີ​ອາຊີບໝັ້ນຄົງ​ແລ້ວ​ຈຶ່ງ​ສາມາດ​ຢູ່​ເຢັນ​ເປັນ​ສຸກ​ຢ່າງ​ຍືນ​ຍົງໄດ້. ​ເຖິງ​ຈະ​ມີ​ເຮືອນ​ທີ່​ດີ​ແຕ່​ບໍ່​ມີ​ລາຍ​ຮັບ​ກໍບໍ່​ສາມາ​ດດຳລົງ​ຊີວິດ​ໃຫ້​ຍືນ​ຍົງ.​ ​ນີ້​ຕົ້ນຕໍອາ​ໄສ​ການ​ປ​ະ​ກອບ​ອາ​ຊີບ​ຢ່າງ​ໝັ້ນ​ຄົງ,ໃນ​ນີ້ ການໄປ​ເຮັດ​ວຽກອອກແຮງງານ​ເປັນ​ທາງ​ອອກ​ອັນ​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ​: ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​​ການ​ບັນ​ລຸ​ເປົ້າ​ໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ປ​ະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຕາມ​ມາດ​ຕະ​ຖານ​ທຸກ​ຍາກ​ໃນ​ປັດ​ຈຸ​ບັນ​ໃຫ້​ສຳ​ເລັດ​ຮອບ​ດ້ານ​ໃນ​ປີ​ນີ້. ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ເອົາ​ໃຈ​ໃສ່ຫຼາຍກວ່າ​ນັ້ນ​ແມ່ນຫຼັງ​ຈາກ​ໄດ້ສຳ​ເລັດ​ເປົ້າ​ໝາຍສຳລັບ​ປີ​ນີ້​ແລ້ວ, ຜົນ​ການ​ລຶ​ບ​ລ້າງ​ຄວາມ​ທຸກ​ຍາກ​ຈະ​ສາ​ມາດ​ມີ​ຄວາມ​ໝັ້ນ​ຄົງ​ໄດ້ຫຼື​ບໍ່, ຈະ​ມີ​ກົນ​ໄກ​ທີ່​ມີ​ປ​ະ​ສິດ​ທິ​ຜົນ​ຍາວ​ນານ ຫຼື​ບໍ່ນັ້ນ​ກໍ​ຕ້ອງ​ເບິ່ງວ່າມາດ​ຕະ​ການ​ພື້ນ​ຖານ​ທີ່ກ່ຽວຂ້ອງ​ຈະ​ມີ​ຄວາມ​ຍືນ​ຍົງ​ໝັ້ນ​ຄົງຫຼື​ບໍ່? ​ຊາວພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຮັດ​ວຽກ​ງານທີ່​ຕິດ​ແທດ​ຕົວ​ຈິງ​ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ຢ່າງ​ແທ້​ຈິງ.